ບຣາເດີ ໄດ້ຮັບ 4 ລາງວັນລະດັບສາກົນປະຈຳປີ 2021 ຈາກຄວາມເອົາໃສ່ໃຈດ້ານຟັງຊັ້ນການໃຊ້ງານ ຄວາມງົດງາມ ປະສານການເປັນມິດຕໍ່ສິ່ງແວດລ້ອມ

982

ບຣາເດີ (Brother) ເນັ້ນໜັກປັດຊະຍາການດຳເນີນທຸລະກິດ ‘At your side.’ ຍົກໃຫ້ເຫັນຄວາມໂດດເດັ່ນດ້ານຟັງຊັ້ນການໃຊ້ງານ ແລະການໃຫ້ຄວາມສຳຄັນຕໍ່ການເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມສົ່ງຜ່ານຄວາມສະຫຼາດດ້ານການອອກແບບ ຈົນສາມາດຄ້ວາ 4 ລາງວັນຈາກເວທີ iF DESIGN AWARD 2021 ການປະກວດດ້ານການອອກແບບທີ່ໄດ້ຮັບການຍອມຮັບລະດັບໂລກ ໂດຍມີຄະນະກຳມະການທີ່ມີຊື່ສຽງລະດັບນານາຊາດເພື່ອຮ່ວມຄັດເອົາຜະລິດຕະພັນທີ່ເໝາະສົມທີ່ສຸດທີ່ຈະໄດ້ຮັບລາງວັນ.


ໃນຊ່ວງຫຼາຍປີທີ່ຜ່ານມາ ບຣາເດີ ໄດ້ສະແດງສັກກະຍະພາບດ້ານການອອກແບບທີ່ປານີດ ງົດງາມ ແລະໃສ່ໃຈຕໍ່ທັງລູກຄ້າ ແລະສິ່ງແວດລ້ອມ ຈົນສາມາດຄ້ວາລາງວັນ iF Design Award ມາຄອງໄດ້ສຳເລັດ 14 ຄັ້ງຕິດຕໍ່ກັນ ຈາກ 78 ຜະລິດຕະພັນອັນຊົງຄຸນຄ່າ


ໂດຍໃນປີ 2021 ບຣາເດີ ສາມາດຄ້ວາ 4 ລາງວັນມາຄອງຈາກ 4 ຜະລິດຕະພັນ ປະກອບດ້ວຍ ເຄື່ອງສະແກນ (Scanner) 4 ລຸ້ນ ໄດ້ແກ່ DS-940DW / MDS-940DW / DS-740D / DS-640, ເຄື່ອງພິມສະຫຼາກ P-touch CUBE ລຸ້ນ PT-P910BT, ລະບົບປະຕິບັດການເຊື່ອມຕໍ່ກັບການເຮັດວຽກເຄື່ອງຈັກ (User interface of Numerical control unit Machine tools) ລຸ້ນ CNC UI D00 ແລະ ແອັບພິເຄຊັ້ນ My Stitch Monitor ຊ່ວຍໃຫ້ສາມາດກວດສອບງານດ້ານທັງອຸປະກອນ iOS ຫຼື AndroidTM ໄດ້ໃນທຸກບ່ອນທີ່ຕ້ອງການ (Embroidery monitoring mobile application My Stitch Monitor)


ໂດຍໃນປີນີ້ມີຜົນງານທີ່ສົ່ງເຂົ້າປະກວດປະມານ 10.000 ລາຍການ ຈາກ 52 ປະເທດທົ່ວໂລກ ໂດຍ ບຣາເດີ ຈະຍັງຄົງສານຕໍ່ຄວາມພະຍາຍາມຢ່າງຕໍ່ເນື່ອງໃນການປັບປຸງຄຸນນະພາບການອອກແບບ ແລະນະວັດຕະກຳຜະລິດຕະພັນ ເພື່ອສົ່ງມອບຄຸນຄ່າທີ່ເໜືອກວ່າໃຫ້ແກ່ລູກຄ້າຄວບຄູ່ໄປກັບການຫ່ວງໃຍສິ່ງແວດລ້ອມເພື່ອຄວາມຢັ້ງຢືນຢ່າງສົມດຸນ


ທັງນີ້ ການປະກວດ iF DESIGN AWARD ຖືກຈັດຂຶ້ນໂດຍ iF-International Forum Design ໃນຮັນໂນເວີ ປະເທດເຢຍລະມັນ ຊຶ່ງຖືເປັນໜຶ່ງໃນການແຂ່ງຂັນດ້ານການອອກແບບລະດັບນານາຊາດທີ່ມີຊື່ສຽງທີ່ສຸດລາຍໜຶ່ງຂອງໂລກ ແລະເລີ່ມດຳເນີນມາຕັ້ງແຕ່ປີ 1953 ໄດ້ຮັບການຍອມຮັບຈາກທົ່ວໂລກເພາະບໍ່ພຽງແຕ່ຕັດສິນຈາກຮູບລັກສະນະພາຍນອກຂອງຜະລິດຕະພັນເທົ່ານັ້ນ ແຕ່ຍັງພິຈາລະນາຈາກເກນຕ່າງໆ ເຊັ່ນ ຟັງຊັ້ນການເຮັດວຽກແລະປະສິດທິພາບດ້ານສິ່ງແວດລ້ອມອີກດ້ວຍ