ປະໂຫຍດຂອງ ” ນ້ຳມັນໝາກກອກ ” ທີ່ມີຕໍ່ເດັກນ້ອຍ

747

ປະໂຫຍດຂອງນ້ຳມັນໝາກກອກ ບໍ່ໄດ້ມີພຽງແຕ່ສະເພາະຜູ້ອາຍຸສູງເທົ່ານັ້ນທີ່ຈະໄດ້ຮັບຜົນປະໂຫຍດ ແຕ່ມັນຍັງເຕັມໄປດ້ວຍປະໂຫຍດຕໍ່ເດັກນ້ອຍທີ່ມີອາຍຸເກີນ 6 ເດືອນຂຶ້ນໄປ.

May be an image of food

“ ນ້ຳມັນໝາກກອກສູດເອັກ ຕຣາເວີຈິ້ນ ມີສ່ວນປະກອບຂອງໂອເມກ້າ 3 ແລະ ໂອເມກ້າ 6 ໃນປະລິມານທີ່ໃກ້ຄຽງກັບນ້ຳນົມແມ່ ລວມທັງມີກົດລິໂນເລອິກໃນປະລິມານທີ່ໃກ້ຄຽງກັນ ເຊິ່ງຊ່ວຍໃນເລື່ອງຂອງການສ້າງລະບົບປະສາດ ແລະ ພັດທະນາການທາງສະໝອງຂອງເດັກໄດ້ເປັນຢ່າງດີ ໂດຍພໍ່ແມ່ສາມາດເລີ່ມໃຊ້ນ້ຳມັນໝາກກອກໃນການປະກອບອາຫານໃຫ້ແກ່ລູກໆໄດ້ຕັ້ງແຕ່ເມື່ອພວກເຂົາເລີ່ມຮັບປະທານອາຫານແຂງ ຫຼື ເລີ່ມຍ້ຳໄດ້.

May be an image of food

ປະໂຫຍດຂອງນ້ຳມັນໝາກກອກທີ່ມີຕໍ່ເດັກນ້ອຍ ໄດ້ແກ່:

ບັນເທົາອາການທ້ອງຜູກ:

ລູກນ້ອຍໃຫຍ່ຂຶ້ນທຸກມື້ ແລະ ຮ່າງກາຍກໍປ່ຽນແປງຕະຫຼອດເວລາ ອາການທ້ອງຜູກອາດຈະເປັນບັນຫາທີ່ຫຼາຍເຮືອນຕ້ອງພົບພໍ້ ແຕ່ສາມາດແກ້ໄດ້ບໍ່ຍາກ ໂດຍພໍ່ແມ່ສາມາດນຳເອົານຳມັນໝາກກອກມາປະກອບອາຫານ ເພື່ອຊ່ວຍລະບົບຂັບຖ່າຍ ຫຼື ອີກໜຶ່ງວິທີຄືການເອົານ້ຳມັນໝາກກອກອຸ່ນໆມາລູບຄ່ອຍໆໄປຕາມເຂັມໂມງບໍລິເວນໜ້າທ້ອງຂອງລູກກໍໄດ້.

May be an image of baby and indoor

ບັນເທົາອາການໄອ:

ນ້ຳມັນໝາກກອກມີສ່ວນປະກອບທາງທຳມະຊາດທີ່ສາມາດຊ່ວຍບັນເທົາອາການໄອໄດ້ຢ່າງມີປະສິດທິພາບ ແລະ ມີສ່ວນຊ່ວຍໃນການຟື້ນຟູພູມຄຸ້ມກັນຕາມທຳມະຊາດ ພໍ່ແມ່ສາມາດບັນເທົາອາການໄອຂອງລູກກນ້ອຍ ແລະ ເຮັດໃຫ້ລູກຫຼັບງ່າຍຂຶ້ນໄດ້ ໂດຍການປະສົມນ້ຳມັນໝາກກອກພຽງແຕ່ 3 – 4 ບ່ວງຊາ ກັບນ້ຳມັນທຳມະຊາດອື່ນໆ ເຊັ່ນ: ນ້ຳມັນເປເປີ້ມິ້ນ ຫຼື ນ້ຳມັນຢູຄາລິບຕັສ ແລ້ວນຳເອົາມາລູບບໍລິເວນໜ້າເອິກ ແລະ ຫຼັງຂອງລູກນ້ອຍກ່ອນນອນ.

May be an image of baby

ເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວ:

ແນ່ນອນວ່າພໍ່ແມ່ຫຼາຍທ່ານກໍຢາກໃຫ້ລູກນ້ອຍຂອງທ່ານມີຜິວທີ່ຊຸ່ມຊື່ນ ໂດຍຜ່ານການດູດຊຶມສານທີ່ມີປະໂຫຍດ ເພື່ອຈະໄດ້ຮູ້ສຶກສະບາຍຢູ່ຕະຫຼອດເວລາ ແຕ່ທຸກມື້ນີ້ລູກນ້ອຍໃນຫຼາຍເຮືອນຈະຢູ່ແຕ່ໃນແອ ຫຼື ຖືກພັດລົມເປົ່າຢູ່ຕະຫຼອດ ເຊິ່ງເຮັດໃຫ້ຜິວແຫ້ງ ແລະ ແພ້ງ່າຍ, ນ້ຳມັນໝາກກອກນັ້ນອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ແລະ ວິຕາມິນຕ່າງໆ ເຊິ່ງສາມາດເຮັດໜ້າທີ່ເປັນສານໃຫ້ ຄວາມຊຸ່ມຊື່ນຕາມທຳມະຊາດທີ່ເໝາະກັບທຸກເພດທຸກໄວ ລວມເຖິງເດັກອ່ອນທີ່ມີອາຍຸຫຼາຍ ກວ່າ 6 ເດືອນ ການໃຊ້ນ້ຳມັນໝາກກອກສູດເອັກຕຣາເວີຈິ້ນໃນຜິວເດັກນ້ອຍກໍເພື່ອຫຼຸດອາການແຫ້ງກ່ານ ແລະ ຊ່ວຍໃຫ້ເດັກນ້ອຍຜ່ອນຄາຍໄປໃນຕົວ.