ຄວາມຈຳເປັນ ແລະ ຂໍ້ຄວນລະມັດລະວັງໃນການສ້າງໜີ້ ຖ້ານຳໃຊ້ດີກໍຈະເປັນປະໂຫຍດ ແຕ່ຖ້ານຳໃຊ້ໄປໃນທາງທີ່ບໍ່ຖືກຕ້ອງບໍ່ເໝາະສົມ ກໍຈະເກີດມີຜົນເສຍຫາຍໄດ້

738

ໃນຄວາມໝາຍ ແລະ ຈຸດພິເສດສະເພາະຂອງຄຳວ່າ: “ ໜີ້ ( Debt )” ແມ່ນພັນທະຜູກພັນທີ່ຜູ້ກູ້ຢືມຈະຊໍາລະຄືນທັງເງິນຕົ້ນ ແລະ ດອກເບ້ຍ ໃຫ້ກັບຜູ້ໃຫ້ກູ້ ຫຼື ເຈົ້າໜີ້ໃນເວລາ ແລະ ເງື່ອນໄຂຂໍ້ຜູກມັດທີ່ຕົກລົງກັນໄວ້.

ໃນຄວາມໝາຍຂອງໜີ້ສິນທີ່ມີຄຳວ່າ: ສິນເຊື່ອ ( Credit ) ໝາຍເຖິງຄວາມເຊື່ອທີ່ບຸກຄົນໜຶ່ງມີໃຫ້ກັບອີກບຸກຄົນໜຶ່ງ ໂດຍຜູ້ທີ່ໃຫ້ຄວາມເຊື່ອຖືນັ້ນມີຖານະເປັນເຈົ້າໜີ້ ສ່ວນຜູ້ທີ່ໄດ້ຮັບຄວາມເຊື່ອຖື ເອີ້ນວ່າ: ລູກໜີ້ ແລະ ຍ້ອນການເປັນລູກໜີ້ ຈຶ່ງມີໜ້າທີ່ຄວາມຮັບຜິດຊອບຕໍ່ພາລະຜູກພັນຕ່າງໆທີ່ເຈົ້າໜີ້ໄດ້ເຊື່ອຖື ດ້ວຍການຊຳລະຄືນໜີ້ສິນທັງເງິນຕົ້ນ ແລະ ດອກເບ້ຍ ໄປຈົນກວ່າຈະໝົດພາລະຕາມສັນຍາ ແລະ ລະບຽບ – ກົດໝາຍ ໄດ້ກຳນົດໄວ້. ໃນນີ້, ຖ້າວ່າບໍ່ມີຄວາມຈຳເປັນແທ້ໆບໍ່ຄວນສ້າງໜີ້ ຍ້ອນວ່າເມື່ອເກີດມີໜີ້ແລ້ວບໍ່ສາມາດບໍລິຫານເງິນທີ່ກູ້ຢືມໄປໃຫ້ມີລາຍໄດ້ພຽງພໍທີ່ຈະຊຳລະຄືນໜີ້ສິນດັ່ງກ່າວໄດ້ ຜູ້ທີ່ສ້າງໜີ້ກໍຍັງມີຂໍ້ຜູກມັດໃນການຈ່າຍຊຳລະໜີ້ດັ່ງກ່າວ. ດັ່ງນັ້ນ, ເພື່ອເປັນພື້ນຖານຕາມຫຼັກການວິຊາການໃນເບື້ອງຕົ້ນ ບຸກຄົນໃດຕ້ອງການຈະສ້າງໜີ້ກໍຄວນພິຈາລະນາຄົ້ນຄວ້າສຶກສາຂໍ້ມູນ, ເງື່ອນໄຂລາຍລະອຽດຕ່າງໆ ພ້ອມທັງສຶກສາແນວທາງໃນການປະຕິບັດຕົ້ນຕໍ ດັ່ງນີ້:

1). ກ່ອນຈະສ້າງໜີ້ ກໍຕໍ່ເມື່ອຮູ້ວ່າມີຄວາມຈຳເປັນ ແລະ ເໝາະສົມ ພ້ອມທັງຈະສາມາດຊຳລະໜີ້ໄດ້ແທ້ຈິງ ທັງໃນປັດຈຸບັນ ແລະ ອະນາຄົດ.
