ສົ່ງໜຶ່ງກຳລັງໃຈໃຫ້ ໜຸ່ມນັກກີລາທີມຊາດ ໂວວີນາມ ໂດ້ນ້າ ຄຳຫຼ້າ Mister11 ແດ່ເດີ

622

ຈາກນັກກີລາທີມຊາດ ໂວວີນາມ ສູ່ການປະກວດເວທີ Mister Laos Mister international Laos 2021 ຄຳຫຼ້າ ແກ້ວມະນີ ( ໂດ້ນ້າ ) ປັດຈຸບັນອາຍຸ 19 ປີ ຈາກນະຄອນຫຼວງ ວຽງຈັນ ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ ພາກວິຊາເອເລັກໂຕຣນິກ ປີ 1.

May be an image of 1 person and standing

ໂດ້ນ້າ ໄດ້ໃຫ້ສຳພາດວ່າ: ຜ່ານມານ້ອງເຄີຍປະກວດພາຍໃນໂຮງຮຽນ ຕອນສຶກສາຢູ່ທີ່ໂຮງຮຽນ ມ.ປາຍ ວຽງຈັນ – ໂຮ່ຈິມິນ ເປັນການປະກວດບ່າວສາວວັດທະນາທຳ ເຊິ່ງນ້ອງເອງກໍສາມາດຍາດເອົາທີ 1 ມາໄດ້ ເຫດຜົນທີ່ເຂົ້າປະກວດເວທີນີ້ຍ້ອນນ້ອງເອງກໍມັກວຽກງານສາຍບັນເທີງຢູ່ແລ້ວ ກ່ອນໜ້ານີ້ກໍມີວຽກງານໃນວົງການຄ່າວໆ ແຕ່ນ້ອງເອງໄດ້ປະສົບອຸບັດເຫດ ເລີຍເຮັດໃຫ້ນອນຕິດຕຽງໄປເກືອບປີ ຈົນມີຮຸ່ນອ້າຍຜູ້ໜຶ່ງເພິ່ນໄດ້ຊັກຊວນໃຫ້ນ້ອງລອງເຂົ້າມາອໍດິຊັນເວທີນີ້ບໍ່ ນ້ອງເລີຍເຫັນວ່ານີ້ຄືໂອກາດທີ່ເຮົາຈະກັບມາເຮັດໃນສິ່ງທີ່ເຮົາຮັກອີກຄັ້ງ, ກ່ອນໜ້ານີ້ມີຫຼາຍຄົນບອກວ່ານ້ອງຍັງບໍ່ພ້ອມສຳລັບເວທີນີ້ ແຕ່ນ້ອງຄິດວ່ານ້ອງບໍ່ຢາກຫັນຫຼັງໜີໃຫ້ກັບສິ່ງທີ່ຍັງບໍ່ໄດ້ລອງ!.

May be an image of 1 person, standing, suit and indoor

ສໍາລັບຄຳຄົມ ຫຼື ຄະຕິປະຈຳໃຈ ນ້ອງບໍ່ຄ່ອຍມີ ແຕ່ນ້ອງມັກບອກຕົວເອງສະເໝີວ່າ ຢ່າຫັນຫຼັງໜີໃຫ້ກັບສິ່ງທີ່ຍັງບໍ່ໄດ້ລອງ ຢ່າຈົມຫາຜົນສຳເດັດ ຖ້າຍັງບໍ່ລົງມືເຮັດ ຢ່າຄິດຫາຂໍ້ຜິດພາດໃນອະດີດ ຢ່າຄິດຫາສິ່ງທີ່ຈະເກີດໃນອະນາຄົດ ໃຫ້ເຮັດປັດຈຸບັນໃຫ້ດີທີ່ສຸດ.

ນ້ອງເອງມີຄວາມສາມາດພິເສດດ້ານກີລາ ເພາະນ້ອງເອງເປັນນັກກີລາທີມຊາດ ໂວວີນາມ ເຊິ່ງເປັນສິລະປະປ້ອງກັນຕົວຂອງປະເທດຫວຽດນາມ ນ້ອງເອງກໍຢາກຈະສະແດງອອກສູ່ສາຍຕາທຸກຄົນ ເພາະປັດຈຸບັນຄົນຍັງຮູ້ຈັກກີລາປະເພດນີ້ໜ້ອຍຫຼາຍ ແລະ ນ້ອງເອງຍັງເປັນອາສາສະໝັກ ມັກເຄື່ອນໄຫວກິດຈະກຳ ກໍຢາກຈະເຜີຍແຜ່ກິດຈະກຳຕ່າງໆທີ່ນ້ອງເຮັດ ເປັນແບບຢ່າງໃຫ້ນ້ອງໆລອງເປີດໃຈ ເຮັດກິດຈະກຳຊ່ວຍເຫຼືອສັງຄົມ ແລະ ໃຫ້ພໍ່ແມ່ນ້ອງໆໄດ້ຮັບຮູ້ວ່າສິ່ງທີ່ນ້ອງມາເຄື່ອນໄຫວກິດຈະກຳເປັນໄປຄືແນວໃດ.

