ຊົມເຊີຍ 2 ນັກກີລາລອຍນໍ້າລາວ ຈົບອັນດັບທີ 2 ກັບ ທີ 3 ຮອບຄັດເລືອກ ໂອແລມປິກ 2020

11821

ນາງ ສິລິອາລຸນ ບຸດຈະເລີນ ນັກກີລາລອຍນໍ້າຍິງລາວ ສາມາດທໍາລາຍສະຖິຕິຂອງຕົວເອງ ກ່ອນຈົບອັນດັບ 2 ໃນຮອບຄັດເລືອກການແຂ່ງຂັນລອຍນໍ້າ ໃນງານໂອແລມປິກ 2020, ສ່ວນ ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າຊາຍ ຈົບອັນດັບທີ 3 ໃນປະເພດ 50 ຟຣີສະຕາຍທັງສອງ
ການແຂ່ງຂັນລອຍນໍ້າຈັດຂຶ້ນໃນຕອນແລງວັນທີ 30 ກໍລະກົດ ໂດຍນາງ ສິລິອາລຸນ ບຸດຈະເລີນ ນັກກິລາລອຍນໍ້າຈາກ ສປປ ລາວ ລົງແຂ່ງລາຍການ ທ່າຟຣີສະຕາຍ 50 ແມັດຍິງ ໃນ Heat ທີ 3 (ກຸ່ມທີ 3) ຮ່ວມກັບນັກກິລາຈາກ ບັງກະລາເທດ, ຄູເວດ, ເອັສວາຕານີ້, ທາຈີກິສຖານ, ກຳປູເຈຍ, ເບນິນ ແລະ ປາເລັສຕິນ ຜົນປະກົດວ່າ: ສິລິອາລຸນ ທຳເວລາໄດ້ 29,22 ວິນາທີ ໄດ້ອັນດັບ 2 ຈາກ 8 ຄົນໃນການຄັດເລືອກກຸ່ມນີ້ ຕາມຫລັງອັນດັບທີ 1 ນັກກີລາຈາກ ທາຈີກິສຖານ ພຽງ 0,17 ວິນາທີ ເຊິ່ງກໍເປັນການທໍາລາຍສະຖິຕິຂອງຕົວເອງຈາກທີ່ເຄີຍເຮັດໄດ້ 31,19 ວິນາທີ ຕາມຫລັງສະຖິຕິໂອແລມປິກ 5,17 ວິນາທີ ແລະ ຕາມຫລັງສະຖິຕິໂລກ 5,55 ວິນາທີ.

ສ່ວນ ທ້າວ ສັນຕິສຸກ ອິນທະວົງ ນັກກິລາລອຍນໍ້າຊາຍ ເບີ 1 ຂອງ ສປປ ລາວ ລົງແຂ່ງລາຍການ ທ່າຟຣີສະຕາຍ 50 ແມັດເຊັ່ນກັນ ໃນ Heat ທີ 3 ຮ່ວມກັບນັກກິລາຈາກ ເຊຣາລີອົງ, ສາທາລະນະລັດກີນີ, ທາຈີກິສຖານ, ເຄັບເວີດ, ໂຕໂກ, ເອັສວາຕານີ້ ແລະ ເອທິໂອເປຍ ປາກົດວ່າ: ເວລາຂອງ ສັນຕິສຸກ ເຮັດໄດ້ 26,04 ວິນາທີ ໄດ້ອັນດັບ 3 ຈາກ 8 ຄົນໃນການຄັດເລືອກກຸ່ມນີ້ ຕາມຫລັງທີ 1 ນັກກີລາຈາກໂຕໂກ ພຽງ 0,36 ວິນາທີ, ເວລາຂອງ ສັນຕິສຸກ ຕາມຫລັງສະຖິຕິໂອແລມປິກ 4,74 ວິນາທີ ແລະ ຕາມຫລັງສະຖິຕິໂລກ 5,13 ວິນາທີ.

ຢ່າງໃດກໍຕາມ, 2 ນັກກີລາລອບນໍ້າລາວ ບໍ່ໄດ້ໄປຕໍ່ ເພາະຮອບຄັດເລືອກຄັດເອົາເກນນັກກີລາລອຍນໍ້າຍິງ 24,98 ລົງມາ,​ ສ່ວນຊາຍຕ້ອງທີ່ມີສະຖິຕິ 22,25 ວິນາທີລົງມາ ຈິ່ງໄດ້ສິດເຂົ້າຮອບ 2 ຕໍ່ໄປ.