ອົງການປົກຄອງນະຄອນຫຼວງວຽງຈັນ ມອບເງິນສົດ ແລະຊຸດຫ້ອງນ້ຳເຄື່ອນທີ່ ຊ່ວຍສູນກັກກັນຕ້ານພະຍາດໂຄວິດ-19 ແຂວງສະຫວັນນະເຂດ

308

ອົງການປົກຄອງນະຄອນຫຼວງວຽງຈັນ ມອບຊຸດຫ້ອງນ້ຳເຄື່ອນທີ່ຊົ່ວຄາວ ຊ່ວຍເຫຼືອສູນກັກກັນເພື່ອຕ້ານພະຍາດໂຄວິດ-19ໃຫ້ແກ່ອົງການປົກຄອງແຂວງສະຫວັນນະເຂດ ຈຳນວນ 10 ຫ້ອງ, ມູນຄ່າ 38 ລ້ານກີບ ແລະເງິນສົດຈຳນວນ 100 ລ້ານກີບ, ລວມມູນຄ່າທັງໝົດ 138 ລ້ານກີບ.

ພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໃນຕອນເຊົ້າວັນທີ 29 ກໍລະກົດນີ້, ໃຫ້ກຽດຮັບໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການຕ້ານ, ສະກັດກັ້ນ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະມອບໂດຍຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

ເຄື່ອງຊ່ວຍເຫຼືອທີ່ໄດ້ຮັບໃນຄັ້ງນີ້, ທາງແຂວງຈະນຳໄປໃຊ້ເຂົ້າໃນວຽກງານການຕ້ານ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ ໃນນີ້ ສຳລັບຫ້ອງນ້ຳເຄື່ອນທີ່ຈຳນວນ 10 ຫ້ອງ ແມ່ນຈະນຳໄປຕິດຕັ້ງຢູ່ສູນກັກກັນຊົ່ວຄາວຂອງແຂວງ ໃນຈຸດທີ່ຍັງບໍ່ທັນພຽງພໍ.