2). ມີການປັບປຸງພຶດຕິກຳທັງດ້ານການບໍລິໂພກ ແລະ ການດຳລົງຊີວິດ ເພື່ອຫຼຸດຜ່ອນລາຍຈ່າຍ ກໍຄືຄວາມຈຳເປັນ ( ບາງດ້ານ ) ໃນການສ້າງໜີ້.
3). ຄວນສ້າງຕົນເອງເພື່ອໃຫ້ມີຄວາມເຊື່ອຖື ແລະ ຍອມຮັບຈາກເຈົ້າໜີ້ ຫຼື ສະຖາບັນການເງິນໃຫ້ໄດ້ ເນື່ອງຈາກວ່າໃນອະນາຄົດອາດມີຄວາມຈຳເປັນຕ້ອງການກູ້ຢືມເງິນຕື່ມອີກ.
4). ຄວນສ້າງໜີ້ດີ ໝາຍເຖິງໜີ້ທີ່ກໍ່ໃຫ້ເກີດມີລາຍໄດ້ ຫຼື ໜີ້ທີ່ຊ່ວຍປະຢັດຄ່າໃຊ້ຈ່າຍ ເຊັ່ນ: ການກູ້ຢືມເງິນມາລົງທຶນເຮັດທຸລະກິດ ເພື່ອສ້າງລາຍໄດ້ເພີ່ມ ຫຼື ການກູ້ເງິນມາຊື້ດິນ, ປຸກສ້າງເຮືອນຊານເປັນທີ່ພັກພາອາໄສ ຫຼື ກູ້ເງິນຊື້ດິນຊື້ເຮືອນ ແລ້ວບໍລິການໃຫ້ຜູ້ອື່ນເຊົ່າ ຫຼື ກູ້ຢືມເງິນເພື່ອລົງທຶນໃນການສຶກສາຍົກລະດັບ ແລະ ລົງທຶນສະແຫວງຫາຜົນກຳໄລ ເປັນຕົ້ນ.
5). ຄວນມີເງິນສຳຮອງເພື່ອໄວ້ໃຊ້ໃນກໍລະນີສຸກເສີນ ( ເຈັບເປັນກະທັນຫັນ, ວິກິດການລະບາດຂອງພະຍາດ ແລະ ມີຄວາມຈຳເປັນດ່ວນທີ່ຈະຕ້ອງໄດ້ໃຊ້ເງິນ…. ) ແລະ ບໍ່ສາມາດຜ່ອນຊຳລະໜີ້ຄືນໄດ້ທັນຕາມງວດທີ່ໄດ້ກຳນົດໄວ້.
6). ຜູ້ສ້າງໜີ້ຄວນມີການວາງແຜນໃຊ້ເງິນ, ມີວິໄນໃນການອອມເງິນ, ມີລາຍໄດ້ໝັ້ນຄົງ ແລະ ສະໝໍ່າສະເໝີ.

ຈາກເງື່ອນໄຂ ແລະ ບາງແນວທາງທີ່ສຳຄັນໃນການປະຕິບັດກ່ອນທີ່ຈະສ້າງໜີ້ດັ່ງກ່າວນັ້ນ ແມ່ນບາງແນວທາງທີ່ສັງລວມຈາກສະພາບ ແລະ ເງື່ອນໄຂຕົວຈິງຂອງວຽກງານສິນເຊື່ອ ແລະ ການບໍລິຫານໜີ້, ນອກນັ້ນການສ້າງໜີ້ຍັງສາມາດເກີດຂຶ້ນໄດ້ຈາກຫຼາຍໆດ້ານ ທັງໃນຂອບເຂດມະຫາພາກ ແລະ ຄົວເຮືອນ ເຊັ່ນ: ສະພາບເງິນເຟີ້ ( ລາຄາສິນຄ້າ ແລະ ບໍລິການນັບມື້ເພີ່ມຂຶ້ນສູງ ), ອັດຕາແລກປ່ຽນ – ອັດຕາດອກເບ້ຍເໜັງຕີງເພີ່ມຂຶ້ນ ຫຼື ຫຼຸດລົງຫຼາຍ, ໄພພິບັດທາງທຳມະຊາດ, ພະຍາດລະບາດ, ການວ່າງງານ, ບໍ່ມີລາຍໄດ້, ບໍ່ວາງແຜນການໃຊ້ເງິນ, ປິ່ນປົວພະຍາດ, ໃຊ້ຈ່າຍເຂົ້າໃນການດຳລົງຊີວິດພາຍໃນຄອບຄົວ ແລະ ໃຊ້ຈ່າຍສຸກເສີນເປັນຕົ້ນ ເຊິ່ງແຕ່ລະດ້ານດັ່ງກ່າວຈະມີຜົນຕໍ່ການສ້າງໜີ້ ແລະ ເຮັດໃຫ້ໜີ້ສິນມີໂອກາດເພີ່ມສູງຂຶ້ນເລື້ອຍໆ ບາງຄັ້ງເຖິງແມ່ນວ່າເປັນບັນຫາໃນລະດັບຄົວເຮືອນ ( House hold ) ແຕ່ສຸດທ້າຍກໍຈະສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນສັງຄົມ ແລະ ຖ້າວ່າຄົວເຮືອນມີການສະສົມສ້າງໜີ້ສິນເພີ່ມຂຶ້ນ ຄວາມສາມາດໃນການໃຊ້ຈ່າຍກໍຈະຫຼຸດລົງ, ມາດຕະຖານການດຳລົງຊີວິດກໍຫຼຸດລົງ ເກີດບັນຫາຂາດສະພາບຄ່ອງຕາມມາ ຄື: ໂສກເສົ້າອຸກໃຈ, ຄິດຫຼາຍ ( ບາງຄັ້ງນອນບໍ່ຫຼັບ ), ມີບັນຫາໃນຄອບຄົວ, ເກີດປາກົດການຫຍໍ້ທໍ້ ( ປຸ້ນຈີ້, ຍັກຍອກ, ສໍ້ໂກງ….) ເປັນຕົ້ນ. ສະນັ້ນ, ຜົນກະທົບທີ່ເກີດຂຶ້ນບາງຄັ້ງ, ບາງເລື່ອງ ແມ່ນບໍ່ສາມາດທີ່ຈະແກ້ໄຂໄດ້ຢ່າງເຕັມສ່ວນ ແລະ ທັນການ ແຕ່ວ່າຄົວເຮືອນ ຫຼື ປະຊາຊົນ ກໍມີຄວາມຈຳເປັນທີ່ຈະດຳລົງຊີວິດໃຫ້ຢູ່ລອດປອດໄພໃນແຕ່ລະມື້ທີ່ແຕກຕ່າງກັນໄປ. ເຖິງຢ່າງໃດກໍຕາມ, ກໍຄວນຍົກສູງເອົາໃຈໃສ່ສຶກສາຄົ້ນຄວ້າຫາຂໍ້ມູນ, ຮັບຮູ້ໃນຄວາມຈຳເປັນ ແລະ ມີສະຕິລະມັດລະວັງໃນການສ້າງໜີ້ ກໍຈະສາມາດຊ່ວຍຫຼຸດຜ່ອນບັນເທົາແກ່ເຮົາເອງໄດ້ ດັ່ງມີລາຍລະອຽດລຸ່ມ ນີ້:

▶ຄວາມຈຳເປັນໃນການສ້າງໜີ້:
1). ການບໍລິໂພກ ( Consumption ): ບາງຄັ້ງບຸກຄົນມີຄວາມຈຳເປັນໃນການສ້າງໜີ້ ເພື່ອເພີ່ມຄວາມອາດສາມາດໃນການບໍລິໂພກໃນປັດຈຸບັນ ເນື່ອງຈາກລາຄາສິນຄ້າ ແລະ ບໍລິການທີ່ຕ້ອງການອາດເພີ່ມສູງຂຶ້ນຍ້ອນອັດຕາເງິນເຟີ້ ຫຼື ເງິນອອມ ( Saving ) ທີ່ມີຢູ່ຍັງມີໜ້ອຍ ບໍ່ພຽງພໍທີ່ຈະຊື້ສິນຄ້າ ແລະ ບໍລິການ ຫຼື ໃນກໍລະນີຂອງຜູ້ທີ່ມີລາຍໄດ້ບໍ່ຫຼາຍ ແຕ່ມີລາຍຈ່າຍທີ່ຈຳເປັນໃນການດຳລົງຊີວິດ ເຊັ່ນ: ຊື້ອາຫານ, ຊື້ດິນ, ປຸກເຮືອນເພື່ອຢູ່ອາໄສ, ການຊື້ລົດ ສຳລັບໃຊ້ເດີນທາງໄປປະກອບອາຊີບ ເຊິ່ງຕ້ອງໃຊ້ເງິນຈຳນວນຫຼາຍເປັນຕົ້ນ. ການສ້າງໜີ້ໃນລັກສະນະນີ້ຈະຊ່ວຍໃຫ້ສາມາດມີອຳນາດຊື້ ( Power purchasing ) ສິ່ງຈຳເປັນດັ່ງກ່າວໄດ້ໄວຂຶ້ນ ແລະ ເປັນການສົ່ງເສີມຄຸນນະພາບຊີວິດຂອງບຸກຄົນໃຫ້ດີຂຶ້ນ.
