ການປັບປຸງ ເສັ້ນທາງ 13 ເໜືອ ແຕ່ສີເກີດ ຫາ ໂພນໂຮງ ຄວາມຍາວ 58 ກິໂລແມັດ ຄືບໜ້າ 40%

776

ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ແຕ່ສີເກີດ ຫາ ໂພນໂຮງ ທີ່ມີຄວາມຍາວ 58 ກິໂລແມັດ ຮອດປັດຈຸບັນໂຄງການມີຄວາມຄືບໜ້າ 40% ແລ້ວ, ແຕ່ເນື່ອງຈາກປັດຈຸບັນແມ່ນເປັນລະດູຝົນທາງເປັນບວກຂຸມ ແຕ່ທາງຜູ້ຮັບເໝົາກໍ່ເລັ່ງແປງໃນມື້ທີ່ບໍ່ມີຝົນ (ເພາະຫາກຝົນຕົກບໍ່ສາມາດຖົມດິນໄດ້) ຢ່າງໃດກໍ່ຕາມຂໍໃຫ້ພໍ່ແມ່ປະຊາຊົນທີ່ນຳໃຊ້ເສັ້ນທາງນີ້ຈົ່ງຄ່ອຍໄປຄ່ອຍມາ.


ທ່ານ ລັດສະໝີ ອາລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ກ່າວວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ປະຕິບັດຕົວຈິງໄດ້ແລ້ວ 40% ຫາກທຽບໃສ່ແຜນການແມ່ນຫຼຸດແຜນທີ່ກຳນົດໄວ້ (ຕາມແຜນ 50%-60%). ສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການມີຄວາມຫຼ້າຊ້າ ແມ່ນມາຈາກຫຼາຍປັດໄຈເປັນຕົ້ນແມ່ນການປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ຮອບທີ 1 ກໍໄດ້ມີການລັອກດາວປະມານ 2-3 ເດືອນ ສົມທົບໃສ່ການລະບາດເຊື້ອໂຄວິດ-19 ຮອບ 2 ນີ້ ພວກເຮົາກໍໄດ້ຢຸດການເຄື່ອນໄຫວວຽກ ເຊິ່ງກໍສົ່ງຜົນກະທົບຕໍ່ໂຄງການພວກເຮົາ.

ທ່ານກ່າວຕື່ມວ່າ: ໂຄງການແມ່ນໄດ້ລົງມືກໍ່ສ້າງມາແຕ່ ເດືອນກຸມພາ ປີ 2020 ໄລຍະນີ້ແມ່ນສຸມໃສ່ວຽກການກໍ່ສ້າງ ເຖິງວ່າຈະບໍ່ໄດ້ຕາມແຜນກໍຕາມແຕ່ພວກເຮົາພະຍາຍາມທີ່ສຸດໃຫ້ປະຕິບັດໄດ້ຕາມແຜນສັນຍາ, ເຊິ່ງໃນທ້າຍປີ 2022 ຫາ ຕົ້ນປີ 2023 ຈະໃຫ້ສຳເລັດທຸກໜ້າວຽກ ເພາະປັດຈຸບັນພວກເຮົາສຳເລັດແລ້ວຫຼາຍຕອນ ຖືວ່າທັງ 2 ຊ່ວງສຳເລັດການປູເບຕົງໜ້າທາງ 4 ຕອນແລ້ວ.


ຢ່າງໃດກໍຕາມໂອກາດນີ້ກໍ່ຂໍຝາກເຖິງບໍ່ແມ່ປະຊາຊົນ ທີ່ສັນຈອນໄປມາ ເນື່ອງຈາກຊ່ວງນີ້ແມ່ນໄລຍະຝົນ ຂໍໃຫ້ທຸກຄົນຄ່ອຍໄປຄ່ອຍມາ, ບ່ອນປ້າຍເຕືອນພວກເຮົາກໍໃສ່ໃຫ້ຫຼາຍຂຶ້ນ, ຕໍ່ກັບຫາງສຽງສັງຄົມກ່ຽວກັບເສັ້ນທາງທີ່ເປ່ເພເປັນບວກເປັນຂຸມຫຼາຍນັ້ນ ທາງໂຄງການຮ່ວມກັບບໍລິສັດຮັບເໝົາ ກໍໄດ້ຊຸກຍູ້ໃຫ້ບໍລິສັດສ້ອມແປງຈຸດທີ່ເປັນຂຸມເລິກໃຫ້ສາມາດໄປໄດ້ ແຕ່ຍ້ອນເປັນເສັ້ນທາງສາຍຫຼັກ ການສັນຈອນຫຼາຍໂດຍສະເພາະລົດບັນທຸກໜັກ ຈຶ່ງເຮັດໃຫ້ເສັ້ນທາງເປ່ເພໄວ.


