ບໍລິສັດຟາຍເຊີ ມີລາຍຮັບສູງເກີນຄາດໃນໄຕມາດ 2

492

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດຟາຍເຊີ ( Pfizer ) ຜູ້ຜະລິດຢາລາຍໃຫຍ່ ຂອງອາເມຣິກາ ເປີດເຜີຍວ່າ: ໃນໄຕມາດ 2 ຂອງປີ 2021 ບໍລິສັດມີລາຍໄດ້ ແລະ ມີຜົນກຳໄລສູງກວ່າທີ່ຄາດການໄວ້ ໂດຍໄດ້ແຮງຍູ້ຈາກການຂາຍວັກແຊັງປ້ອງກັນໂຄວິດ – 19.

ລາຍງານລະບຸວ່າ: ບໍລິສັດຟາຍເຊີມີຍອດຂາຍວັກແຊັງປ້ອງກັນໂຄວິດສູງເຖິງ 7,8 ຕື້ໂດລາສະຫະລັດ ໃນໄຕມາດ 2 ຂອງປີນີ້ ແລະ ບໍລິສັດໄດ້ປັບຂຶ້ນຕົວເລກຄາດການຍອດຂາຍວັກແຊັງໃນປີນີ້ ສູ່ລະດັບ 33,5 ຕື້ໂດລາ, ຈາກເດີມຄາດວ່າຈະຢູ່ທີ່ 26 ຕື້ໂດລາ.

ທັງນີ້, ຟາຍເຊີ ມີກຳໄລ 1,07 ໂດລາຕໍ່ຮຸ້ນ ໃນໄຕມາດ 2 ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ຄາດວ່າຈະຢູ່ທີ່ 0,97 ໂດລາຕໍ່ຮຸ້ນ.