2). ຄວາມສະດວກ ( Convenience ): ມີຫຼາຍຄັ້ງທີ່ບຸກຄົນຍອມສ້າງໜີ້ຫຼາຍກວ່າການໃຊ້ເງິນສົດ ເພື່ອຄວາມສະດວກ ແລະ ເກີດປະໂຫຍດອື່ນໆ ເຊັ່ນ: ໜີ້ທີ່ເກີດຈາກການໃຊ້ບັດເຄຣດິດແທນເງິນສົດໃນການຊຳລະຄ່າສິນຄ້າ ແລະ ບໍລິການ ຈະມີຄວາມສະດວກ ແລະ ປອດໄພກວ່າການໃຊ້ເງິນສົດ. ໃຊ້ບັດເຄຣດິດອຳນວຍຄວາມສະດວກໃນການຊື້ສິນຄ້າ ແລະ ບໍລິການຜ່ານອິນເຕີເນັດ ເຊິ່ງເງິນສົດບໍ່ສາມາດຊື້ໄດ້ ແລະ ລະບົບການຈ່າຍຊຳລະໜີ້ຄືນຂອງບັດເຄຣດິດ ຍັງມີຄວາມສະດວກຕໍ່ຜູ້ຖືບັດ.
3). ແຫຼ່ງເງິນສຳຮອງໃນຍາມສຸກເສີນ ( Emergency use ): ຄວາມສາມາດທີ່ຈະກູ້ຢືມໄດ້ງ່າຍ ແລະ ໄວນັ້ນ ເຮັດໃຫ້ບຸກຄົນມີເງິນສຳຮອງສຳລັບເຫດການສຸກເສີນ ເຊິ່ງອາດເກີດຈາກໄພທຳມະຊາດທີ່ເຮັດໃຫ້ບ້ານເຮືອນເສຍຫາຍ, ຜູ້ທີ່ມີອາຊີບກະສິກຳ ( ປູກຝັງ, ລ້ຽງສັດ ) ທີ່ບໍ່ສາມາດປະກອບອາຊີບໄດ້ ຫຼື ເກີດຈາກເຫດການທີ່ບໍ່ຄາດຄິດ ເຊັ່ນ: ອຸບັດເຫດ, ບັນຫາສຸຂະພາບ, ການວ່າງງານ ທີ່ມີຜົນກະທົບພາໃຫ້ຂາດລາຍໄດ້ເປັນຕົ້ນ ເຊິ່ງເຫດການສຸກເສີນດັ່ງກ່າວເຮັດໃຫ້ເກີດມີຄ່າໃຊ້ຈ່າຍທີ່ບໍ່ໄດ້ຄາດຄິດໄວ້ກ່ອນລ່ວງໜ້າ. ສະນັ້ນ, ການສ້າງໜີ້ໃນລັກສະນະນີ້ ຈຶ່ງເປັນແຫຼ່ງເງິນສຳຮອງທີ່ສາມາດຊ່ວຍຫຼຸດຜ່ອນ, ແບ່ງເບົາຄວາມເດືອດຮ້ອນຈຳເປັນທີ່ເກີດຂຶ້ນໄດ້.

