ແພດໝໍ3.000ຄົນ ຜ່ານການຝຶກອົບຮົມ ເພື່ອຮັບມືກັບພະຍາດໂຄວິດ-19

638

ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວຮ່ວມ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 30 ກໍລະກົດ 2021 ເຖິງສະພາບການກະກຽມຮອງຮັບສະຖານະການ ທີ່ມີຈໍານວນແຮງງານ ເດີນທາງເຂົ້າມາ ແລະມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງຄະນະສະເພາະກິດໄດ້ກະກຽມໂດຍອີງໃສ່ 3 ຫລັກການໃຫ່ຍ ຄື:

1/ ທົບທວນຄືນສະຖານທີ່ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍໃຫ່ຍ ທີ່ເຄີຍປິ່ນປົວຄົນຕິດເຊື້ອພະຍາດໂຄວິດ ແລະໂຮງໝໍພາກສະໜາມ ທັງຢູ່ສູນກາງ, ແຂວງ ລົງຮອດໂຮງໝໍຊຸມຊົນ ສະເພາະສູນກາງໄດ້ພິຈາລະນາຄືນໂຮງໝໍພາກສະໜາມ 3ແຫ່ງຄື: ຫ້ວຍຫົງ, ສູນກິລາລ້ານຊ້າງ ແລະຫລັກ27. ສໍາລັບແຂວງທີ່ມີຈໍານວນຄົນເຈັບເພີ່ມຂຶ້ນຫລາຍ ດັ່ງແຂວງສະຫວັນນະເຂດ ແລະຈໍາປາສັກ ກໍໄດ້ກະກຽມຢ່າງເຂັ້ມຂຸ້ນ ນອກຈາກທິມງານຂອງແຂວງແລ້ວ ຍັງມີວິຊາການຈາກສູນກາງ ແລະອົງການອະນາໄມໂລກ ກໍາລັງລົງໄປຊ່ວຍເຫລືອຢ່າງຮີບດ່ວນ.


2/ ໄດ້ກະກຽມດ້ານອຸປະກອນການແພດ ພາຍຫລັງທີ່ສູນກາງໄດ້ແຈກຢາຍໃຫ້ແຕ່ລະແຂວງໃນປີຜ່ານມາແລ້ວ ໃຫ້ກວດກາຄືນວ່າຄຸນນະພາບຂອງອຸປະກອນນັ້ນຍັງສາມາດນໍາໃຊ້ໄດ້ຢູ່ຫລືບໍ່, ຫລືມີຄວາມຕ້ອງການສິ່ງໃດເພີ່ມອີກ, ຖ້າຈໍາເປັນຕ້ອງຂໍຈາກສູນກາງຕື່ມ.


3/ ກະກຽມດ້ານບຸກຄະລະກອນ ເພາະວ່າໄດ້ຝຶກອົບຮົບດ້ານວິຊາການແພດໃຫ້ທຸກແຂວງໃນທົ່ວປະເທດແລະມີຄວາມພ້ອມແລ້ວ ຈໍານວນ 3.000ຄົນ, ສ່ວນການປະສານງານກັບແຕ່ລະທ້ອງຖິ່ນແມ່ນໃຫ້ໃຊ້ໂທລະສັບ ຫາກມີບັນຫາຮີບດ່ວນ ຫລືປະຊຸມປຶກສາຫາລືວຽກງານຮ່ວມກັນ ກໍສາມາດຮ່ວມປະຊຸມຜ່ານໂທລະສັບໄດ້ເລີຍ.


ສິ່ງທີ່ໜ້າເປັນຫ່ວງ ແລະຢາກຝາກເຖິງຜູ້ອອກແຮງງານຢູ່ຕ່າງປະເທດ ທີ່ຈະເດີນທາງກັບຄືນບ້ານເກີດເມືອງນອນ ຂໍໃຫ້ເດີນທາງຜ່ານດ່ານສາກົນຂອງແຕ່ລະແຂວງ ເຊິ່ງຢູ່ແຕ່ລະດ່ານມີເຈົ້າໜ້າທີ່ປະຈໍາດ່ານ, ແພດໝໍ, ພະຍາບານ, ຕໍາຫລວດ, ຂົນສົ່ງ, ອໍານາດການປົກຄອງທ້ອງຖິ່ນ ກຽມພ້ອມລໍຖ້າຕ້ອນຮັບພວກທ່ານຢູ່ແຕ່ລະດ່ານແລ້ວ , ຂໍໃຫ້ເດີນທາງມາດ້ວຍຄວາມຖືກຕ້ອງ ເຊິ່ງທ່ານຈະໄດ້ຮັບຄວາມສະດວກດ້ານການກັ່ນຕອງ, ຈັດສົ່ງໄປສະຖານທີ່ຈໍາກັດບໍລິເວນ, ກວດສຸຂະພາບ ຫາກກວດພົບພະຍາດກໍຈະໄດ້ປິ່ນປົວທັນເວລາ.

ອີກເທື່ອໜຶ່ງ ດຣ ບົວເທບ ພົມມິນ ໄດ້ຮຽກຮ້ອງເຖິງຜູ້ທີ່ຈະເດີນທາງເຂົ້າມາ ຂໍຢ່າລັກລອບເຂົ້າມາເດັດຂາດ ເພາະວ່າມີຄວາມສ່ຽງຕໍ່ຊີວິດ, ສ່ຽງຕໍ່ການຕິດເຊື້ອ, ສ່ຽງຕໍ່ການເອົາພະຍາດມາແຜ່ເຊື້ອຢູ່ໃນຄອບຄົວ ກໍຄືຍາດພີ່ນ້ອງ ແລະຢູ່ຊຸມຊົນຂອງເຮົາ, ຫາກເວລາເດີນທາງເຂົ້າມາແລ້ວ ຢູ່ແຕ່ລະຈຸດໄດ້ມີເຈົ້າໜ້າທີ່ປະຈໍາຢູ່ແລ້ວ ຍ້ອນມີຈໍານວນຄົນເດີນທາງເຂົ້າມາພ້ອມກັນຈໍານວນຫລາຍ ການຕ້ອນຮັບອາດຈະບໍ່ທົ່ວເຖິງ, ບໍ່ຖືກໃຈຂອງທ່ານທຸກຄົນ ແຕ່ຂໍໃຫ້ປະຕິບັດຕາມລະບຽບທີ່ຄະນະຮັບຜິດຊອບ ວາງອອກຢ່າງເຂັ້ມງວດ.

ທີ່ມາ:Lao National Radio