ລມຕ ກະຊວງການຕ່າງປະເທດ ພ້ອມຄະນະ ຢ້ຽມຢາມເບິ່ງຄວາມພ້ອມ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວ

918

ໃນວັນທີ 23 ກໍລະກົດ 2021 ຜ່ານມາ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ, ມີ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານ ບໍລິສັດວຽງຈັນ ໂລຊິດສະຕິກພາກ ຈຳກັດ ເຂົ້າຮ່ວມ.

ການລົງມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຂອງ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາທ່ານຫົວໜ້າກົມ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ ກໍ່ໄດ້ໃຫ້ການສະໜັບສະໜູນ ໂຄງການດັ່ງກ່າວ ເພື່ອການເຊື່ອມໂຍງ ກັບໂຄງການກໍ່ສ້າງທາງລົດໄຟລາວຈີນ, ພ້ອມນີ້ ລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ໄດ້ຮັບຟັງການລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງບໍລິສັດ ເຊິ່ງໂຄງການດັ່ງກ່າວ ເປັນໂຄງການໃຫຍ່ມີມູນຄ່າການລົງທຶນສູງຫຼາຍຮ້ອຍລ້ານໂດລາສະຫະລັດ ທີ່ນັກທຸລະກິດພາຍໃນເຫັນໄດ້ເຖິງອະນາຄົດໃນການພັດທະນາປະເທດລາວເຮົາໃຫ້ຈະເລີນຮຸ່ງເຮືອງສີວິໄລ ຈຶ່ງໄດ້ມີຄວາມຕັດສິນໃຈສູງໃນການພັດທະນາໂຄງການນີ້ຂຶ້ນມາ ເນື່ອງຈາກປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ.

ໂຄງການນີ້ ຈະເປັນໂຄງການໜຶ່ງໃນການພັດທະນາເສດຖະກິດຂອງລາວໃນອະນາຄົດ ເນື່ອງຈາກທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ເປັນຈຸດບໍລິການການຂົນສົ່ງເຊື່ອມຕໍ່ລະຫວ່າງປະເທດໃນພາກພື້ນ ແລະ ຈະເປັນໂຄງການຕົວແບບໃນອະນາຄົດທີ່ຈະສ້າງລາຍຮັບໃຫ້ບໍລິສັດ ແລະ ລັດຖະບານ ທີ່ໄດ້ຈາກລາຍຮັບຈາກກິດຈະການອ້ອມຂ້າງ ເຊິ່ງປັດຈຸບັນບໍລິສັດກຳລັງເລັ່ງກໍ່ສ້າງພື້ນຖານໂຄງລ່າງເພື່ອຮອງຮັບການພັດທະນາໂຄງການຕໍ່ໄປເປັນຕົ້ນ ການໄກ່ເກ່ຍ, ຊົດເຊີຍສິ່ງກີດຂວ້າງພື້ນທີ່ໂຄງການ, ສ້າງເສັ້ນທາງ ເດີ່ນ ປະຕູໂຂງ, ອາຄານ ແລະ ອື່ນໆທີ່ເປັນສິ່ງອຳນວຍຄວາມສະດວກຕ່າງໆໃນການດຳເນີນໂຄງການແມ່ນມີຄວາມຄືບໜ້າໃກ້ຈະສຳເລັດ ແລະ ຄາດວ່າຈະສຳເລັດຕາມແຜນການທີ່ວາງໄວ້.

ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະໄດ້ຮັບຟັງການລາຍງານຄວາມເປັນມາ ແລະ ຜົນປະໂຫຍດທີ່ ສປປ ລາວເຮົາ ຈະໄດ້ຮັບຈາກໂຄງການນັ້ນ ກໍໄດ້ມີການແລກປ່ຽນບາງຄຳຄິດຄຳເຫັນເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບຂໍ້ມູນຂອງໂຄງການຫຼາຍຂຶ້ນ ເພື່ອຈະໄດ້ໂຄສະນາເຜີຍແຜ່ໃຫ້ບັນດາປະເທດຕ່າງໆໃນໂລກໃນໂອກາດທີ່ໄປຢ້ຽມຢາມ, ໄປເຂົ້າຮ່ວມກອງປະຊຸມ ແລະ ໄປເປັນທູດປະຈຳຢູ່ຕ່າງປະເທດ ເພື່ອໃຫ້ບັນດາປະເທດມີຄວາມເຂົ້າໃຈວ່າປະເທດລາວມີທ່າແຮງຫຼາຍຢ່າງທີ່ຈະດຶງດູດນັກທຸລະກິດຕ່າງປະເທດເຂົາມາລົງທຶນຫຼາຍຂຶ້ນ. ໃນນັ້ນ, ກໍມີໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ທີ່ເຊື່ມຕໍ່ໃສ່ເສັ້ນທາງລົດໄຟ ລາວ-ຈີນ ທີ່ຈະເປີດນຳໃຊ້ໃນທ້າຍປີນີ້.

ໃນຕອນທ້າຍ, ພາຍຫຼັງຮັບຟັງ ແລະ ຢ້ຽມຢາມພາກສະໜາມຕົວຈິງຂອງໂຄງການແລ້ວ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະບໍລິຫານ ແລະ ພະນັກງານບໍລິສັດ ທີ່ເປັນນັກທຸລະກິດລາວຜູ້ເຮັດແທ້ທຳຈິງ ຂ້າພະເຈົ້າໄດ້ມາເຫັນໂຄງການຕົວຈິງແລ້ວມີຄວາມພາກພູມໃຈທີ່ໂຄງການນີ້ໄດ້ເກີດຂຶ້ນ ແລະ ໃນອະນາຄົດຈະສາມາດຕອບສະໜອງຄວາມມຸ່ງໝາດປາດຖະໜາຂອງພັກ-ລັດຖະບານ ດ້ານການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມຈະເລີນ, ມີລະບົບການຂົນສົ່ງທີ່ທັນສະໄໝເຊື່ອມຕໍ່ກັບຫຼາຍປະເທດ, ຈະເຮັດໃຫ້ປະເທດລາວເຮົາ ມີລາຍຮັບເພີ່ມຂຶ້ນຈາກການເກັບຄ່າບໍລິການຕ່າງໆທີ່ປິ່ນອ້ອມ ເຊິ່ງຜ່ານມາປະເທດລາວເຮົາ ໄດ້ເສຍຜົນປະໂຫຍດດ້ານການຂົນສົ່ງໃຫ້ຕ່າງປະເທດ ແລະ ໃນປັດຈຸບັນເສດຖະກິດຂອງປະເທດເຮົາມີຄວາມຫຍຸ້ງຍາກ ແຕ່ໄດ້ມາເຫັນວິໄສທັດຂອງບໍລິສັດແລ້ວຈະເປັນແຮງໜຶ່ງທີ່ຈະກະຕຸ້ນເຫັນທາງອອກທີ່ຈະຊ່ວຍບໍລິສັດ ແລະ ຈະສະໜັບສະໜູນບໍລິສັດຢ່າງສຸດຂີດເຮັດໃຫ້ໂຄງການນີ້ເກີດເປັນຈິງ.

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ໄດ້ມີພິທີວາງສີລາລືກການກໍ່ສ້າງໂຄງການ ໃນວັນທີ 3 ກໍລະກົດ 2020 ຕັ້ງຢູ່ເຂດບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດປະມານ 382 ເຮັກຕາ ( ເບື້ອງຕົ້ນ ), ມູນຄ່າການລົງທຶນຂອງໂຄງການທັງໝົດ ປະມານ 727 ລ້ານໂດລາສະຫະລັດ ເປັນການພັດທະນາ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ໂດຍມີອາຍຸສໍາປະທານ 50 ປີ.