4). ເພື່ອການລົງທຶນ ( Investment purpose ): ການສ້າງໜີ້ສຳລັບການລົງທຶນ ຫຼື ເກງກຳໄລ ເປັນໜີ້ສິນທີ່ກໍ່ໃຫ້ເກີດມີລາຍໄດ້ ໂດຍເອົາເງິນຈາກການສ້າງໜີ້ໄປລົງທຶນໃນຊັບສິນການລົງທຶນຕ່າງໆທີ່ມີໂອກາດເພີ່ມມູນຄ່າໃນອະນາຄົດ ເຊັ່ນ: ການເຮັດທຸລະກິດ, ການຊື້ດິນໄວ້ເກງກຳໄລໃນໄລຍະຍາວ, ການຊື້ຕຶກອາຄານເພື່ອໃຫ້ເຊົ່າ ຫຼື ຜູ້ທີ່ໄດ້ຮັບ ຄວາມສ່ຽງສູງອາດລົງທຶນຊື້ຮຸ້ນ ໂດຍໃຊ້ສິນເຊື່ອເພື່ອການຊື້ຮຸ້ນ ( Margin Loan ) ເຊິ່ງການລົງທຶນນີ້ ມີໂອກາດໄດ້ຮັບລາຍໄດ້ຈາກການລົງທຶນ ແລະ ກຳໄລຈາກການຂາຍຊັບສິນລົງທຶນທີ່ມີມູນຄ່າສູງຂຶ້ນ ບົນພື້ນຖານການບໍລິຫານໜີ້, ບໍລິຫານຊັບສິນ ແລະ ບໍລິຫານ ຄວາມສ່ຽງທີ່ມີປະສິດທິພາບ.

▶ຂໍ້ຄວນລະມັດລະວັງໃນການສ້າງໜີ້:
ເຖິງແມ່ນວ່າການສ້າງໜີ້ຈະສາມາດຕອບສະໜອງຕໍ່ຄວາມຈຳເປັນ ຫຼື ມີປະໂຫຍດໃນການດຳລົງຊີວິດກໍຕາມ ແຕ່ການມີໜີ້ສິນມີທັງຈຸດດີ ແລະ ຈຸດອ່ອນ ( ຜົນເສຍຫາຍ ),  ເຊິ່ງເປັນສິ່ງທີ່ຄວນເອົາໃຈໃສ່, ລະມັດລະວັງຢ່າງເຂັ້ມງວດ ດັ່ງນີ້:
1). ການສ້າງນິດໄສຟຸມເຟືອຍ ( Overspending ): ໃນການສ້າງໜີ້ ແມ່ນເປັນການເພີ່ມຄວາມອາດສາມາດໃນການບໍລິໂພກສິນຄ້າ ແລະ ບໍລິການໄດ້ຫຼາຍຂຶ້ນ ໂດຍບໍ່ຈຳເປັນຕ້ອງມີເງິນອອມ ກໍສາມາດຊື້ ແລະ ໃຊ້ບໍລິການໄດ້, ລວມທັງມີສະຖາບັນການເງິນ ( ໃນລະບົບ ), ການປ່ອຍກູ້ນອກລະບົບ ຫຼື ບໍລິສັດທີ່ບໍລິການປ່ອຍເງິນກູ້ຕ່າງໆ ອັນເປັນໂອກາດກະຕຸ້ນ ແລະ ອຳນວຍຄວາມສະດວກໃນການສ້າງໜີ້ສິນໄດ້ງ່າຍ ຈົນບາງຄັ້ງເຮັດໃຫ້ບຸກຄົນ ຫຼົງລືມພິຈາລະນາໃນການຊື້ສິນຄ້າທີ່ບໍ່ຈຳເປັນ ຫຼື ໃຊ້ຈ່າຍເກີນຕົວແລ້ວບໍ່ສາມາດຊຳລະໜີ້ສິນໄດ້ ແລະ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດເປັນໜີ້ສູນ ( Non-Performing Loans: NPLs ) ໃນລະບົບເສດຖະກິດ.