May be an image of 1 person and indoor

ຖ້າຖາມວ່າຕົວເອງມີຈຸດເດັ່ນຫຍັງທີ່ຈະເອົາຊະນະໃຈກຳມະການ ນ້ອງຄິດວ່າອາດຈະ ແມ່ນຮອຍຍິ້ມ ແລະ ສາຍຕາ…. ( ຍິ້ມ ) ເພາະນ້ອງເອງເປັນຄົນຍິ້ມງ່າຍ ເຄີຍມີຄົນຕັ້ງສາຍາໃຫ້ ໄອ້ຕ້າວຍິ້ມ ແລະ ຍັງມີຄົນເຄີຍບອກວ່າເວລານ້ອງຍິ້ມແລ້ວຄືໂລກສົດໃສ ເລີຍຄິດວ່າຕົວເອງຈະໄດ້ຕຳແໜ່ງຫຍັງ ອັນນີ້ນ້ອງກໍບໍ່ແນ່ໃຈວ່ານ້ອງຈະໄດ້ຮັບລາງວັນໃດບໍ່ ເພາະອ້າຍໆ, ໝູ່ ທຸກຄົນກໍມີຄວາມໂດດເດັ່ນທີ່ຕ່າງກັນ ແຕ່ນ້ອງເອງຈະພະຍາຍາມພັດທະນາຕົວເອງ ເຮັດທຸກກິດຈະກຳໃຫ້ເຕັມທີ່ ບໍ່ຍອມຖອດໃຈຈົນກວ່າຈະຮອດມື້ປະກາດຜົນ ຮອດມື້ນັ້ນແລ້ວຜົນຈະເປັນແລ້ວໃດນ້ອງກໍເຮັດເຕັມທີ່ແລ້ວ.

May be an image of 1 person and standing

ໃນການກຽມຕົວຄືແນວໃດ ກ່ອນເຂົ້າປະກວດ ນ້ອງເອງກໍມີການເລີ່ມປ່ຽນແປງຕົວເອງ ຄືຫຸ່ນນ້ອງກໍໄດ້ເລີ່ມເຂົ້າຢິມ, ເສີມສ້າງກ້າມຊີ້ນໃຫ້ເພີ່ມຂຶ້ນ ແລະ ໄດ້ກະກຽມການສະແດງຮອບສະແດງຄວາມສາມາດພິເສດ ເຊິ່ງນ້ອງຈະເອົາຫຍັງມາສະແດງ ອັນນີ້ຕ້ອງຖ້າຕິດຕາມເບິ່ງນຳກັນ.

May be an image of 1 person, standing and outdoors

ຖ້າໄດ້ຕຳແໜ່ງນ້ອງຢາກປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມ ນ້ອງເອງກໍຈະເປັນແບບຢ່າງໃຫ້ກັບໝູ່ຄູ່ ຫຼື ນ້ອງໆທີ່ຢາກຈະພັດທະນາຕົວເອງ ຄົນທີ່ຢາກຈະເຂົ້າວົງການໃຫ້ເຂົາກ້າທີ່ຈະອອກມາ ກ້າສະແດງອອກ ຕາມຫາຄວາມຝັນຂອງຕົວເອງ ແລະ ນ້ອງເອງກໍເປັນອາສາຢູ່ແລ້ວ ກໍຢາກເປັນແບບຢ່າງໃຫ້ກັບນ້ອງອາສາທຸກຄົນ ໃນທຸກກິດຈະກຳ ແລະ ນ້ອງເອງກໍຢາກຍົກກິດຈະກຳຂຶ້ນມາເຜີຍແຜ່ສູ່ມະຫາຊົນ ໄດ້ຮັບຮູ້ກ່ຽວກັບວຽກງານອາສາ.

May be an image of Thipphavone Tpc, outdoors and tree

ກິດຈະກຳຍາມວ່າງທີ່ນ້ອງມັກເຮັດ ນອກຈາກວຽກງານອາສາແລ້ວ ແມ່ນມັກໄປທອງທ່ຽວທຳມະຊາດ, ໄປຕັ້ງແຄັມກັບໝູ່ອ້າຍເອື້ອຍຫຼາຍໆຄົນ ແລະ ກໍນ້ອງໝາຂອງຕົວເອງ ຮັກໃນທຳມະຊາດ ວິວງາມໆ ສຳລັບການແຕ່ງຕົວ ນ້ອງຄິດວ່າຕົວເອງເປັນຄົນແຕ່ງຕົວສະບາຍໆ ແຕ່ງຕົວບາງໂອກາດ ເພາະຄິດວ່າຕົວເອງບໍ່ແມ່ນສາຍແຟຊັນ; ສຸດທ້າຍນີ້ຝາກເຊຍແດ່ເດີໃນກອງປະກວດ Mister Laos Mister International Laos ໂດ້ນ້າ Mister11 ຊ່ອງທາງການຕິດຕາມ Facebook: Khamlar Keomany, IG: do.nar_17.

ຮູບ: Khamlar Keomany