ຜູ້ອັດແໜ້ນດ້ວຍຄວາມສາມາດ ເຊຍກັນ ຫຼື ຍັງ ແປ້ງ ອາໄພລິດ MTL04

919

ສາວນ້ອຍສຽງໃສ ຫົວໃຈນັກດົນຕີ ກັບການປະກວດເວທີທໍາອິດ Miss Teen Laos 2021 ຄວາມສາມາດກໍບໍ່ເປັນສອງຮອງໃຜ, ເວົ້າພາສາຕ່າງປະເທດໄດ້ເຖິງ 4 ພາສາ ກັບຄວາມຝັນໃນການກ້າວເຂົ້າວົງການບັນເທີງ ໂດຍສະເພາະວົງການນາງງາມ ຮ່ວມເຊຍ ແລະ ສົ່ງກໍາລັງໃຈໃຫ້ສາວນ້ອຍຄົນນີ້ໃຫ້ຄວາມຝັນເປັນຈິງ ປັນຍາສີລິ ຫຼື ແປ້ງ MTL04 ປັດຈຸບັນອາຍຸ 16 ປີ, ນ້ຳໜັກ 48 ກິໂລກຣາມ, ລວງສູງ 163 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ກຳລັງຮຽນຢູ່ຊັ້ນ ມ 5 ໂຮງຮຽນມັດທະຍົມຮາກແກ້ວ.

May be a closeup of 1 person

ແປ້ງ ໄດ້ໃຫ້ສໍາພາດວ່າ: ການປະກາດ Miss Teen Laos ນີ້ເປັນເວທີທໍາອິດຂອງແປ້ງເລີຍ ໃນອະນາຄົດແປ້ງຢາກເຂົ້າປະກວດເວທີນາງງາມອີກຫຼາຍເວທີ ແລະ ຮ້ອງເພງ ແປ້ງຢາກເປັນນັກຮ້ອງທີ່ມີຊື່ສຽງທີ່ມາດ້ວຍຫຼາກຫຼາຍ ຄວາມສາມາດ ຄື: ຮ້ອງເພງ, ຫຼິ້ນດົນຕີ, ເຕັ້ນ, ຟ້ອນ, ເດີນແບບ ໃນການເດີນຕາມ ຄວາມຝັນຂອງແປ້ງ ແນ່ນອນທຸກຄົນທີ່ເຂົ້າມາປະກວດແຕ່ລະເວທີເປົ້າໝາຍກໍຄືການໄດ້ຄອບຄອງມົງກຸດອັນຊົງກຽດ ແລະ ແປ້ງເອງກໍເຊັ່ນດຽວກັນ ໃນເວທີນີ້ເປົ້າໝາຍຄືການເປັນດວງດາວແຫ່ງຍຸກສະໄໝຄົນຕໍ່ໄປ.

May be an image of 1 person and standing

ຄະຕິປະຈໍາໃຂອງແປ້ງແມ່ນ: “ If you fell down yesterday, stand up today ” ຄືການບໍ່ທໍ້ຖອຍກັບສິ່ງໃດງ່າຍໆ ລົ້ມລົງແລ້ວກໍລຸກໃໝ່ ເຮັດມື້ນີ້ໃຫ້ດີກວ່າມື້ວານ.

May be an image of 1 person and standing

ສິ່ງທີ່ເປັນຄວາມສາມາດພິເສດຂອງແປ້ງ ກໍຄືສາມາດເວົ້າໄດ້ຫຼາຍພາສາ ເຊັ່ນ: ພາສາຫວຽດນາມ, ອັງກິດ, ຍີ່ປຸ່ນ ແລະ ຈີນ. ສ່ວນສິລະປະ ແປ້ງເອງກໍສາມາຮ້ອງເພງ, ຫຼິ້ນດົນຕີ, ເຕັ້ນ ແລະ ຟ້ອນໄດ້ ເຊື່ອແນ່ວ່າຄວາມພະຍາຍາມໃນການຝຶກຝົນ ແລະ ພັດທະນາຕົນເອງນີ້ ຈະສາມາດເອົາຊະນະໃຈຄະນະກໍາມະການໄດ້.

May be an image of 1 person, standing and outdoors

ສໍາລັບແປ້ງເຊື່ອວ່າການມີຄວາມພະຍາຍາມ ຝຶກຝົນຢ່າງສະໝໍ່າສະເໝີບໍ່ວ່າຈະເຮັດສິ່ງໃດກໍຕາມ ມັນຈະສາມາດພັດທະນາຕົວເອງໄດ້ໄວ ແລະ ກ້າວໜ້າໄປເລື້ອຍໆ ແປ້ງກຽມພ້ອມດ້ວຍເປົ້າໝາຍຂອງຕົວເອງ ແລະ ambitious ( ຄວາມທະເຍີທະຍານ ) ເພື່ອປະສົບຜົນສໍາເລັດໃນສິ່ງທີ່ຕັ້ງໃຈ ແລະກໍໄດ້ຝຶກຝົນບຸກຄະລິກກະພາບ, ການເດີນແບບ, ການຕອບຄໍາຖາມຕ່າງໆ ເພື່ອຈະສະແດງອອກສູ່ສາຍຕາໃຫ້ທຸກຄົນໄດ້ເຫັນ ແລະ ປະທັບໃຈ.

May be an image of 1 person, standing and indoor

ໃນເລື່ອງຂອງການຊ່ວຍເຫຼືອສັງຄົມ ແປ້ງເອງກໍໄດ້ມີໂອກາດພ້ອມກັບຄອບຄົວໃນການໄປບໍລິຈາກມອບລົດຖີບໃຫ້ຄົນດ້ອຍໂອກາດ ເຊິ່ງຖືວ່າເປັນຈຸດເລີ່ມຕົ້ນໜຶ່ງທີ່ເຮັັດໃຫ້ປະທັບໃຈ ແລະ ມີຈິດໃຈຢາກຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ແລະ ຖ້າມີໂອກາດກໍຢາກຈະເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມແບບນີ້ຕະຫຼອດໄປ.

May be an image of 1 person and standing

ກິດຈະກໍາຍາມວ່າງຂອງແປ້ງແມ່ນ ມັກຮ້ອງເພງ ແລະ ຫຼິ້ນດົນຕີເປັນຊີວິດຈິດໃຈເລີຍ, ຮູບແບບຂອງການແຕ່ງຕົວຂອງແປ້ງແມ່ນສາມາດແຕ່ງໄດ້ທຸກ style ເລີຍ ຝາກເຊຍ ເປັນກໍາລັງໃຈໃຫ້ແປ້ງ MTL04 ແດ່ເດີ Hope to see you in final round ຊ່ອງທາງການຕິດຕາມຜົນງານຂອງແປ້ງແມ່ນ Paeng Aphailith Panyasili.

May be a closeup of 1 person

ຮູບ: Paeng Aphailith Panyasili