2). ພາລະໜີ້ສິນເກີນຕົວ ( High debt ): ເນື່ອງຈາກລະບົບການໃຫ້ສິນເຊື່ອໃນປັດຈຸບັນ ສ້າງຄວາມສົນໃຈດຶງດູດໃຫ້ບຸກຄົນມີການໃຊ້ຈ່າຍເກີນກວ່າຈຳນວນເງິນທີ່ມີຢູ່ໃນມື ເຮັດໃຫ້ບຸກຄົນທີ່ໃຈຮ້ອນ ( ມັກສ້າງໜີ້ ) ຕ້ອງຢູ່ໃນສະພາບທີ່ເປັນໜີ້, ເກີດຄວາມທຸກຍາກຂາດເຂີນໃນການດຳລົງຊີວິດ, ເກີດມີບັນຫາພາຍໃນຄອບຄົວ ແລະ ຖ້າບໍ່ສາມາດຊຳລະໜີ້ສິນໄດ້ ອາດຫາທາງອອກດ້ວຍການສ້າງບັນຫາຫຍໍ້ທໍ້ຕ່າງໆທີ່ຫຍຸ້ງຍາກເປັນພິດໄພໃຫ້ກັບຕົນເອງ, ຄອບຄົວ ແລະ ສັງຄົມ. ໃນນັ້ນ, ເພື່ອປ້ອງກັນບັນຫາໜີ້ສິນດັ່ງກ່າວ ຈຶ່ງຄວນມີສະຕິ, ມີວິໄນວາງແຜນບໍລິຫານເງິນ ແລະ ກ່ອນສ້າງໜີ້ ເຊັ່ນ: ສ້າງໜີ້ແບບພໍປະມານ ບໍ່ຫຼາຍເກີນຄວາມສາມາດທີ່ຈະໃຊ້ໜີ້ໄດ້, ມີເຫດຜົນຈຳເປັນແທ້ຈິງ, ປຶກສາຫາລືພາຍໃນຄອບຄົວ, ຢ່າໃຊ້ເງິນຫຼາຍກວ່າທີ່ຫາມາໄດ້, ບໍ່ໃຊ້ຈ່າຍຟຸມເຟືອຍ ຫຼື ອວດອ້າງ, ພູມໃຈກັບການໃຊ້ຈ່າຍທີ່ສະຫຼາດ ແລະ ມີການປະຕິເສດໃນການສ້າງໜີ້ໃຫ້ໄດ້ ໂດຍສຶກສາຄຸນປະໂຫຍດການສ້າງໜີ້ ລວມເຖິງນິຕິກຳ, ກົດໝາຍ, ລະບຽບການທີ່ກ່ຽວຂ້ອງໃນສັນຍາກູ້ຢືມກ່ອນການເປັນໜີ້ ແລະ ສຳຄັນຕ້ອງມີຄຸນນະທຳໃນການເປັນລູກໜີ້ທີ່ດີ ຄື: ຊຳລະໜີ້ຕາມເງື່ອນໄຂສັນຍາທີ່ກຳນົດໄວ້.
3). ສະພາບຄ່ອງທາງການເງິນຫຼຸດລົງ ( Decrease liquidity ): ກໍລະນີບຸກຄົນບໍ່ສາມາດຊອກຫາລາຍໄດ້ຕື່ມອີກ ຫຼື ເພີ່ມຂຶ້ນບໍ່ຫຼາຍ ແລະ ບໍ່ພຽງພໍກັບພາລະໜີ້ທີ່ຕ້ອງຊຳລະ ເຮັດໃຫ້ລາຍໄດ້ສ່ວນໜຶ່ງທີ່ໄດ້ຮັບມາໃນແຕ່ລະເດືອນຖືກຫັກເອົາໄປໃຊ້ໜີ້, ມີຜົນເຮັດໃຫ້ມີລາຍໄດ້ທີ່ຍັງເຫຼືອໄວ້ໃຊ້ຈ່າຍໜ້ອຍກວ່າເກົ່າ ສະພາບຄ່ອງໃນການໃຊ້ຈ່າຍຫຼຸດລົງ ແລະ ຖ້າບຸກຄົນຍັງສືບຕໍ່ປະຕິບັດ ໂດຍມີພຶດຕິກຳໃຊ້ຈ່າຍຄືກັບຕອນທີ່ຍັງບໍ່ເປັນໜີ້ຈະເຮັດໃຫ້ມີລາຍໄດ້ບໍ່ພຽງພໍ ເຊິ່ງຈະເປັນສາເຫດເຮັດໃຫ້ບຸກຄົນກ້າວເຂົ້າສູ່ສະພາບຊີວິດສ້າງໜີ້ກ້ອນໃໝ່ຂຶ້ນມາ ເພື່ອຮັກສາສະພາບຄ່ອງທາງການເງິນໃນຊີວິດໃຫ້ຄືເກົ່າ ໂດຍຍັງມີໜີ້ສິນກ້ອນເກົ່າຕິດຄ້າງຢູ່ ແລະ ໜີ້ເກົ່າທີ່ມີຢູ່ ຖ້າບໍ່ສາມາດຊຳລະໄດ້ທັນຕາມກຳນົດເວລາແລ້ວຍັງສືບຕໍ່ສ້າງໜີ້ໃໝ່ເພື່ອເອົາມາຊຳລະໜີ້ເກົ່າ ສຸດທ້າຍກໍຈະມີໜີ້ສິນເພີ່ມນັບມື້ຫຼາຍຂຶ້ນ ແລະ ໃຊ້ໜີ້ໄປເລື້ອຍໆ.

