ຄອບຄົວການນຳ ມອບເຄື່ອງຕ້ານໂຄວິດ-19 ໃຫ້ ແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ

461

ຕອນເຊົ້າວັນທີ 31 ກໍລະກົດ 2021 ນີ້, ຢູ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫລືອຈາກຄອບຄົວການນຳ ໃຫ້ກະຊວງສາທາລະນະສຸກ ເພື່ອນຳໄປມອບຕໍ່ໃຫ້ 3 ແຂວງຄື: ແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ.

ຕາງໜ້າມອບໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແລະ ຕາງໜ້າຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ; ມີຮອງເຈົ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ເງິນສົດຈຳນວນ 170 ລ້ານກີບ ພ້ອມອຸປະກອນການແພດປ ເປັນຕົ້ນ ຜ້າອັດປາກ-ດັງ, ຊຸດແພດປ້ອງກັນແບບສະເພາະ, ຊຸດແພດປ້ອງກັນແບບຄຸມໂຕ ແລະ ແວ່ນຢາງປ້ອງກັນ ລວມມູນຄ່າທັງໝົດ 2,1 ຕື້ກວ່າກີບ.

ເງິນ ແລະ ເຄື່ອງຊ່ວຍເຫລືອທັງໝົດ ຈະສົ່ງຕໍ່ໄປຍັງຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຢູ່ໃນ 3 ແຂວງດັ່ງກ່າວ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.


ໃນໂອກາດດຽວກັນນີ້, ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ຮ່ວມກັບ ພັນລະຍາການນຳຂອງສຳນັກງານນາຍົກລັດຖະມົນຕີ ນຳໂດຍ ທ່ານ ນາງ ສີຈັນ ວິພາວັນ ພັນລະຍາຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 43 ລ້ານກວ່າກີບ ໃຫ້ຄະນະສະເພາະກິດ 3 ແຂວງດັ່ງກ່າວ ເຊັ່ນດຽວກັນ.

ທີ່ມາ:Lao National Radio