ແອັບເປິ້ລ ເຜີຍຜົນປະກອບການໄຕມາດ 3 ຂອງປີ 2021 ເພີ່ມຂຶ້ນ 36%

266

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 27 ກໍລະກົດ 2021 ບໍລິສັດແອັບເປິ້ລ ອິ້ງ ຂອງສະຫະລັດອາເມຣິກາ ໄດ້ລາຍງານຜົນປະກອບການຂອງໄຕມາດ 3 ປີ 2021 ເພີ່ມຂຶ້ນເກີນຄາດການໄວ້ ໂດຍຍອດຂາຍຜະລິດຕະພັນຂອງບໍລິສັດ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄຕມາດດຽວກັນຂອງປີຜ່ານມາ ໂດຍຍອດຂາຍໄອໂຟນ ເພີ່ມຂຶ້ນເກືອບ 50% ເມື່ອທຽບປີຕໍ່ປີ.

ແນວໃດກໍຕາມ, ລາຄາຮຸ້ນຂອງແອັບເປິ້ລໄດ້ຫຼຸດລົງຫຼາຍກວ່າ 2% ໃນການຊື້ – ຂາຍ ຫຼັງປິດຕະຫຼາດເມື່ອຄືນວັນທີ 27 ກໍລະກົດ 2021, ຫຼັງຈາກທີ່ ບໍລິສັດເຕືອນວ່າຜົນປະກອບການໃນໄຕມາດ 4 ຂອງປີນີ້ ຈະບໍ່ເຂັ້ມແຂງເໝືອນກັບໄຕມາດ 3 ເຊິ່ງໄຕມາດ 3 ສິ້ນສຸດລົງໃນວັນທີ 26 ມິຖຸນາ 2021.

ທັງນີ້, ແອັບເປິ້ລ ເປີດເຜີຍຜົນກຳໄລຕໍ່ຮຸ້ນໃນໄຕມາດ 3 ຂອງປີ 2021 ຢູທີ່ 1,30 ໂດລາຕໍ່ຮຸ້ນ, ສູງກວ່າທີ່ຄາດການໄວ້ ເຊິ່ງຄາດວ່າຈະຢູ່ທີ່ 1,01 ໂດລາ. ຂະນະທີ່ລາຍໄດ້ຂອງແອັບເປິ້ລໃນໄຕມາດ 3 ເພີ່ມຂຶ້ນ 36% ເມື່ອທຽບປີຕໍ່ປີ ຈຸລະດັບ 81,41 ຕື້ໂດລາສະຫະລັດ ສູງກວ່າຕົວເລກທີ່ຄາດການໄວ້ ເຊິ່ງຈະຢູ່ທີ່ລະດັບ 73,30 ຕື້ໂດລາສະຫະລັດ.

ລາຍງານລະບຸວ່າ: ຍອດຂາຍໄອໂຟນ ເພີ່ມຂຶ້ນ 49,78% ເມື່ອທຽບປີຕໍ່ປີ ຈຸລະດັບ 39,57 ຕື້ໂດລາ ສູງກວ່າຕົວເລກທີ່ຄາດການໄວ້ ເຊິ່ງຄາດວ່າຈະຢູ່ທີ່ 30,01 ຕື້ໂດລາ, ຂະນະທີ່ລາຍໄດ້ຈາກການບໍລິການ ເພີ່ມຂຶ້ນ 33% ເມື່ອທຽບປີຕໍ່ປີ ຢູ່ທີ່ປະມານ 17,48 ຕື້ໂດລາ ສູງກວ່າທີ່ຄາດການໄວ້ ເຊິ່ງຄາດວ່າຈະຢູ່ທີ່ລະດັບ 16,33 ຕື້ໂດລາ ແລະ ລາຍໄດ້ຈາກຜະລິດຕະພັນອື່ນໆ ເພີ່ມຂຶ້ນ 40% ຢູ່ທີ່ 8,76 ພັນລ້ານໂດລາ ສູງກວ່າທີ່ຄາດການໄວ້ທີ່ຄາດວ່າຈະຢູ່ທີ່ລະດັບ 7,80 ພັນລ້ານໂດລາ.