4). ຕົ້ນທຶນສູງ ( High cost ): ໜີ້ສິນຂອງບຸກຄົນຈະມີຕົ້ນທຶນໃນການສ້າງໜີ້ສູງພໍສົມຄວນ ນອກຈາກຈະຕ້ອງຈ່າຍດອກເບ້ຍແລ້ວ ຍັງຕ້ອງເສຍຄ່າໃຊ້ຈ່າຍອື່ນໆອີກ ເຊັ່ນ: ໜີ້ຈາກການໃຊ້ບັດເຄຣດິດ ທີ່ມີຄ່າທຳນຽມ, ຄ່າປັບໃໝໃນການຜິດນັດຊຳລະໜີ້ ແລະ ດອກເບ້ຍ ຈາກໜີ້ທີ່ຄ້າງຊຳລະ ເຊິ່ງມີອັດຕາທີ່ສູງກວ່າການສ້າງໜີ້ປະເພດອື່ນໆ. ນອກນັ້ນ, ການສ້າງໜີ້ໃນແຕ່ລະປະເພດຈະມີການກຳນົດອັດຕາດອກເບ້ຍ ແລະ ວິທີການຄິດໄລ່ຕົ້ນທຶນທີ່ແຕກຕ່າງກັນ ( ຄິດໄລ່ດອກເບ້ຍແບບສະເໝີຕົວ ແລະ ແບບຫຼຸດລົງ ), ສະນັ້ນການສ້າງໜີ້ຄວນຈະພິຈາລະນາໃຫ້ເລິກເຊິ່ງ, ເໝາະສົມ ແລະ ລວມໄປເຖິງພາລະຂອງຕົ້ນທຶນທີ່ຕ້ອງແບກຫາບອີກດ້ວຍ.
5). ເກີດເງິນເຟີ້ ( Contributory to inflation ): ການບໍລິການໃຫ້ສິນເຊື່ອ ຫຼື ມີການສ້າງໜີ້ຫຼາຍຂຶ້ນນັ້ນ ຈະເຮັດໃຫ້ຄວາມຕ້ອງການສິນຄ້າ ແລະ ບໍລິການສູງຂຶ້ນ ເມື່ອຄວາມຕ້ອງການສິນຄ້າ ແລະ ບໍລິການ ຫຼາຍກວ່າປະລິມານສິນຄ້າໃນຕະຫຼາດ ຫຼື ເອີ້ນວ່າ: ຄວາມຕ້ອງການ ( Demand ) ຫຼາຍກວ່າການສະໜອງ ( Supply ) ຈະເຮັດໃຫ້ສິນຄ້າ ແລະ ບໍລິການ ໂດຍທົ່ວໄປມີລາຄາສູງຂຶ້ນ ຫຼື ອຳນາດຊື້ຂອງເງິນຫຼຸດລົງຕ້ອງໃຊ້ເງິນໃນຈຳນວນຫຼາຍຂຶ້ນ ເພື່ອຊື້ສິນຄ້າ ແລະ ບໍລິການຊະນິດເກົ່າ ແລະ ເທົ່າເກົ່າ. ມີຜົນເຮັດໃຫ້ປະລິມານ ແລະ ການສະໜອງເງິນໃນລະບົບເສດຖະກິດມີຫຼາຍຂຶ້ນ ກໍ່ໃຫ້ເກີດສະພາບເງິນເຟີ້ໃນລະບົບເສດຖະກິດ ເຊິ່ງວິທີປ້ອງກັນ, ແກ້ໄຂກໍຈະມີທະນາຄານກາງ ( Central Bank ) ເຂົ້າມາອູ້ມຊູຄຸ້ມຄອງ, ຄວບຄຸມປະລິມານເງິນ ແລະ ສິນເຊື່ອໃຫ້ຢູ່ໃນລະດັບທີ່ເໝາະສົມກັບສະພາບຂອງເສດຖະກິດໃນແຕ່ລະໄລຍະ.

