ທົ່ວປະເທດ ມີແພດໝໍ ລາວ ປ້ອມດ່ານໜ້າ ທີ່ເຮັດວຽກປ້ອງກັນ ແລະ ປິ່ນປົວຄົນເຈັບ ຕິດເຊື້ອ 50 ຄົນ

1121

ໃນວັນທີ 31 ກໍລະກົດ 2021 ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

2021 ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ນັບແຕ່ມີການແຜ່ລະບາດ ແລະ ມີການຜູ້ຕິດເຊື້ອໂຄວິດ ຜູ້ຕິດເຊື້ອທັງຫຼາຍທີ່ເຊົ້າໄປປິ່ນປົວ ແລະ ກັກຕົວ ດ້ານພະນັກງານປ້ອມດ່ານໜ້າທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປິ່ນປົວຄົນເຈັບ ໃນບັນດາແຂວງຈຳນວນ 50 ກໍລະນີນັ້ນ ແມ່ນເປັນຈຳນວນກໍລະນີສະສົມທັງໝົດນັບແຕ່ເດືອນ ເມສາ 2021 ຈົນຮອດປັດຈຸບັນ ເຊີ່ງເພີ່ມຂື້ນຫຼາຍແມ່ນເດືອນ ກໍລະກົດ 2021 ລວມມີ 20 ຄົນ, ເຊິ່ງແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ແມ່ນ: ນະຄອນຫຼວງວຽງຈັນ (24 ຄົນ) , ຮອງລົງມາແມ່ນແຂວງຈໍາປາສັກ (19 ຄົນ), ແຂວງ ຜົ້ງສາລີ 02 ຄົນ, ແຂວງອຸດົມໄຊ 03 ຄົນ, ສະຫວັນນະເຂດ 01 ຄົນ ແລະ ບໍ່ແກ້ວ 01 ຄົນ, ໃນຈຳນວນ 50 ຄົນທີ່
ຕິດເຊື້ອ, 64% ແມ່ນມີອາການສະແດງອອກ ແລະ ສ່ວນຫຼາຍແມ່ນພະນັກງານຂົງເຂດວຽກງານສາທາລະນະສຸກ ຈຳນວນ 39 ຄົນ (ແພດໝໍ, ພະຍາບານ ແລະ ພະນັກງານທີ່ເຮັດວຽກຢູ່ຂົງເຂດສາທາລະນະສຸກ), ພະນັກງານເຮັດວຽກຢູ່ສູນຈຳກັດບໍລິເວນ 6 ຄົນ ແລະ ພະນັກງານປະຈຳດ່ານ 5 ຄົນ ເຊີ່ງທັງໝົດນີ້ກໍ່ໄດ້ຮັບການປິ່ນປົວຫາຍດີ, ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ປະຈຸບັນ ຈຳນວນ 08 ຄົນ.

ຮຽກຮ້ອງໃຫ້ບັນດາທ່ານ ຜູ້ຮັບຊົມ ແລະ ຮັບຟັງ ບໍ່ໃຫ້ມີຄວາມກາງວົນກ່ຽວກັບໂຕເລກລາຍງານດັ່ງກ່າວ ເພາະເປັນໂຕເລກສະສົມຜ່ານມາ.  ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ, ພວກເຮົາ ຕ້ອງເອົາໃຈໃສ່ ປະຕິບັດມາດຕະການມາດຕະການປ້ອງກັນການຕິດເຊື້ອ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ຫຼີກລ້ຽງການໄປສະຖານທີ່ແອອັດ, ຊຸມແຊວຫຼືສ້າງສັນກັບໝູ່ເພື່ອນຍາດຕິພີ່ນ້ອງ, ຮັກສາໄລຍະຫ່າງ, ໝັ່ນລ້າງມື, ໃສ່ຜ້າອັດປາກ-ດັງ.

ອີກປະການໜຶ່ງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຈົ່ງພ້ອມກັນໄປຮັບການສັກຢາວັກຊີນໃນແຕ່ລະຈຸດທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດຕາມກຳນົດເວລາ ເພາະຈະເປັນການຊ່ວຍຫຼຸດຜ່ອນການແຜ່ລະບາດເຊື້ອພະຍາດໂຄວິດ-19. ພ້ອມດຽວກັນນັ້ນ ກໍ່ຂໍຮຽກຮ້ອງມາຍັງ ອານາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນ ຜູ້ທີ່ລັກເຂົ້າມາ ບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່
ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ.