1 ສິງຫາ ລາວ ມີຜູ້ຕິດເຊື້ອ 267 ຄົນ ຕິດເຊື້ອໃນຊຸມຊົນ 5 ຢູ່ຫຼວງນໍ້າທາ ຂະນະທີ່ ນວ ມີບ້ານແດງ 1 ບ້ານ

979

ໃນວັນທີ 1 ສິງຫາ 2021 ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6.566 ຄົນ, ມີຕົວເລກຜູ້ເສຍຊີວິດສະສົມ 7 ຄົນ, ກໍາລັງປິ່ນປົວ ທັງໝົດ 3.030 ຄົນ ແລະ ປິ່ນປົວຫາຍດີ 3.529 ຄົນ (ກວມເອົາ 53.7% ຂອງຄົນເຈັບຕິດເຊື້ອທັງໝົດ) ມາຮອດ ວັນທີ 31 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 2.025 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 267 ຄົນ (ແຂວງຫຼວງນໍ້າທາ ຕິດເຊື້ອໃນຊຸມຊົນ 5 ຄົນ ແມ່ນຜູ້ທີ່ເດີນທາງມາແຕ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ) ແລະ ກໍລະນີນໍາເຂົ້າ 262 ຄົນ ຈາກ ນະຄອນຫຼວງ: 6 ຄົນ, ບໍ່ແກ້ວ: 1 ຄົນ, ບໍລິຄໍາໄຊ: 4 ຄົນ, ຄໍາມ່ວນ: 6 ຄົນ, ສະຫວັນນະເຂດ: 143 ຄົນ, ສາລະວັນ: 54 ຄົນ ແລະ ຈໍາປາສັກ: 48 ຄົນ, ສ່ວນຫຼາຍແມ່ນ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ 60 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9.828 ຄົນ ການເຝົ້າລະວັງບ້ານເຂດແດງໃນນະຄອນຫຼວງວຽງຈັນ, ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ແມ່ນບ້ານ ສໍາພັນນາ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ເຊິ່ງໄດ້ກຳນົດເປັນບ້ານເຂດແດງນັບແຕ່ວັນທີ 31 ກໍລະກົດ2021 ຈົນຮອດວັນທີ 13 ສິງຫາ 2021 ຖ້າບໍ່ມີກໍລະນີໃໝ່ເກີດຂຶ້ນໃນບ້ານຈຶ່ງຈະສິ້ນສຸດການເປັນບ້ານແດງ.

ສໍາລັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ ທີ່ກໍາລັງຈໍາກັດບໍລິເວນຢູ່ບັນດາສູນຕ່າງໆ ໃນຂອບເຂດທົ່ວປະເທດ ກໍ່ຂໍໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ສະບັບເລກທີ 4646/ສພກ ລົງວັນທີ 30 ກໍລະກົດ 2021 ເຊັ່ນວ່າ: ຜູ້ທີ່ຈໍາກັດບໍລິເວນ ຕ້ອງຢູ່ແຕ່ໃນສະຖານທີ່ຈໍາກັດບໍລິເວນເປັນເວລາ 14 ວັນ, ຫ້າມບໍ່ໃຫ້ອອກໄປຂ້າງນອກ, ປະຕິບັດມາດຕະການກັນ ແລະ ຄວບຄຸມການຕິດເຊື້ອເຊັ່ນ: ຮັກສາໄລຍະຫ່າງ, ໃສຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມີທີ່ມີເຊື້ອເຫຼົ່າສູງກ່ວາ 70% ຂື້ນໄປ, ພາຍຫຼັງຄົບກໍານົດ 14 ວັນແລ້ວ ແລະ ຜົນກວດວິເຄາະ 2 ຄັ້ງບໍ່ພົບເຊື້ອ ແມ່ນໃຫ້ໄປສືບຕໍ່ຈໍາກັດບໍລິເວນຢູ່ສະຖານທີ່ຄະນະສະເພາະກິດ ກໍານົດໄວ້ ຫຼື ບ້ານຕົນເອງຈົນກ່ວາຈະຄົບກໍານົດ 7 ວັນ.

ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ, ພວກເຮົາ ຕ້ອງເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພາະ ສັງເກດເຫັນວ່າປັດຈຸບັນ ປະຊາຊົນສ່ວນຫຼາຍຍັງຖືເບົາຕໍ່ການປະຕິບັດມາດຕະການເປັນຕົ້ນແມ່ນ ມີການຊຸມແຊວຢູ່ຮ້ານອາຫານກີນດື່ມ, ສັງສັນໝູ່ເພື່ອນ ແລະ ຄອບຄົວ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການຕິດເຊື້ອ ແລະ ແຜ່ລະບາດໃນຊຸມຊົນ. ພ້ອມດຽວກັນນັ້ນ ຂໍແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ຕໍາຫຼວດພາຍໃນນະຄອນຫຼວງວຽງຈັນ ແລະ ບາງແຂວງຈົ່ງພ້ອມກັນໄປສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຕາມຈຸດຕ່າງໆ ທີ່ໄດ້ກໍານົດໄວ້ .