ທັງໝົດທີ່ໄດ້ກ່າວມານັ້ນ ເຫັນວ່າການສ້າງໜີ້ມີທັງປະໂຫຍດ ແລະ ອາດເປັນໂທດ ( ຜົນເສຍຫາຍ ) ຕໍ່ຜູ້ສ້າງໜີ້, ຖ້າວ່າບຸກຄົນນຳໃຊ້ເງິນໃຫ້ເກີດປະໂຫຍດຕໍ່ການດຳລົງຊີວິດ ແລະ ມີສະຕິຮູ້ຈັກໝູນໃຊ້ໃນລະດັບທີ່ເໝາະສົມ ຖືກຕ້ອງຕາມແນວທາງຂອງພັກ – ລັດຖະບານ, ບັນດານິຕິກຳ, ກົດໝາຍ ແລະ ຂໍ້ກຳນົດກົດລະບຽບ ເວົ້າລວມ, ເວົ້າສະເພາະ ກໍຄືແນວທາງນະໂຍບາຍ – ການຄຸ້ມຄອງຂອງທະນາຄານ ແຫ່ງ ສປປ ລາວ ແລະ ຄວາມຈຳເປັນທີ່ສົມເຫດສົມຜົນໃນຕົວຈິງແລ້ວ ກໍຈະເປັນໂອກາດດີອີກປັດໄຈໜຶ່ງ ເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງ, ສ້າງ ຄວາມເຂັ້ມແຂງ – ຍືນຍົງ, ເປັນຂໍ້ມູນກ່ອນຕັດສິນໃຈກູ້ຢືມເງິນ, ສາມາດບໍລິຫານນຳໃຊ້ເງິນ ແລະ ຊຳລະໜີ້ສິນຄືນໄດ້ບໍ່ຫຼາຍກໍໜ້ອຍ.ກົງກັນຂ້າມ ຖ້າວ່າບຸກຄົນມີການສ້າງໜີ້ໃນຈຳນວນທີ່ນັບມື້ຫຼາຍຂຶ້ນ ເຖິງແມ່ນວ່າໜີ້ກ້ອນນັ້ນຈະຊ່ວຍສ້າງ ຄວາມອາດສາມາດທາງການເງິນໃຫ້ກັບບຸກຄົນ ( ຜູ້ກູ້ຢືມ ຫຼື ລູກໜີ້ ) ກໍຕາມ ແລະ ດ້ວຍເຫດຜົນຕາມຫຼັກການຂອງການມີລາຍຮັບໜ້ອຍກວ່າລາຍຈ່າຍແລ້ວ ກໍຈະມີຜົນກະທົບທີ່ເປັນຜົນເສຍຫຍໍ້ທໍ້ຕໍ່ບຸກຄົນນັ້ນແບບບໍ່ຕ້ອງສົງໄສ. ສະນັ້ນ, ການຮຽນຮູ້ວິທີການບໍລິຫານເງິນ ຫຼື ການວາງແຜນການເງິນສ່ວນບຸກຄົນ ຈຶ່ງມີຄວາມສຳຄັນຫຼາຍທີ່ຈະຊ່ວຍໃຫ້ມີ ຄວາມຮູ້ – ຄວາມສາມາດ ສົມທົບກັບການມີພື້ນຖານທັກສະໃນດ້ານການຮູ້ຊອກຫາເງິນ ( How to Earn ), ການຮູ້ອອມເງິນ ( How to Save ), ການຮູ້ນໍາໃຊ້ເງິນ ( How to Spend ) ແລະ ການຮູ້ເອົາເງິນໄປລົງທຶນສ້າງມູນຄ່າໃຫ້ເກີດດອກອອກຜົນ ( How to Invest ) ເພື່ອເປັນການລະມັດລະວັງໃນການນໍາໃຊ້ເງິນ ແລະ ແກ້ໄຂບັນຫາການເງິນສ່ວນບຸກຄົນໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ໂດຍ: ອາຈານ ສິລິມຸງຄຸນ ຫຼວງລາດ