ໄວລຸ້ນສ້າງຕົວ ອາຍຸພຽງ 21 ປີເປັນເຈົ້າຂອງໂຮງງານຜະລິດເຄື່ອງກີລາພິມລາຍBEGAN,ເລີ່ມຂາຍທາງອອນລາຍ

1067

ເປັນອີກແບບຢ່າງໃຫ້ກັບຫຼາຍຄົນສໍາລັບ ທ້າວ ໄອແມັກ ແສນທະວີ ໜຸ່ມໜ້ອຍອາຍຸພຽງ 21 ປີ ເລີ່ມຈາກການຂາຍເຄື່ອງກີລາທາງອອນລາຍຕອນສະໄໝເປັນນັກຮຽນສາມັນ ຈົນຫຼ້າສຸດກ້າວມາເປັນເຈົ້າຂອງໂຮງງານຜະລິດເຄື່ອງກີລາພິມລາຍ BEGAN SPORT ສາມາດສ້າງອາຊີບໃຫ້ກັບຄອບຄົວ, ພີ່ນ້ອງ ແລະ ໝູ່ເພື່ອນ ລວມທັງຍັງເປັນສ່ວນໜຶ່ງໃນວົງການບານເຕະລາວອີກດ້ວຍ.

ທ້າວ ໄອແມັກ ແສນທະວີ ໃຫ້ສໍາພາດຕໍ່ທີມງານເສດຖະກິດ-ການຄ້າ ວ່າ: ຈຸດເລີ່ມຕົ້ນກ່ອນຈະມີ ໂຮງງານຜະລິດເຄື່ອງກີລາພິມລາຍ BEGAN SPORT ແມ່ນຕອນສະໄໝເປັນນັກຮຽນແມ່ນຮັກມັກໃນການອອກແບບ ( design) ແລະ ໄປເຮັດວຽກໃນເວລາຫວ່າງໃນການອອກແບບກ່ຽວກັບກີລາບານເຕະ ໂດຍແມ່ນ ອ້າຍ ບູ້ ແລະ ອ້າຍແຮບປີ້ ( ຜູ້ທີ່ມີສ່ວນສໍາຄັນໃນລິເລີ່ມສ້າງຜະລິດຕະພັນ EVO ຜະລິດຕະພັນເຄື່ອງກີລາລາວໃນປັດຈຸບັນ ) ເປັນຜູ້ສອນ ຈິ່ງເກີດຄວາມຄິດວ່າຢາກຂາຍເຄື່ອງກີລາ ເພາະວ່າຕົວເອງກໍເປັນຄົນທີ່ມັກກີລາ ແລະ ເຕະບານຕະຫຼອດ.

“ ເຫດຜົນທີ່ເລືອກໃຊ້ BEGAN ນັ້ນກໍເນື່ອງມາຈາກວ່າມັນມີຄວາມໝາຍວ່າ ເລີ່ມຕົ້ນ ເພື່ອຢາກໃຫ້ທຸກທີມມາເລີ່ມຕົ້ນກັບພວກເຮົາ ເຊິ່ງຈຸດເລີ່ມຕົ້ນແມ່ນການເຮັດຄົນດຽວກ່ອນ ໂດຍມີພໍ່ແມ່ຜູ້ສະໜັບສະໜູນ ດ້ວຍການໄປຮັບເຄື່ອງຢູ່ໄທ ແລະ ມາຮັບອັດເບີເສື້ອ ກັບ ຊື່ ເຊິ່ງຕອນນັ້ນແມ່ນຍັງບໍ່ທັນມີການພິມລາຍເທື່ອ ແລະ ນ້ອງເອງກໍຫາກໍຮຽນຢູ່ຫ້ອງ ມ. 6 ລວມທັງຂາຍທາງອອນລາຍ ”. ໄອແມັກ ກ່າວ.

ໄອແມັກ ກ່າວອີກວ່າ: ຈົນມາເຖິງປີ 2019 ໄດ້ສ້າງໂຮງງານຂຶ້ນສໍາເລັດ ແລະ ກໍເລີ່ມຕົ້ນເຮັດເຄື່ອງກີລາພິມລາຍ ເຊິ່ງແນ່ນອນມາຮອດປັດຈຸບັນແມ່ນມີຫຼາຍຜະລິດຕະພັນກີລາເກີດຂຶ້ນ ແລະ ມີຄວາມທ້າທາຍຫຼາຍຢ່າງ. ແຕ່ພວກເຮົາເນັ້ນ 3 ຫຼັກການຫຼັງຄື: ຄວາມໄວ, ລາຄາຖືກ ແລະ ຄຸນນະພາບ ເພາະພວກເຮົາມີໂຮງງານ, ເຄື່ອງຈັກໃຫຍ່ທີ່ມີ 2 ຫົວພິມສາມາດພິມໄວໄດ້ ແລະ ມີທີມງານທີ່ມີປະສົບ ຄືຈຸດເດັ່ນຂອງພວກເຮົາ.

ຄວາມພູມໃຈ ແລະ ຄວາມສຸກອີກອັນໜຶ່ງທີ່ໄດ້ສ້າງ BEGAN ຂຶ້ນມາກໍຄື ການໄດ້ເຫັນນັກເຕະ ແລະ ແຟນບານໃສ່ເສື້ອຂອງພວກເຮົາ ລວມທັງຍັງສ້າງອາຊີບໃຫ້ກັບຄອບຄົວ, ພີ່ນ້ອງ ແລະ ໝູ່ເພື່ອນ, ສ່ວນການແບ່ງເວລາໃຫ້ການສຶກສາແມ່ນຕອນເຊົ້າຈະໄປໂຮງຮຽນ, ສ່ວນຕອນແລງກໍມາຊ່ວຍຄິດແບບໃໝ່ໆ ຊ່ວຍນັກອອກແບບ ເພາະປັດຈຸບັນພວກເຮົາມີນັກອອກແບບໂດຍສະເພາະມາຊ່ວຍ.

ສໍາລັບ ໄອແມັກ ປັດຈຸບັນອາຍຸ 21 ປີເກີດທີ່ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ຍ້າຍມາຮຽນຢູ່ນະຄອນຫຼວງວຽງຈັນ ແຕ່ນ້ອຍໆ ແລະ ປັດຈຸບັນແມ່ນຮຽນຢູ່ ມະຫາວິທະຍາໄລແຫ່ງຊາດລາວ ຄະນະວິສະວະກໍາສາດ ປີທີ 3 ເຄີຍເປັນທັງນັກເຕະ ແລະ ຜູ້ສົ່ງທີມ BEGAN UNITED ເຂົ້າຮ່ວມການແຂ່ງຂັນບານເຕະຄອມມານໂດ ລາວລີກ 2 ປະຈໍາປີ 2020 ອີກດ້ວຍ.
ຂ່າວ-ຮູບ: ຫຼ້າ