ຊົມເຊີຍຈຳປາສັກ ຕິດເຊື້ອຫຼາຍ ແຕ່ທຸກຄົນປອດໄພ ບໍ່ອັນຕະລາຍເຖິງຊີວິດ

272

ນັບແຕ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ເຊື່ອວ່າຫຼາຍຄົນກໍ່ຄົງຕິດຕາມສະຖານະການຕ່າງໆ ແລະ ຄອຍຖ້າຮັບຊົມ, ຮັບຟັງ ຈາກການລາຍງານຂອງຄະນະສະເພາະກິດໃນແຕ່ລະແຂວງ ໂດຍສະເພາະກັບແຂວງ ທີ່ມີຈຳນວນຂອງຜູ້ຕິດເຊື້ອຫຼາຍ ດັ່ງແຂວງຈຳປາສັກ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂໍເປັນກຳລັງໃຈສຳລັບທີມແພດໝໍທຸກທ່ານດ້ວຍ.


ຈາກການລາຍງານຂອງ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກໄດ້ມີການລາຍງານສະພາບການຂອງແຂວງໃໝ່ຫຼ້າສຸດໃນ ເຊົ້າວັນທີ 29 ກໍລະກົດ ໄດ້ລາຍງານກ່ຽວກັບສະຖານະການໃນປັດຈຸບັນ ໂດຍສະຫຼຸບໄດ້ວ່າ: ມາເຖິງປັດຈຸບັນ ຕົວເລກຂອງຈຳນວນຜູ້ຕິດເຊື້ອໂຄວິດ-19 ກໍ່ເພີ່ມຂຶ້ນໃນແຕ່ລະວັນ ແລະ ການກັບມາຂອງແຮງງານຢ່າງຕໍ່ເນື່ອງເຊິ່ງ ບໍມີແຕ່ພຽງຄົນໃນພື້ນທີ່ ແຕ່ວ່າລວມມີຜູ້ທີ່ຢູ່ແຂວງທີ່ໃກ້ຄຽງເຊັ່ນ: ສາລະວັນ, ສະຫວັນນະເຂດນຳ.


ເຖິງແມ່ນວ່າຈະມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ທາງຄະນະຮັບຜິດຊອບກໍຄືຄະນະສະເພາະກິດກໍ່ຍັງຈະເຂັ້ມງວດຕໍ່ກັບການໃຊ້ມາດຕະການ ແລະ ຕິດຕາມ, ເບິ່ງແຍງ, ແລະ ປິ່ນປົວ ຜູ້ຕິດເຊື້ອເກົ່າ ແລະ ໃໝ່ ຈົນກວ່າຈະຫາຍດີປົກກະຕິ ແລະມາຮອດມື້ນີ້ຍັງບໍ່ມີການລາຍງານຂອງຜູ້ເສຍຊີວິດຫຍັງທັງສິ້ນ ເຊິ່ງຖືວ່າຍັງເປັນຂ່າວດີ ສຳລັບປະຊາຊົນທົ່ວປະເທດ ໂດຍສະເພາະກໍ່ແມ່ນ ຊາວແຂວງຈຳປາສັກ.


ສຳລັບຕົວເລກຜູ້ຕິດເຊື້ອສະສົມທົ່ວແຂວງຢູ່ທີ່ 1.618 ຄົນ, ປິ່ນປົວຫາຍດີ 755 ຄົນ ແລະ ຍັງສືບຕໍ່ປິ່ນປົວ 863 ຄົນ, ຕິດເຊື້ອພາຍໃນສະສົມ 137 ຄົນ ແລະ ຈາກແຮງງານສະສົມ 1.481 ຄົນ. ຕິດເຊື້ອໃໝ່ມື້ນີ້ສຸດ 57 ຄົນ ແລະ ແຮງງານເຂົ້າໃໝ່ແມ່ນ 200 ຄົນ, ຢູ່ສູນຈຳກັດບໍລິເວນໃນປັດຈຸບັນ 1.431 ຄົນ ຈາກ 8 ສູນຈຳກັດພາຍໃນແຂວງ ແລະ ໃນຕົວເລກດັ່ງກ່າວ ແມ່ນໄດ້ຮັບຄວາມເອົາໃຈໃສ່ ຢ່າງໃກ້ຊິດຈາກພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືແພດ, ໝໍທຸກຄົນ.