ໂຊກຮ້າຍທີ່ຕົກວຽກກໍຍັງມີຂ່າວດີ ມີຫຼາຍກວ່າ 6.000 ຕຳແໜ່ງລໍຖ້າຢູ່

721

ນີ້ອາດເປັນຂ່າວດີທີ່ສຸດຂອງຫຼາຍໆຄົນທີ່ບໍມີວຽກເຮັດງານທຳໃນໄລຍະນີ້ ເຊິ່ງພາຍຫຼັງທ່ານຮອງນາຍົກມີທິດຊີ້ນຳໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມາຈາກຕ່າງປະເທດ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນ ການຝຶກສີມືແຮງງານ ແລະ ປະສານກັບຂະແໜງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ ເພື່ອຫາວຽກເຮັດງານທຳໃຫ້ເຂົາເຈົ້າກໍ່ບໍ່ເຮັດໃຫ້ຜິດຫວັງ ຫຼ້າສຸດມີລາຍງານວ່າ ມີຫຼາຍກວ່າ 6000 ຕຳແໜ່ງການພາຍໃນປະເທດລໍຖ້າຢູ່.

ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເກີດຂຶ້ນນີ້ ເຮັດໃຫ້ຫຼາຍບໍລິສັດຕ້ອງຮັດສາຍແອວໃນງາຍຈ່າຍ ເພື່ອການຄົງຢູ່ຂອງທຸລະກິດ, ມີຫຼາຍທຸລະກິດກໍ່ໄປບໍລອດເພາະຂາດທຶນ ແລະບໍສາມາດເປີດບໍລິການໄດ້ ຈຳເປັນຕ້ອງໄດ້ຢຸດໃນການດຳເນີນທຸລະກິດ ນັ້ນເປັນສາເຫດໃຫ້ເກີດມີໄພວ່າງງານຫຼາຍ, ການຊອກວຽກເຮັດງານທຳກໍ່ບໍ່ແມ່ນເລື່ອງງ່າຍ ບັນຫານີ້ເກີດຂຶ້ນບໍ່ສະເພາະແຕ່ບ້ານເຮົາແຕ່ເປັນໄປທົ່ວໂລກ.

ແນວໃດກໍ່ຕາມ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະໃຫ້ຄົນໃນໄວເຮັດວຽກໄດ້ມີວຽກເຮັດງານທຳ ລັດຖະບານແມ່ນບໍ່ໄດ້ນີ້ງເສີຍ ທັງຊອກທຸກວິທີທາງ ເພື່ອຊ່ວຍເຂົາເຈົ້າເຫຼົ່ານັ້ນ.

ຕາມຂໍ້ມູນຈາກການລາຍງານຂອງເວັບໄຊ ບໍລິການຈັດຫາງານສາທາລະນະຊົນ ໄດ້ແຈ້ງວ່າ: ໃນປັດຈຸບັນມີ ຫຼາຍບໍລິສັດທີ່ມີການຮັບພະນັກງານ ເຊິ່ງຕ້ອງການຫຼາຍກວ່າ 6.000 ຕຳແໜ່ງ ແລະ ຖືວ່າເປັນຂ່າວດີສຳລັບຜູ້ທີ່ກຳລັງຊອກວຽກເຮັດງນທຳຢູ່ໃນປັດຈຸບັນ ທີ່ບໍ່ຄວນພາດໃນການສະໝັກ.

