ເອົາຊະນະຄວາມຢ້ານຂອງຕົນເອງ ແລະ ຢາກໄປໃຫ້ເຖິງຝັນ ດາລາວັນ ໝິວ MTL11

574

ຮ່ວມເຊຍ ແລະ ໃຫ້ກໍາລັງໃຈສາວຕາຄົມ ສາຍເທຄວັນໂດ ດາລາວັນ ແກ້ວປະເສີດ ຊື່ຫຼີ້ນ ໝິວ ໝາຍເລກ MTL11 ປັດຈຸບັນອາຍຸ 16 ປີ ຈາກນະຄອນຫຼວງວຽງຈັນ ຮຽນຢູ່ໂຮງຮຽນກຽດຕິສັກນານາຊາດ ແລະ ຍັງບໍ່ມີສັງກັດ.

May be an image of 1 person and standing

ນ້ອງໝິວ ໄດ້ໃຫ້ສໍາພາດພິເສດກັບທີມຂ່າວບັນເທີງ ວ່າ: ບໍ່ເຄີຍປະກວດເວທີໃດມາກ່ອນເລີຍ ເວທີນີ້ເປັນເວທີທໍາອິດຂອງນ້ອງ ແລະ ຄວາມໃຝ່ຝັນຂອງນ້ອງໃນເວທີນີ້ ກໍຄືເອົາຊະນະຄວາມຢ້ານກົວຂອງຕົວເອງ ແລະ ໄປໃຫ້ເຖິງເປົ້າໝາຍທີ່ນ້ອງຕັ້ງໄວ້ ນັ້ນກໍຄືການໄດ້ຄອບຄອງມົງກຸດດວງດາວແຫ່ງຍຸກສະໄໝ ໃນເວທີ Miss Teen Laos 2021 ແລະ ນ້ອງຈະເຮັດໃຫ້ເຕັມທີ່ ດີທີ່ສຸດເພື່ອຄວ້າຄວາມຝັນ ແລະ ຕັ້ງໃຈ ນີ້ມາໃຫ້ໄດ້.

May be an image of 4 people, child, people standing and outdoors

ໝິວເອງມີຄະຕິປະຈໍາໃຈຢູ່ວ່າ: a smile is the best make up that any girl can wear ໝາຍເຖິງຮອຍຍິ້ມແມ່ນການແຕ່ງຕື່ມຄວາມງາມທີ່ດີທີ່ສຸດ ທີ່ໃຜໆກໍມີໄດ້ ແລະ ມັນຈະຊ່ວຍເສີມແຕ່ງໃຫ້ເຮົາມີສະເໜ່ ແລະ ງາມຂຶ້ນ ແລະ ອັນຫໜຶ່ ກໍຄື if not now then when.

ສິ່ງທີ່ເປັນຄວາມສາມາດຂອງນ້ອງທີ່ຢາກຈະສະແດງອອກສູ່ສາຍຕາທຸກຄົນ ກໍຄື ຄວາມຕັ້ງໃຈໃນການແຂ່ງຂັນ ແລະ ການສະແດງໃນຮອບຊີງຊະນະເລີດ ຮັບຮອງເລີຍວ່າຈະຕ້ອງຕື່ນເຕັ້ນ ແລະ ປະທັບໃຈແນ່ນອນ. ແນວໃດກໍຊ່ວຍເຊຍ ແລະ ໃຫ້ກໍາລັງໃຈ ໝິວແດ່ເດີ ເພື່ອກ້າວເຂົ້າຮອບເລິກໆ ແລະ ໄດ້ສະແດງຄວາມສາມາດທີ່ມີໃຫ້ທຸກຄົນໄດ້ເຫັນ.

May be an image of 1 person, standing and outdoors

ສິ່ງທີ່ເປັນຈຸດເດັ່ນທີ່ນ້ອງຄິດວ່າຈະເອົາຊະນະໃຈກໍາມະການ ກໍຄືຄວາມຕັ້ງໃຈ ແລະ ຄວາມພະຍາຍາມໃນການເຮັດໜ້າທີ່ຂອງນ້ອງໃຫ້ດີທີ່ສຸດ ມຸ່ງໝັ້ນໃນການເດີນຕາມຄວາມຝັນ ໂດຍທີ່ບໍ່ຫວັ່ນກົວກັບອຸປະສັກຕ່າງໆທີ່ເຂົ້າມາ ນ້ອງເຊື່ອວ່າສິ່ງນີ້ແລະ ເມື່ອຄະນະກໍາມະການໄດ້ເຫັນຈະປະທັບໃຈ ແລະ ເອົາຊະນະໃຈຄະນະກໍາມະການໄດ້.

May be an image of 4 people, child, people standing and outdoors

ສໍາລັບການກຽມຕົວຂອງນ້ອງເອງກ່ອນເຂົ້າປະກວດ ແມ່ນນ້ອງໄດ້ມີການສຶກສາກ່ຽວກັບເວທີ ແລະ ໄດ້ມີການຫຼຸດນໍ້າໜັກ ແລະ ຝຶກຊ້ອມເວົ້າ ເພື່ອທີ່ຈະເຮັດໃຫ້ເຕັມທີ່, ນອກນັ້ນກໍໄດ້ມີການຝຶກບຸກຄະລິກກະພາບ, ການເດີນແບບ, ການຕອບຄໍາຖາມ ແລະ ດ້ານອື່ນໆ ເພື່ອໃຫ້ຕົນເອງພັດທະນາ.

May be an image of child, standing and outdoors

ກິດຈະກໍາທີ່ນ້ອງມັກເຮັດ ກໍຄືການຫຼິ້ນກັບສັດລ້ຽງຢູ່ເຮືອນ, ມັກຟັງເພງ ແລະ ໄປທ່ອງທ່ຽວເພື່ອຜ່ອນຄາຍ. ສ່ວນສະຕາຍການແຕ່ງຕົວຂອງນ້ອງກໍຄືນ້ອງມັກປ່ຽນສະຕາຍແຕ່ງຕົວທຸກແບບຕາມ trend; ສຸດທ້າຍນີ້ ໝິວເອງກໍຝາກເຊຍ ແລະ ເປັນກໍາລັງໃຈໃຫ້ໝິວ MTL11 ແດ່ເດີ ຊ່ອງທາງການຕິດຕາມ Dalavanh Mew.

ຮູບ: Dalavanh Mew