ດ້ານທ່ານ ສຸກ ວົງສາ ຮອງຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ, ທັງເປັນໜຶ່ງໃນຄະນະກຳມະການໄກ່ເກ່ຍຂອງແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສຳລັບວຽກງານໄກ່ເກ່ຍສິ່ງກີດຂວາງທີ່ຕິດພັນກັບໂຄງກາງໃນເບື້ອງຕົ້ນແມ່ນມີຄວາມຫຍຸ້ງຍາກຫຼາຍ ແຕ່ຍ້ອນການຮ່ວມມືກັນລະຫວ່າງຄະນະນັບແຕ່ຂັ້ນພື້ນຖານເມືອງ, ນະຄອນຫຼວງ ຈຶ່ງເຮັດໃຫ້ມາຮອດປັດຈຸບັນວຽກງານໄກ່ເກ່ຍສິ່ງກີດຂວາງສຳເລັດປະມານ 99% ສ່ວນທີ່ຍັງເຫຼືອແມ່ນຈຳນວນໜຶ່ງເປັນຊັບສິນ ຫຼື ດິນ ທີ່ເຈົ້າຂອງຢູ່ຕ່າງປະເທດ, ຈຳນວນໜຶ່ງແມ່ນເປັນດິນທີ່ມີບັນຫາກ່ຽວກັບຄະດີຕ່າງໆ ເຊິ່ງທາງຄະນະໄກ່ເກ່ຍບໍ່ໄດ້ໄດ້ນີ້ງນອນໃຈ ພະຍາຍາມຕິດຕໍ່ ແລະ ແກ້ໄຂຮ່ວມກັບກັບເຈົ້າຂອງດິນໃຫ້ສຳເລັດ ເພື່ອຈະໄດ້ຫຼີກທາງໃຫ້ໂຄງການໄດ້ເຮັດວຽກ.


ສຳລັບໜ້າວຽກໂຄງການທີ່ກຳລັງຈັດຕັ້ງປະຕິບັດແມ່ນພວກເຮົາຈະອີງໃສ່ໜ້າວຽກເປັນຫຼັກ ເພາະໂຄງການແບ່ງອອກເປັນ 2 ຊ່ວງ, ແຕ່ລະຊ່ວງແບ່ງອອກເປັນ 10 ຕອນ ເຊິ່ງທາງຜູ້ຮັບເໝົາສາມາດກໍ່ສ້າງຕອນໃດກ່ອນກໍໄດ້ຫາກສຳເລັດທາງເຈົ້າຂອງໂຄງການກໍຈ່າຍເງິນໃຫ້ບໍລິສັດຮັບເໝົາກໍ່ສ້າງ ເຊິ່ງອາດຈະເຮັດໃຫ້ຕະຫຼອດເສັ້ນທາງມີການກໍ່ສ້າງແບບເປັນຈຸດແບບບໍ່ຕໍ່ເນື່ອງ.

ສຳລັບໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ແຕ່ສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝົດ 58 ກິໂລແມັດ ແບບອອກເປັນ 2 ຊ່ວງຄື: ຊ່ວງທີ່1 ແຕ່ສີເກີດ-ຕະຫຼາດສົງເປືອຍ ຂະຫຍາຍເປັນທາງ 4 ເລນ ແລະ ຊ່ວງທີ 2 ແຕ່ຕະຫຼາດສົງເປືອຍ ຫາ ໂພນໂຮງແມ່ນຈະເປັນທາງ 2 ເລນຄືເກົ່າ ແຕ່ຈະປັບເປັນເບຕົງເສີມເຫຼັກ. ໂຄງການດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜຸນ ເງິນກູ້ດອກເບ້ຍຕໍ່າ ຈາກ 3 ສະຖາບັນ ການເງິນຄື: ທະນາຄານໂລກ 40 ລ້ານໂດລາ; ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ 40 ລ້ານໂດລາ, ກອງທຶນນໍດີ ເພື່ອພັດທະນາ 9,5 ລ້ານໂດລາ ແລະ ລັດຖະບານລາວ ສົມທົບທັງໝົດ 38,5 ລ້ານໂດລາ ລວມມູນຄ່າທັງໝົດ 128 ລ້ານໂດລາ.


ໃນວັນທີ 29 ກໍລະກົດຜ່ານມາ ທ່ານ ບົວຈັນ ອ້ວນສະຫວັນ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການແລະຂົນສົ່ງ ກໍໄດ້ລົງສະໜາມຕິດຕາມຄວາມຄືບໜ້າຂອງ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ພ້ອມຊີ້ນຳທາງໂຄງການ ແລະ ບໍລິສັດຮັບເໝົາ ເອົາໃຈໃສ່ແກ້ບັນຫາ ການສັນຈອນ ແນໃສ່ອຳນວຍຄວາມສະດວກໃນການສັນຈອນໄປມາຂອງພໍ່ແມ່ປະຊາຊົນ..

[ຂ່າວ: ຄຳນ້ອຍ]