ໂມໂມຕະ ນັກດອກປີກໄກ່ມື 1 ຂອງໂລກ ແລະ ເຕັງ 1 ພິກລ໊ອກຕົກຮອບໃນໂອແລມປິກ 2020

675
Kento Momota of Japan competes against South Korea's Kwanghee Heo during men's singles group play stage Badminton match at the 2020 Summer Olympics, Wednesday, July 28, 2021, in Tokyo, Japan. (AP Photo/Markus Schreiber)

ເຄນໂຕະ ໂມໂມຕະ ນັກກີລາດອກປີກໄກ່ຊາຍດ່ຽວມື 1 ຂອງໂລກ ແລະ ເຕັງ 1 ຈາກຍີ່ປຸ່ນ ພິກລ໊ອກຕົກຮອບແບ່ງກຸ່ມໄປ ໃນໂອແລມປິກ 2020 ໄປຢ່າງໜ້າເສຍດາຍ ຫຼັງຈາກທີ່ເສຍໃຫກັບ ແຮ ກວາງຮີ ຈາກ ສ ເກົາຫຼີ 0-2 ເຊັດ ເມື່ອວັນທີ 28 ກໍລະກົດ 2021.

ການແຂ່ງຂັນກີລາດອກປີກໄກ່ ປະເພດຊາຍດ່ຽວຮອບແບ່ງກຸ່ມໆ A ນັດທີ 2 ເຄນໂຕະ ໂມໂມຕະ ມືວາງອັນດັບ 1 ຂອງໂລກຈາກຍີ່ປຸ່ນ ຖືກຈັດໃຫ້ເປັນເຕັງ 1 ທີ່ຈະຄວ້າຫຼຽນຄໍາໂອແລມປິກ 2020 ພົບກັບ ແຮ ກວາງຮີ ມືວາງອັນດັບທີ 15 ແຕ່ປາກົດວ່າ: ແຮ ກວາງຮີ ລະເບີດຟອມໂດດເດັ່ນເອົາຊະນະ ໂມໂມຕະ ໄປໄດ້ແບບເໜືອຄວາມຄາດໝາຍ 2-0 ເຊັດ 21-15 ແລະ 21-19 ໃຊ້ເວລາ 52 ນາທີໆ.

ເຮັດໃຫ້ ແຮ ກວາງຮີິ ເຂົ້າໄປລໍຖ້າໃນຮອບ 8 ຄົນສຸດທ້າຍລໍພົບຜູ້ຊະນະລະຫວ່າງ ເຄລວິນ ຄໍດອນ ມືວາງອັນດັບທີ 25 ຈາກົວເຕມາລາ ຫຼື ມາກ ຄັລໂຈວ ມືວາງອັນດັບທີ 17 ຈາກໂຮນລັງ.