ເລື່ອງໜ້າປະທັບໃຈ ນັກກະໂດດສູງ ອິຕາລີ-ກາຕ້າ ຮ່ວມໃຈກັນຮັບຫຼຽນຄໍາຮ່ວມກັນ ຫຼັງສະຖິຕິເທົ່າກັນ

575
Gold medalist Mutaz Barshim, left, of Qatar and silver medalist Gianmarco Tamberi of Italy celebrate on the track after the final of the men's high jump at the 2020 Summer Olympics, Sunday, Aug. 1, 2021, in Tokyo, Japan. (Christian Petersen/Pool Photo via AP)

ເປັນເລື່ອງໜ້າປະທັບໃຈທີ່ບໍ່ມີໃຫ້ເຫັນກັນດົນໆ ໃນລະຫວ່າງການແຂ່ງຂັນກະໂດດສູງຊາຍຮອບຊີງຊະນະເລີດ ປະຈໍາການແຂ່ງຂັນ ໂອແລມປິກ 2020 ເມື່ອ ມູຕາຊ ເອັສຊາ ບາຊິນ ຈາກປະເທດກາຕ້າ ແລະ ຈິອັນມາໂກ ທໍາເບຣີ ຈາກອິຕາລີ ຕັດສິນໃຈຄອງຫຼຽນຄໍາຮ່ວມກັນ ຫຼັງຈາກທີ່ສ້າງສະຖິຕິເທົ່າກັນ.

ເຫດການດັ່ງກ່າວເກີດຂຶ້ນ ຫຼັງຈາກທີ່ທັງສອງສ້າງສະຖິຕິ 2,37 ແມັດເທົ່າກັນ ຈາກຜົນງານທີ່ບໍ່ພາດກັນເລີຍ ກ່ອນທີ່ຈະບໍ່ສາມາດຜ່ານຄວາມສູງໃນການຕັດສິນ 2,39 ເພື່ອຫາຜູ້ຊະນະ ເຮັດໃຫ້ຝ່າຍຈັດການແຂ່ງຂັນສະເໜີຕົວເລືອກສອງທາງຄື: ແຂ່ງຂັນຕໍ່ ຫຼື ຄອງຫຼຽນຄໍາຮ່ວມກັນ ເຊິ່ງທັງສອງເລືອກຄອງຫຼຽນຄໍາຮ່ວມກັນ ກ່ອນກອດຄໍກັນສະແດງຄວາມດີໃຈເຊິ່ງກັນ ແລະ ກັນ, ສ່ວນຫຼຽນທອງ ເປັນຂອງ ແມັກຊິນ ເນດາເຊເກົາ ຈາກເບລາຣຸສຊີ ທີ່ສ້າງສະຖິຕິໄດ້ເທົ່າກັນ 2,37 ແມັດ ແຕ່ມີການກະໂດດພາດຫຼາຍກວ່າ.

ສໍາລັບ ບາຊິນ ຈາກກາຕ້າ ເຄີຍເປັນແຊັມໂລກ 2 ສະໄໝ ແລະ ນີ້ເປັນແຊັມຄັ້ງທໍາອິດໃນໂອແລມປິກ, ສ່ວນ ທໍາເບຣີ ຈາກອິຕາລີ ຄວ້າຫຼຽນຄໍາຄັ້ງທໍາອິດໃນໂອແລມປິກ ແລະ ເປັນລາຍການໃຫຍ່ຄັ້ງທໍາອິດອີກດ້ວຍ.