ນະຄອນຫຼວງວຽງຈັນ ຈັດກອງປະຊຸມພົບປະນັກທຸລະກິດ-ນັກລົງທຶນ ປຶກສາຫາລືກ່ຽວກັບການເຄື່ອນໄຫວທຸລະກິດໃນສະພາວະປົກກະຕິໃໝ່

843

ອົງການຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ພົບປະກັບນັກທຸລະກິດ-ນັກລົງທຶນ ທີ່ດໍາເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ ຂຶ້ນໃນຕອນເຊົ້າວັນທີ29 ກໍລະກົດ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ, ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ.

ມີບັນດາທ່ານຮອງເຈົ້າຄອງ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກທຸລະກິດເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ໄດ້ມີການນໍາສະເໜີພາບລວມ ແລະ ສິ່ງທ້າທາຍການດໍາເນີນທຸລະກິດຢູ່ໃນນະຄອນຫຼວງວຽງຈັນ, ລາຍງານຜົນກະທົບຕໍ່ດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19.


ທ່ານ  ອາດສະພັງທອງ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນມີເປົ້າໝາຍເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວທຸລະກິດໃນສະພາວະປົກກະຕິໃໝ່ ໃນໄລຍະທີ່ທົ່ວປະເທດສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມນີ້ໄດ້ມີການແລກປ່ຽນບົດຮຽນໃນການດຳເນີນທຸລະກິດ ເພື່ອຊອກຫາວິທີແກ້ໄຂບັນຫາຫຍຸ້ງຍາກໃນການດຳເນີນທຸລະກິດ ແລະ ຊອກຫາຊ່ອງທາງໃນການລົງທຶນໃນໄລຍະປົກກະຕິໃໝ່ ເພື່ອເພີ່ມຄຸນນະພາບ ແລະ ມູນຄ່າຂອງຜະລິດຕະພັນ ແລະ ການບໍລິການໃຫ້ສູງຂຶ້ນ.

ນອກຈາກນີ້, ກອງປະຊຸມຍັງຈະເປັນໂອກາດໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມໄດ້ມີໂອກາດສ້າງຄວາມລື້ງແກ່ນ, ສະໜິດສະໜົມກັນ ເພື່ອກ້າວໄປເຖິງການຮ່ວມທຸລະກິດແລກປ່ຽນສິນຄ້າ ແລະ ການບໍລິການເຊິ່ງກັນ ແລະ ກັນ.


ໃນກອງປະຊຸມ ທ່ານ ສັງຄົມ ຈັນສຸກ ໄດ້ນໍາສະເໜີພາບລວມ ແລະ ສິ່ງທ້າທາຍການດໍາເນີນທຸລະກິດຢູ່ໃນນະຄອນຫຼວງວຽງຈັນ ວ່າ: ດັ່ງທີ່ພວກເຮົາຮູ້ແລ້ວວ່າໃນໄລຍະຜ່ານມາໄດ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບທີ 1 ແມ່ນເລີ່ມແຕ່ເດືອນ 3 ປີ 2020 ແລະ ຮອບທີ 2 ເລີ່ມແຕ່ເດືອນ 4 ປີ 2021 ເຊິ່ງໃນຮອບທີ 2 ນີ້ ເປັນໄລຍະການແຜ່ລະບາດທີ່ກ້ວາງຂວາງພໍສົມຄວນມີຜູ້ຕິດເຊື້ອຫຼັກ 1.000 ຄົນ ຖ້າທຽບໃສ່ຮອບທີ 1 ມີພຽງຫຼັກ 10 ເທົ່ານັ້ນ.

ຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບທີ 2 ນີ້ ເຮັດໃຫ້ບັນດາທຸລະກິດຢູ່ໃນນະຄອນຫຼວງວຽງຈັນ ພວກເຮົາໄດ້ຮັບຜົນກະທົບຫຼາຍພໍສົມຄວນ ເພາະນະຄອນຫຼວງວຽງຈັນ ເປັນສະຖານທີ່ດໍາເນີນທຸລະກິດຂອງຜູ້ປະກອບການ 50 ພັນກວ່າຫົວໜ່ວຍທຸລະກິດ ເຊິ່ງສ້າງລາຍຮັບໃຫ້ແກ່ລັດຖະບານກວມເອົາອັດຕາສ່ວນ 30-40% ຕໍ່ປີຂອງລາຍຮັບແຫ່ງຊາດ.


