ກຳປູເຈຍ ໃຊ້ມາດຕະການປິດ 8 ແຂວງທີ່ມີຊາຍແດນຕິດກັບປະເທດໄທ

2241

ສົມເດັດຮຸນ ເຊນ ມີຄຳສັ່ງປິດ 8 ແຂວງ ປະເທດກຳປູເຈຍທີ່ມີຊາຍແດນຕິດກັບປະເທດໄທຈົນຮອດວັນທີ 12 ສິງຫາ ທ່າມກາງການແຜ່ລະບາດຂອງໂຄວິດ-19 ຈາກເ9ືອກາຍພັນ “ເດລຕາ”.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນພະຫັດ ທີ 29 ກໍລະກົດ ວ່າ ສົມເດັດຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ລົງນາມໃນຄຳສັ່ງສະຖານະການສຸກເສີນປິດ 8 ແຂວງມີຊາຍແດນຕິດກັບປະເທດໄທ ຢ່າງໜ້ອຍ 14 ວັນ ນັບຕັ້ງແຕ່ວັນທີ 30 ກໍລະກົດ ຫາ ວັນທີ 12 ສິງຫາ ເພື່ອຫຼຸດຄວາມສ່ຽງຂອງການແຜ່ລະບາດຂ້າມຊາຍແດນຂອງໂຄວິດ-19 ຈາກເຊື້ອໄວຣັສກາຍພັນເດລຕາເຊິ່ງເປັນການແຜ່ລະບາດໄດ້ງ່າຍ ແລະ ໄວທີ່ສຸດໃນຂະນະນີ້.

ສຳລັບ 8 ແຂວງທີ່ຈະໄດ້ຮັບຜົນກະທົບໄດ້ແກ່ ເກາະກົງ, ໂພທິສັດ, ບັດຕຳບອງ, ໄພລິນ, ບັນເຕຍມຽນເຈຍ ຫຼື ບັນທະມີໄຊ, ອຸດອນມີໄຊ, ພຣະວິຫານ ແລະ ສຽມຣຽບ. ແຕ່ຍົກເວັ້ນສະເພາະການຂົນສົ່ງສິນຄ້າ ແລະ ການເດີນທາງຂ້າມຊາຍແດນໃນກໍລະນີສຸກເສີນເທົ່ານັ້ນ.