ລັດຖະບານ ຈະສຸ່ມໃສ່ 7 ວຽກໃຫຍ່ ໃນເດືອນສິງຫາ ທັງສົ່ງເສີມການລົງທຶນ, ການຜະລິດ ແລະ ປ້ອງກັນໂຄວິດ-19

955

ເດືອນກໍລະກົດ ເປັນເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ, ໄພເງິນເຟີ້, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ຊຶ່ງລັດຖະບານ ກໍໄດ້ພະຍາຍາມແກ້ໄຂດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດປະຄັບປະຄອງໄດ້ໃນລະດັບແນ່ນອນ. ຢ່າງໃດກໍຕາມຍັງມີຫລາຍບັນຫາທີີ່ເລັ່ງທວງໃຫ້ສະມາຊິກລັດຖະບານ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ, ສະນັ້ນໃນເດືອນສິງຫາ ຕ້ອງສຸ່ມໃສ່ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໜັກແໜ້ນ, ສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ;ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ປ້ອງກັນພະຍາດໂຄວິດ-19.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2020 ໄດ້ໄຂຂຶ້ນໃນວັນທີ 26 ແລະ ປິດລົງໃນວັນທີ 27 ກໍລະກົດ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 4 ຫົວຂໍ້ທີ່ສໍາຄັນ ຄື: ການສະຫລຸບສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ແຜນວຽກຈຸດສຸມເດືອນສິງ ຫາ 2021. ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບຕີລາຄາຮອບດ້ານ ການຈັດຕັ້ງປະ ຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນກໍລະກົດຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນສິງຫາ ປີ 2021. ພາຍຫລັງການປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມໄດ້ຊີ້ນຳໃຫ້ກະ ຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ກ່ຽວກັບການກະກຽມເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ເປີດການທ່ອງທ່ຽວໃນຮູບແບບໃໝ່ຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ ທັງໃຫ້ສອດຄ່ອງກັບເງືີ່ອນໄຂທີີ່ມີການລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ກະຊວງເຕັກໂນໂລຊີ ແລະ ການສືີ່ສານ ເປັນໃຈກາງສົມທົບກັບກະ ຊວງການເງິນ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປຶກສາຫາລື ແລະ ສຸມໃສ່ຈັດຕັ້ງປະຕິ ບັດການຫັນເປັນທັນສະໄໝ ໃຫ້ເປັນຮູບປະທໍາໄວຂຶ້ນ. ພ້ອມນີ້, ມອບໃຫ້ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ປັບປຸງເນື້ອໃນບົດສະຫລຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະ ບານ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ.


ເດືອນກໍລະກົດ ປີ 2021 ເປັນເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ, ໄພເງິນເຟີ້, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຕົວເລກການຕິດເຊື້ອເພີ່ມຂຶ້ນ ຈາກແຮງງານລາວເດີນທາງກັບຄືນປະເທດຈໍານວນຫລາຍ, ຜົນກະທົບຈາກໄພພິບັດທໍາມະຊາດ ຢູ່ບາງທ້ອງຖິ່ນໃນໄລຍະຕົ້ນລະດູຝົນນີີ້ ຊຶ່ງລັດຖະບານ ກໍໄດ້ພະຍາຍາມແກ້ໄຂດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດປະຄັບປະຄອງໄດ້ໃນລະດັບແນ່ນອນ. ຖ້າສົມທຽບໃສ່ຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນເງືີ່ອນໄຂໃໝ່ ເຫັນວ່າຍັງມີຫລາຍບັນຫາທີີ່ເລັ່ງທວງໃຫ້ສະມາຊິກລັດຖະ ບານ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ. ດັ່ງນັ້ນ, ໃນເດືອນສິງຫາ 2021 ນີີ້ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງ ດັ່ງນີີ້:
1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຕໍ່ເນືີ່ອງ ໃນທຸກບໍລິເວນ ລວມທັງ ບໍລິ ເວນຊາຍແດນ ໄປຄຽງຄູ່ກັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາໄວຂຶ້ນ.


2) ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໜັກແໜ້ນ ແລະ ເຂັ້ມແຂງເທືີ່ອລະກ້າວ, ສຸມໃສ່ຊຸກສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ, ການຂຸດຄົ້ນແຮ່ເຫຼັກຕາມກົນໄກໃໝ່ ແລະ ຕິດຕັ້ງອຸປະກອນການກວດກາສິນຄ້ານໍາເຂົ້າ, ສົ່ງອອກຢູ່ດ່ານຊາຍແດນ ແລະ ອືີ່ນໆ ໃຫ້ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ.
3) ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ດ້ວຍມາດຕະການຕ່າງໆ (ບໍລິຫານ, ທາງການແພດ, ເສດຖະກິດ,…) ລວມທັງ ການກະກຽມ ແລະ ຮອງຮັບແຮງງານລາວຈໍານວນຫລາຍທີີ່ກັບຄືນຈາກປະເທດໃກ້ຄຽງ.


4) ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX, ປັບປຸງກົງຈັກການຈັດຕັ້ງຕ່າງໆ ຂອງອົງການບໍລິຫານລັດ ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ທັງສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເປັນກ້າວໆ, ຫລຸດຜ່ອນສິ່ງກີດຂວາງຕ່າງໆ ທີີ່ເປັນອຸປະສັກໃຫ້ແກ່ການພັດທະນາຢູ່ປະເທດເຮົາ. ພ້ອມດຽວກັນນັ້ນ, ກະກຽມ ແລະ ສະເຫລີມສະຫລອງ ວັນລັດຖະທໍາມະນູນ ຄົບຮອບ 30 ປີ ຕິດພັນກັບການເຜີຍແຜ່, ເຊື່ອມຊຶມເນື້ອໃນວັນສໍາຄັນດັ່ງກ່າວ ໃຫ້ທົ່ວປວງຊົນ ຮັບຮູ້, ເຂົ້າໃຈ ຢ່າງທົ່ວຖິງ.
5) ສືບຕໍ່ກະກຽມເນືີ້ອໃນ ແລະ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ທີີ່ຈະຈັດຂຶ້ນໃນຕົ້ນເດືອນສິງຫາ 2021 ເປັນຕົ້ນ ຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຮ່າງກົດໝາຍ 5 ສະບັບ ແລະ ບົດ ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.
6) ສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດອືີ່ນໆ ລວມທັງອົງການຈັດຕັ້ງສາກົນ ເພືີ່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫລືອ ນັບທັງປະຕິບັດບັນດາຂໍ້ຕົກລົງ ທີີ່ລັດຖະບານໄດ້ເຊັນສັນຍາຮ່ວມມືກັບປະເທດຕ່າງໆ ໃຫ້ມີຜົນສໍາເລັດເປັນກ້າວໆ.


7) ໃຫ້ບັນດາທ່ານສະມາຊິກລັດຖະບານ ຕະຫລອດອົງການປົກຄອງທ້ອງຖິ່ນ ຫັນເປັນແຜນປະຕິບັດງານລະອຽດ ແລະ ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີີ່ວາງໄວ້.
ເພື່ອໃຫ້ທິດທາງວຽກຈຸດສຸມໃນເດືອນສິງຫາ ປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ, ອົງການປົກຄ້ອງທ້ອງຖິ່ນ ຕະ ຫລອດຮອດພະນັກງານ, ນັກຮົບ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ໃນທົ່ວປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີຂອງຕົນ ແລະ ຮ່ວມກັນຈັດຕັ້ງປະຕິບັດແຜນຈຸດສຸມໃນເດືອນສິງຫາ ປີ 2021 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.