“ ບັນກວນ ອາຫານຫວຽດນາມ ” ທີ່ຄົນລາວມັກກິນໃນຍາມເຊົ້າ

754

ອາຫານຮອງທ້ອງຍາມເຊົ້າ ຕັ້ງແຕ່ເດັກນ້ອຍຈົນຮອດຜູ້ໃຫຍ່ມັກຈະກິນໃນຕອນເຊົ້າໃນເວລາທີ່ຮີບດ່ວນ ເປັນອີກເມນູທີ່ເປັນອາຫານຂອງປະເທດຫວຽດນາມທີ່ຖືກປາກຄົນລາວ ແນ່ນອນພວກເຮົາຈຶ່ງໄດ້ເອົາສູດໃນການເຮັດບັນກວນມາຝາກທ່ານໃນໄລຍະທີ່ຫຼາຍຄົນເຮັດວຽກຢູ່ເຮືອນ ແລະ ລູກຫຼານຮຽນໜັງສືອອນລາຍຢູ່ເຮືອນ ພ້ອມແລ້ວເຮົາໄປເຮັດກິນພ້ອມກັນເລີຍ.

ເຄື່ອງປຸງ:

ເຄື່ອງປະກອບໄສ້ບັນກວນ: ຊີ້ນໝູບົດສົດ 300 ກຣາມ; ເຫັດຫູໜູ ( ເຫັດສະໜຸ່ນ ) 1 ຖ້ວຍນ້ອຍ ສັບໆເປັນຕ່ອນນ້ອຍ; ກະທຽມ 5 ກີບ ສັບມຸ່ນ; ຫອມບົ່ວໃບ 2 ຕົ້ນ, ຊອຍນ້ອຍ; ນ້ຳມັນຫອຍ 1 ບ່ວງແກງ; ເກືອ 1/2 ບ່ວງກາເຟ ແລະ ພິກໄທດຳປົ່ນ 1/2 ບ່ວງແກງ.

May be an image of food and indoor

ເຄື່ອງເຮັດແຈ່ວ:

ນ້ຳຕານ 5 ບ່ວງແກງ

ນ້ຳ 4 ບ່ວງແກງ ເພີ່ມ ຫຼື ຫຼຸດໄດ້

ເກືອ 1 ບ່ວງກາເຟ

ໝາກນາວ 1 ບ່ວງແກງ ເພີ່ມ ຫຼື ຫຼຸດໄດ້

ໝາກເຜັດດິບ 1 ບ່ວງແກງ

ຫົວກະຣົດຊອຍ 1 ບ່ວງແກງ

ເຄື່ອງປະກອບແປ້ງບັນກວນ:

ແປ້ງເຂົ້າຈ້າວ 1 ຖ້ວຍ

ແປ້ງສິງກະໂປ 1 ຖ້ວຍ

ນ້ຳ 1.5 ຖ້ວຍ

ວິທີເຮັດ

1 ເຮັດໄສ້:

ຄ້າງໝໍ້ໃສ່ນ້ຳມັນ ຂົ້ວກະທຽມໃຫ້ຫອມແລ້ວໃສ່ຊີ້ນໝູລົງໄປຂົ້ວປຸງລົດດ້ວຍນ້ຳມັນຫອຍ, ເກືອ ແລະ ພິກໄທ ແລະ ໃສ່ເຫັດຫູໜູລົງ, ຂົ້ວໃຫ້ເຂົ້າກັນຈົນສຸກແລ້ວຈຶ່ງໃສ່ຫອມບົ່ວຊອຍ.

2 ເຮັດແຈ່ວ:

ຄ້າງໝໍ້ໃສ່ນ້ຳໜ້ອຍໜຶ່ງ, ໃສ່ນ້ຳຕານ ແລະ ເກືອ ຕົ້ມໃຫ້ເປື່ອຍແລ້ວໃສ່ໝາກເຜັດ, ຫົວກະຣົດຊອຍ ແລະ ນ້ຳໝາກນາວຕາມໃຈມັກ.

3 ກຽມແປ້ງບັນກວນ:

ເທແປ້ງເຂົ້າຈ້າວ 1 ຖ້ວຍ + ແປ້ງສິງກະໂປ 1 ຖ້ວຍ ລົງໃສ່ຊາມ ແລ້ວເທນ້ຳລົງຖ້ວຍເຄິ່ງ ຄົນໃຫ້ແປ້ງລະລາຍ.

ຄ້າງໝໍ້ໃສ່ນ້ຳ ມັດຜ້າຂາວ ( ບາງຄົນບໍ່ມີອຸປະກອນນີ້ ສາມາດເຮັດໃສ່ໝໍ້ກະທະໄດ້ຄືກັນ ) ພໍໝໍ້ຮ້ອນໃຫ້ເອົາແປ້ງເທລົງຜ້າຂາວ, ເຂ່ຍໆໃຫ້ເປັນແຜ່ນແລ້ວໃສ່ໄສ້ໝູສັບ ຝາໝໍ້ປົກໄວ້ແລ້ວມ້ວນແປ້ງປົກໄສ້ໄວ້ ຕັກອອກໃສ່ຈານ ແລ້ວເຮັດແບບນີ້ຈົນກວ່າແປ້ງ ແລະ ໄສ້ໝູສັບໝົດ.

May be an image of food

ເຄື່ອງມືທີ່ໃຊ້ແຕ່ງເມນູນີ້ມີ:

ໝໍ້ໜຶ້ງ, ຜ້າຂາວເຮັດອາຫານ, ເຊືອກຝ້າຍເສັ້ນໃຫຍ່

ທີ່ມາ: https://www.zap.la/lo/recipe-309-banh-cuon