ຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດອີກ1 ທີ່ແຂວງຈຳປາສັກ, ອາຍຸ 38 ປີ ປະຊາຊົນ ບ້ານເວີນໂສມ ເມືອງໂຂງ

1017

ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວກ່ຽວກັບການຄວບຄຸມການລະຍາດພະຍາດໂຄວິດ -19 ປະຈຳວັນທີ 30 ກໍລະກົດ

ວ່າ: ຜ່ານການກວດວິເຄາະທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນໃນນັ້ນເມືອງຊະນະສົມບູນ 3 ຄົນ,ເມືອງບາຈຽງ 1 ຄົນ,ເມືອງປະທຸມພອນ 2 ຄົນ,ເມືອງໂພນທອງ 2 ຄົນ,ເມືອງຈຳປາສັກ 6 ຄົນ,ເມືອງສຸຂຸມາ 6 ຄົນ,ເມືອງມຸນລະປາໂມກ 1 ຄົນ,ເມືອງໂຂງ 5 ຄົນ, ແຂວງສາລະວັນ 10 ຄົນ,ແຂວງອັດຕາປື1ຄົນ,ແຂວງສະຫວັນນະເຂດ1ຄົນ ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ.

ມາຮອດປັດຈຸບັນຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.656 ຄົນ,ປົວຫາຍດີແລ້ວ 806 ຄົນ,ອອກໂຮງໝໍມື້ນີ້ 52 ຄົນ.ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ແລະ ຢູ່ໂຮງໝໍເມືອງໂພນທອງລວມຈໍານວນທັງໝົດ 848 ຄົນ.

ແຕ່ມີເຫດການບໍ່ເພິ່ງປາຖະໜາຢູ່ແຂວງຈໍາປາສັກຄື:ມີຜູ້ເສຍຊີວິດ 1 ຄົນ ໃນຕອນເຊົ້າວັນທີ30ກໍລະກົດ ເຊິ່ງແມ່ນແຮງງານລາວ ຕິດເຊື້ອມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວມີພະຍາດຊໍາເຮື້ອ ເຊັ່ນ: ເບົາຫວານ,ຄວາມດັນ.

ຜູ້ເສຍຊີວິດອາຍຸ38ປີ ປະຊາຊົນ ບ້ານເວີນໂສມ ເມືອງໂຂງ ແຂວງຈຳປາສັກ ຜ່ານດ່ານສາກົນວັງເຕົ່າວັນທີ 23 ກໍລະກົດ 2021 , ວັນທີ 24 ກໍລະກົດເຂົາພັກຢູ່ໂຮງໝໍສະໜາມ, ວັນທີ 25 ກໍລະກົດ ຜົນເປັນບວກ ແລະ ຜູ້ກ່ຽວມີອາການຫາຍໃຈຝືດເມືອຍແຮງ, ອົກຊີຕຳ ເຊິ່ງແພດໝໍໄດ້ລະດົມທຸກກຳລັງໃນການ ປິ່ນປົວຜູ້ກ່ຽວ.