ທ່າມກາງໂຄວິດລະບາດ, ໃນ 6 ເດືອນຕົ້ນປີ 2021 ລາວຍັງໄດ້ເກີນດູນການຄ້າ 735 ລ້ານໂດລາ

1032

ຖືວ່າເປັນຂ່າວດີທີ່ສຸດໃນທ່າມການການລະບາດຂອງພະຍາດໂຄວິດ-19 ເຊິ່ງຫຼາຍປະເທດໃນໂລກແມ່ນຜະເຊີນກັບບັນຫາວິກິດເສດຖະກິດລວມທັງປະເທດເຮົາ ແຕ່ໃນ 6 ເດືອນຕົ້ນປີ 2021 ພວກເຮົາຍັງໄດ້ເກີນດູນການຄ້າ 735 ລ້ານໂດລາສະຫະລັດ ຈາກມູນຄ່າການຄ້າທັງໝົດ 6.784 ລ້ານໂດລາ.

ຕາມການລາຍງານຈາກສູນຂໍ້ມູນຂ່າວສານການຄ້າໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນ 6 ເດືອນຕົ້ນປີ 2021 ບັນລຸໄດ້ປະມານ 6.784 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 3.760 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 3.025 ລ້ານໂດລາສະຫະລັດ ເຮັດໃຫ້ປະເທດເຮົາເກີນດຸນການຄ້າປະມານ 735 ລ້ານໂດລາສະຫາລັດ.ໃນນັ້ນ ສີນຄ້າສົ່ງອອກຫຼັກປະກອບມີ: ໄຟຟ້າ, ຄຳ, ມັນຕົ້ນ, ແຮ່ທອງ, ເຈ້ຍ, ໝາກກ້ວຍ ແລະ ເຄື່ອງນຸ່ງຫົ່ມ.

ຂ່າວໃຫ້ຮູ້ອີກວ່າ: ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນ 6 ເດືອນຕົ້ນປີ 2021 ບັນລຸໄດ້ທັງໝົດປະມານ 6.784 ລ້ານໂດລາສະຫະລັດ (ລວມທັງຕົວເລກການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ) ເທົ່າກັບ 52,3% ຂອງແຜນການປີ 2021 ທຽບໃສ່ໄລຍະດຽວກັນຂອງ ປີ 2020 ແມ່ນເພີ່ມຂຶ້ນ 27,2%; ເຊິ່ງໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ປະມານ 3.760 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 33,4% ແລະ ປະຕິບັດໄດ້ 57,1% ຂອງແຜນການປີ 2021, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 3.025 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 20,2% ແລະ ປະຕິບັດໄດ້ 47,4% ຂອງແຜນການປີ 2021 ຈາກຕົວເລກດັ່ງກ່າວແມ່ນເຫັນວ່າມູນຄ່າການຄ້າ 6 ເດືອນຕົ້ນປີ ເກີນດູນ 735 ລ້ານໂດລາສະຫະລັດ; ຢ່າງໃດກໍ່ຕາມ, ຖ້າຫາກບໍ່ລວມຕົວເລກນຳເຂົ້າ ແລະ ສົ່ງອອກໄຟຟ້າແມ່ນຍັງຈະຂາດດຸນ ປະມານ 85 ລ້ານໂດລາສະຫະລັດ.

ຕົວເລກຂ້າງເທິງນັ້ນ ເຫັນວ່າ ສິນຄ້າສົ່ງອອກຕົ້ນຕໍຂອງ ສປປ ລາວ ແມ່ນ ໄຟຟ້າ, ຄຳ, ມັນຕົ້ນ, ແຮ່ທອງ, ເຈ້ຍ, ໝາກກ້ວຍ ແລະ ເຄື່ອງນຸ່ງຫົ່ມ. ສ່ວນສິນຄ້ານຳເຂົ້າສ່ວນໃຫຍ່ແມ່ນ ນໍ້າມັນເຊື້ອໄຟ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນກົນຈັກ, ອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ.


ນອກຈາກນັ້ນ, ໃນໄລຍະ 6 ເດືອນຕົ້ນປີນີ້ ແມ່ນມີສິນຄ້າບາງປະເພດມີການຜະລິດ ແລະ ສົ່ງອອກຫລາຍ ເຊັ່ນ: ຄຳ ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຄື່ອງໄຟຟ້າ ເພີ່ມຂຶ້ນ 50,8% ມັນຕົ້ນ 31%, ໝາກກ້ວຍ 26% ແລະ ຢາງພາລາ ເພີ່ມຂຶ້ນ 103% ເປັນຕົ້ນ.