ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດທີ່ຣັດເຊຍ

498

ວັນທີ 29 ກໍລະກົດນີ້ ທີ່ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ທີມເຫຼົ່າຮົບລົດຕັງ- ຍານເກາະກອງທັບປະຊາຊົນລາວ ໄດ້ສະແດງການເຝິກຊ້ອມ ຄັ້ງສຸດທ້າຍ ກ່ອນເດີນທາງເຂົ້າ ຮ່ວມການແຂ່ງຂັນກີລາການທະ ຫານນາໆຊາດ ອາມີເກມ ຄັ້ງທີ 5 ແລະ ເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດ ຄັ້ງທີ 2 ທີ່ ສ ຣັດເຊຍ ໃນປີ 2021.


ເຂົ້າຮ່ວມສັງເກດການ ແລະ ໃຫ້ການຊີ້ນຳຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສ ຣັດເຊຍ ປະຈໍາລາວ, ກົມວິຊາສະເພາະ, ຄະນະຮັບຜິດຊອບ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.


ກ່ອນການສະແດງຍິງລູກປືນແທ້ ຄະນະຜູ້ແທນໄດ້ຮັບຊົມການສະ ແດງຂັບລົດຕັງ T-72 ຂອງທີມ ເພດຍິງ ຈໍານວນ 3 ຈຸລົດ, ຈາກນັ້ນ ກໍໄດ້ຮັບຊົມການສະແດງເຝິກ ຊ້ອມຍິງລູກປືນແທ້ຂອງພາກ ສ່ວນກະກຽມເຂົ້າຮ່ວມຊ້ອມຮົບ ລາວ-ຣັດເຊຍ ຫຼື ລາໂຣດ ຄັ້ງທີ 2 ລວມມີ 4 ຈຸລົດ ແລະ ຮັບຊົມ ການສະແດງຂອງທີມນັກກີລາ ເຫຼົ່າຮົບລັດຕັງ-ຍານເກາະ ທີ່ກະກຽມເຂົ້າຮ່ວມແຂ່ງຂັນອາ ມີເກມ ຄັ້ງທີ 5 ລວມມີ 3 ຈຸລົດ ໂດຍເລີ່ມຈາກລົດອອກຮັບລູກກະສຸນ, ຍິງເປົ້າໝາຍຄົງທີ່, ການຂັບຂີ່ລົດຕັງຜ່ານສິ່ງກີດຂວາງ ແລະ ການເຄື່ອນທີ່ຍິງເປົ້າໝາຍ ຄົງທີ່.


ພາຍຫຼັງສໍາເລັດການສະແດງ, ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມຖາມຂ່າວ ນັກກີລາ, ພ້ອມທັງກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ແລະ ນັກກີລາແຕ່ລະສະຫາຍ ທີ່ໄດ້ຕັ້ງ ໜ້າສຸມໃສ່ອົບຮົມ-ຫັດແອບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ເຮັດໃຫ້ການຫັດແອບເຝິກ ຊ້ອມຄັ້ງນີ້ສໍາເລັດຕາມແຜນ ການທີ່ວາງໄວ້.


ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກງານ-ນັກຮົບກົມກອງເຫຼົ່າຮົບວິ ຊາສະເພາະລົດຕັງ-ຍານເກາະ ສືບຕໍ່ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ ມີຄວາມມະ ນະອົດທົນ, ກະຕືລືລົ້ນ, ສືບຕໍ່ປັບ ປຸງຕົນເອງ, ປັບປຸງເຫຼົ່າຮົບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ, ຖອດຖອນບົດຮຽນນໍາກອງທັບ ປະເທດເພື່ອນມິດ, ໂດຍສະເພາະ ກອງທັບຣັດເຊຍ ໃນການນຳໃຊ້ ພາຫະນະ-ອາວຸດທີ່ທັນສະໄໝ.

ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ, ປັບປຸງແບບແຜນການ ນໍາພາ-ບັນຊາ, ແບບແຜນວິທີເຮັດ ວຽກໃຫ້ສອດຄ່ອງ, ຕໍ່ສອງພາກ ສ່ວນທີ່ກະກຽມເດີນທາງໄປເຂົ້າ ຮ່ວມແຂ່ງຂັນ ອາມີເກມ ແລະ ລາໂຣດ ໃນປີນີ້ ໃຫ້ສືບຕໍ່ກະກຽມ ຄວາມພ້ອມຮອບດ້ານແຕ່ນີ້ຮອດ ມື້ເດີນທາງ, ພ້ອມກັນອົດທົນຜ່ານ ຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອ ເຮັດສໍາເລັດໜ້າທີ່ຂອງຕົນທີ່ກອງທັບ ແລະ ປະເທດຊາດມອບໝາຍ ໃຫ້ຍາດໃຫ້ໄດ້ຜົນສຳເລັດອັນ ຄັ້ງໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວ: ນາງ ຍ້ອມເພັດ
ພາບ: ອາຫວຸ້ນ