ຕໍ່ກັບບັນຫາຂອງບັນດາຜູ້ປະກອບການທີ່ໄດ້ຮັບຜົນກະທົບທັງຈາກຂະແໜງການທ່ອງທ່ຽວ, ຮ້ານອາຫານ ແລະ ໂຮງແຮມ ຈາກການປະຕິບັດມາດຕະການລ໊ອກດາວ ຕ້ອງໄດ້ຈ່າຍເງິນເດືອນໃຫ້ແກ່ພະນັກງານທີ່ຈຳເປັນຫຼາຍກວ່າເຄິ່ງໜຶ່ງ ເພື່ອຮັກສາໄວລໍຖ້າເປີດດຳເນີນກິດຈະການໃນຕໍ່ໜ້າ ທັງທີ່ບໍ່ມີລາຍຮັບ, ຂະແໜງການຄ້າ ການຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າພົບຄວາມຫຍຸ້ງຍາກຍ້ອນການເຄັ່ງຄັດ, ຍອດຂາຍຫຼຸດລົງ.

ຂະແໜງການ SME ແລະ ສະມາຄົມນັກທຸລະກິດໜຸ່ມ ກໍໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ ສິນຄ້ານຳເຂົ້າເພີ່ມຂຶ້ນຕາມຄ່າເງິນ ເຮັດໃຫ້ເກີດຜົນກະທົບຕໍ່ຜູ້ບໍລິໂພກ ແລະ ຜູ້ປະກອບການຢ່າງໃຫຍ່ຫຼວງ, ຈາກເມື່ອກ່ອນລາຄາຫົວອາຫານໄກ່ມີພຽງແຕ່ 93.000 ກີບ/ເປົ່າ ແຕ່ມາເຖິງປັດຈຸບັນຂຶ້ນເປັນ 135.000 ກີບ/ເປົ່າ ຈຶ່ງສົ່ງຜົນໃຫ້ລາຄາໄຂ່ໄກ່ເພີ່ມຂຶ້ນຈາກ 25.000 ກີບ/ເຕະ ມາເປັນ 30.000 ກີບ/ເຕະ.

.

ຕໍ່ກັບບັນຫາດັ່ງກ່າວນີ້ ຄວນມີວິທີແກ້ໄຂບັນຫາແນວໃດ ໃນການຄຸ້ມຄອງລາຄາຫົວອາຫານໄກ່ບໍ່ໃຫ້ລາຄາສູງເກີນໄປ ເພື່ອປົກປ້ອງຜູ້ບໍລິໂພກ ແລະ ຜູ້ປະກອບການຟາມລ້ຽງໄກ່, ສະນັ້ນ ຈຶ່ງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາຫາສາເຫດ ແລະ ຊອກຫາແນວທາງໃນການແກ້ໄຂບັນຫາດັ່ງກ່າວ.ນອກນັ້ນບັນຫາການລັກລອບນໍາເຂົ້າສິນຄ້າໜີພາສີ ມາຈໍາໜ່າຍຢູ່ບ້ານເຮົາຍັງມີ ເຊິ່ງເປັນຜົນກະທົບຕໍ່ທຸລະກິດ SME ແລະ ບັນຫາອື່ນໆ.


ໂຮງງານຕັດຫຍິບ ໃນປັດຈຸບັນນີ້ໄດ້ກັບມາເປີດອີກເທື່ອໜຶ່ງຕາມນະໂຍບາຍຕ້ານ ແລະ ສະກັດກັ້ນພະຍາດໂຄວິດ ຈາກພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ, ໂຮງງານຕັດຫຍິບ ໃນຈໍານວນ 56 ໂຮງງານໄດ້ກັບຄືນມາຜະລິດພາຍໃຕ້ການຮັບຍອດສັ່ງຊື້ຶ້ ຈາກຕ່າງປະເທດຈຳນວນຫຼາຍ, ເຊິ່ງມີຄວາມຕ້ອງການແຮງງານຫຼາຍກວ່າ 5ພັນຄົນບັນຫາ.

.

.