ສະພາອາເມຣິກາ ຮັບຮອງຮ່າງກົດໝາຍ ແຜນງົບປະມານ ສະໜັບສະໜູນການໃຊ້ຈ່າຍ

215

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະສະພາສະຫະລັດອາເມຣິກາ ໄດ້ມີມະຕິຮັບຮອງເອົາຮ່າງກົດໝາຍແຜນງົບປະມານຊົ່ວຄາວ ຈຳນວນ 7 ສະບັບ ເພື່ອສະໜັບສະໜູນໜ່ວຍງານຂອງລັດຖະບານກາງສະຫະລັດ ໃຫ້ມີເງິນໃຊ້ຈ່າຍໃນປີງົບປະມານສົກປີ 2021 – 2022 ເຊິ່ງເລີ່ມແຕ່ວັນທີ 1 ຕຸລານີ້.

ລັດຖະສະພາຂອງອາເມຣິກາ ໄດ້ມີມະຕິ 219 ຕໍ່ 208 ສຽງ ອະນຸມັດໃຫ້ງົບປະມານມູນຄ່າ 617 ຕື້ໂດລາ ເພື່ອຈັດສັນໃຫ້ແກ່ກະຊວງກະສິກຳ, ກະຊວງສຶກສາທິການ, ກະຊວງພະລັງງານ, ກະຊວງສາທາລະນະສຸກ, ກະຊວງຝ່າຍກິດຈະການ ແລະ ບໍລິການມະນຸດ, ກະຊວງພາຍໃນ, ກະຊວງແຮງງານ, ກະຊວງຂົນສົ່ງ, ກະຊວງການເງິນ ແລະ ໜ່ວຍງານອື່ນໆຂອງລັດຖະບານກາງສະຫະລັດ.

ທ່ານ ນາງ ໂຣຊາ ເດເລີໂຣ ປະທານຄະນະກຳມະການຈັດສັນງົບປະມານຂອງລັດຖະສະພາອາເມຣິກາ ກ່າວວ່າ: ຫຼັງຈາກທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ຄັ້ງໃຫຍ່ ແລະ ເກີດພາວະຂາດການລົງທຶນມານານຫຼາຍສິບປີ ເສດຖະກິດສະຫະລັດອາເມຣິກາ ໄດ້ເອື້ອປະໂຫຍດຕໍ່ຊາວອາເມຣິກາ ທີ່ເປັນຄົນລ້ຳລວຍ ແຕ່ຊົນຊັ້ນກາງ ແລະ ກຸ່ມຄົນທີ່ເຮັດວຽກໜັກ ແລະ ທຸລະກິດຂະໜາດນ້ອຍຊ້ຳພຜັດຕ້ອງປະເຊີນກັບຄວາມຫຍຸ້ງຍາກລຳບາກ.

ງົບປະມານຈຳນວນດັ່ງກ່າວນີ້ ຈະຊ່ວຍພິກສະຖານະການໃຫ້ດີຂຶ້ນ ແລະ ຈະເຮັດໃຫ້ເກີດມີການລົງທຶນເພີ່ມຂຶ້ນ, ການເພີ່ມງົບປະມານໃຫ້ແກ່ກະຊວງແຮງງານ, ກະຊວງສາທາລະນະສຸກ, ກະຊວງຝ່າຍກິດຈະການ ແລະ ບໍລິການມະນຸດ ຈະເປັນການເພີ່ມລາຍຮັບໃຫ້ແກ່ປະຊາຊົນຜູ້ທີ່ມີລາຍຮັບຕ່ຳ ມີລາຍຮັບເພີ່ມຂຶ້ນ.