ສົ່ງກຳລັງໃຈຊ່ວຍແພດໝໍ! ຄະນະສະເພາະກິດເຜີຍແພດໝໍ ຕິດເຊື້ອໂຄວິດ-19ຈາກການປິ່ນປົວເບິ່ງແຍງຄົນເຈັບຫຼາຍເຖິງ 39 ຄົນ

616

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 30 ກໍລະກົດ 2021 ວ່າ: ໃນວັນທີ 29 ກໍລະກົດ ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງກວດວິເຄາະຫາຜູ້ຕິດເຊື້ອທັງໝົດ 2.379 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 244 ຄົນ ໃນນີຈາກກໍລະນີນຳເຂົ້າ 243 ຄົນ ຄື: ນະຄອນຫຼວງວຽງຈັນ 31 ຄົນ, ສະຫວັນນະເຂດ 118 ຄົນ, ຈໍາປາສັກ 38 ຄົນ, ສາລະວັນ 46 ຄົນ, ຄໍາມ່ວນ 10 ຄົນ ເຊິ່ງທັງໝົດແມ່ນກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ແລະ ສໍາລັບແຂວງສະຫວັນນະເຂດ ແມ່ນ ກວດພົບ 1 ກໍລະນີ ທີ່ຕິດເຊື້ອຈາກຜູ້ສໍາຜັດໃກ້ຊິດ, ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 5.919 ຄົນ, ເສຍຊີວິດສະສົມ 6 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 2.774 ຄົນ.


ດ້ານການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ: ວັນທີ 29 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 3.215 ຄົນ ເຊິ່ງທັງໝົດແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ; ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 60 ສູນ ແລະ ມີຜູ້ຈຳກັດບໍລິເວນ 9.464 ຄົນ.

ສຳລັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ ທີ່ກວດບໍ່ພົບເຊື້ອນັ້ນ ແມ່ນໄດ້ຖືກນຳສົ່ງຈຳກັດບໍລິເວນ ເປັນເວລາ 14 ວັນ ນຳບັນດາສູນຕ່າງໆ ພາຍໃນແຂວງຂອງຕົນ ແລະ ຈະມີການກວດຫາເຊື້ອ 2 ຄັ້ງ ກ່ອນຈະໃຫ້ອອກຈາກສູນ ເພື່ອໃຫ້ພວກກ່ຽວໄປສືບຕໍ່ຈຳກັດບໍລິເວນຕື່ມອີກ 7 ວັນ ຢູ່ເຮືອນຕົນເອງ (ສຳລັບຜູ້ມີເງື່ອນໄຂ) ແລະ ທີ່ສູນຈຳກັດບໍລິເວນຂອງເມືອງ ສຳລັບຜູ້ບໍ່ມີເງື່ອນໄຂ.

ຕໍ່ກັບສະພາບການດັ່ງກ່າວ, ເຫັນໄດ້ວ່າ ສ ປປ ລາວ ມີຄວາມສ່ຽງສູງທີ່ຈະມີການລະບາດໃນຊຸມຊົນຮອບໃໝ່ເນື່ອງຈາກບັນດາແຮງງານທີ່ກັບຄືນມາປະເທດມີອັດຕາພົບເຊື້ອສູງ ແລະ ຍັງພົບສາຍພັນເດວຕາທີ່ມີອັດຕາການແຜ່ເຊື້ອຢ່າງໄວວາ, ນອກຈາກນີ້ຍັງພົບການຕິດເຊື້ອໃນພະນັກງານດ່ານໜ້າທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປີ່ນປົວຄົນເຈັບ ໃນບັນດາແຂວງສູງເຖິງ 50 ຄົນ ເຊິ່ງແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ແມ່ນນະຄອນຫຼວງວຽງຈັນ (24 ຄົນ), ຮອງລົງມາແມ່ນແຂວງຈຳປາສັກ (19 ຄົນ). ໃນຈຳນວນ 50 ຄົນທີ່ຕິດເຊື້ອ 64% ແມ່ນມີອາການສະແດງອອກ ແລະ ສ່ວນຫຼາຍແມ່ນພະນັກງານແພດໝໍມີຈໍານວນ 39 ຄົນ, ພະນັກງານເຮັດວຽກຢູ່ສູນຈຳກັດບໍລິເວນ 6 ຄົນ ແລະ ພະນັກງານປະຈຳດ່ານ 5 ຄົນ.


ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ, ຈຶ່ງສະເໜີໃຫ້ ບັນດາແຮງງານທັງຫຼາຍ ຫຼື ຍາດຕິພີ່ນ້ອງ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍ່ໃຫ້ກັບມາໂດຍຖືກຕາມລະບຽບກົດໝາຍ ທີ່ທາງຄະນະສະເພາະກິດໄດ້ມີແຈ້ງການອອກມາ ເພື່ອຈະໄດ້ມີການກັ່ນກອງ, ເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ, ສ່ວນຜູ້ພົບເຊື້ອ ກໍ່ຈະໄດ້ຮັບການປິ່ນປົວແຕ່ຫົວທີ.

ທັງໝົດທີ່ກ່າວມານັ້ນ ກໍ່ແມ່ນເພື່ອສະກັດກັ້ນ ບໍ່ໃຫ້ມີການແຜ່ເຊື້ອຈາກການນຳເຂົ້າ ລົງສູ່ຊຸມຊົນ. ພ້ອມດຽວກັນນັ້ນ ກໍ່ຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນ ຜູ້ທີ່ລັກເຂົ້າມາ ບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ.

ຂ່າວ:ສັນຕິ, ພາບ: ສຸກສະຫວັນ