ສະຖິຕິສູງສຸດ ໃນລາວ ມື້ນີ້ 31 ກໍລະກົດ ມີຜູ້ຕິດເຊື້ອເຖິງ 380 ຄົນ ໃນຊຸມຊົນ 4 ຄົນ

605

ໃນວັນທີ 31 ກໍລະກົດ 2021 ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


2021 ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6.299 ຄົນ (ໃໝ່ 380 ກໍລະນີເຊີ່ງເປັນໂຕເລກລາຍງານການຕິດເຊື້ອທີ່ຫຼາຍກ່ວາໝູ່ທຽບໃສ່ໄລຍະຜ່ານມາ), ມີຕົວເລກຜູ້ເສຍຊີວິດສະສົມ 7 ຄົນ (ໃໝ່ 1 ກໍລະນີຈາກແຂວງຈຳປາສັກ) ແລະ ກຳລັງປິ່ນປົວ ທັງໝົດ 2.804 ຄົນ.


ມາຮອດວັນທີ 31 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 2.584 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 380 ຄົນ (ໃນນັ້ນຈາກ ນະຄອນຫຼວງ: 10, ສະຫວັນນະເຂດ: 116, ຈໍາປາສັກ: 83, ສາລະວັນ: 154 ຄົນ, ຄຳມ່ວນ: 9 ຄົນ, ຫຼວງນ້ໍາທາ 3 ຄົນ, ວຽງຈັນ 1 ຄົນ, ໄຊຍະບູລີ 1 ຄົນ, ບໍລິຄຳໄຊ 3 ຄົນ ສ່ວນຫຼາຍແມ່ນ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ (ໃນນັ້ນເປັນການຕິດເຊື້ອໃນຊຸມຊົນ 4 ກໍລະນີ ແລະ ກໍລະນີນຳເຂົ້າ 376 ກໍລະນີ) ສະເພາະ 4 ຄົນທີ່ຕິດເຊື້ອໃນຊຸມຊົນແມ່ນຢູ່ນະຄອນຫຼວງວຽງຈັນ 1 ຄົນ, ແຂວງວຽງຈັນ 1 ຄົນ, ແຂວງໄຊຍະບູລີ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ.

ສຳລັບການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ໃນວັນທີ 30 ກໍລະກົດ 2021 ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 3.083 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ; ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 60 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9.599 ຄົນ. ສໍາລັບ ແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ ທີ່ກວດບໍ່ພົບເຊື້ອນັ້ນ ແມ່ນໄດ້ຖືກນຳສົ່ງຈຳກັດບໍລິເວນ ເປັນເວລາ 14 ວັນ ຢູ່ບັນດາສູນຕ່າງໆ ພາຍໃນແຂວງຂອງຕົນ ແລະ ຈະມີການກວດຫາເຊື້ອ 2 ຄັ້ງ ກ່ອນຈະໃຫ້ອອກຈາກສູນ ເພື່ອໃຫ້ພວກກ່ຽວໄປສືບຕໍ່ຈຳກັດບໍລິເວນຕື່ມອີກ ຢູ່ເຮືອນຕົນເອງ (ສຳລັບຜູ້ມີເງື່ອນໄຂ) ແລະ ທີ່ສູນຈຳກັດບໍລິເວນຂອງເມືອງສຳລັບຜູ້ບໍ່ມີເງື່ອນໄຂ.