ສຳລັບຜູ້ທີ່ສົນໃຈແມ່ນສາມາດຂຶ້ນທະບຽນ ຄວາມຕ້ອງການເຮັດວຽກ ນຳສູນບໍລິການຈັດຫາງານ ຫຼື ຕິດຕໍ່ບໍລິສັດທີ່ມີລາຍຊື່ ແລະ ຕ້ອງການພະນັກງານໂດຍກົງ (ຈະຂຶ້ນເບີໂທ ແລະ ເວັບໄຊໃຫ້ດ້ານລຸ່ມ)ເພື່ອຈະໄດ້ມີການປຶກສາ ສອບຖາມກ່ຽວກັບສະພາບຕ່າງໆ ກໍ່ຈະເປັນການດີ ເຊິ່ງລາຍລະອຽດທັງໝົດມີດັ່ງນີ້.
www.pes.molsw.gov.la

  1. ບໍລິສັດ ອາລີພັດທະນາກະສິກຳ: ກຳມະກອນປູກກ້ວຍ 120 ຄົນ/ຍິງ 60 ບໍ່ຈຳກັດການສຶກສາ ເງິນເດືອນ 500.000 ກີບ (ໂທ 030 4541 576)
  2. ບໍລິສັດ ຫວາຫວຸ້ຍ ສາຂາ1: ກຳມະກອນປູກກ້ວຍ  100 ຄົນ/ ຍິງ 50 ບໍ່ຈຳກັດການສຶກສາເງິນເດືອນ 500.000 ກີບ (ໂທ 020 55221319)
  3. ບໍລິສັດ ຊິນຖາພັດທະນາກະສິກຳສາຂາ1: ກຳມະກອນປູກກ້ວຍ 80 ຄົນ/ຍິງ40 ບໍ່ຈຳກັດການສຶກສາ ເງິນເດືອນ 500.000 ກີບ (ໂທ 020 5994 0938)
  4. ບໍລິສັດຫວາຫວຸ້ຍສາຂາ2: ກຳມະກອນປູກກ້ວຍ 80 ຄົນ/ຍິງ40 ບໍ່ຈຳກັດການສຶກສາ 500.000 ກີບ (ໂທ 020 5538 0960)
  5. ບໍລິສັດແອວກາເມັນ: 1 ຫຍິບໂສ້ງ 120 ຄົນ/ຍິງ ອາຍຸ 18 ຂຶ້ນໄປ ຈົບປໍ 5 ເງິນເດືອນ                             100.000 ກີບ ແລະ 2 ກວດເຄື່ອງ 30 ຄົນ/ຍິງ ອາຍຸ 19 ຂຶ້ນໄປ ຈົບປໍ 5 ເງິນເດືອນ 1.100.000 ກີບ (ໂທ 55668828)
  6. ໂຮງງານຢາມາເກັນ ອັບພາເຣວ: ປະກອບສ່ວນເສື້ອຜ້າ 70 ຄົນ/ຍິງ 60, ອາຍຸ 18-30 ຈົບປະຖົມ ເງິນເດືອນ 1.100.000 ກີບ ( ໂທ 021 710819)
  7. ໂຮງງານ ອິນທີເມດແຟຊັ່ນອາບີລາວ: ຕັດຫຍິບ 41ຄົນ/ຍິງ 38, ອາຍຸ 18 ຂຶ້ນໄປ ຈົບປໍ 5 ເງິນເດືອນ 1.100.000 ກີບ (ໂທ 021 776636)
  8. ບໍລິສັດວຽງຈັນເຈຍລະໄນເພັດຈຳກັດ: 102 ຄົນ/ຍິງ 1, ອາຍຸ 18 ຂຶ້ນໄປ ສາມາດອ່ານຂຽນໄດ້ ເງິນເດືອນ 1.100.000 ກີບ (021 417066, 030 5433303)
  9. ບໍລິສັດ ຊີເຄແອວຈຳກັດ: ຫຍິບເກີບ 300 ຄົນ/ຍິງ 200, ອາຍຸ 18 ຂຶ້ນໄປ ບໍ່ຈຳກັດການສຶກສາເງິນເດືອນ 1.100.000 ກີບ (ໂທ021463221)
  10. ບໍລິສັດໂນຢາ: 4.000 ຄົນ ອາຍຸ 18 ຂຶ້ນໄປ ບໍ່ຈຳກັດການສຶກສາ ເງິນເດືອນ 1.400.000-2.500.000 ກີບ (ໂທ 02052535228)
  11. ບໍລິສັດທຣີໂອລາວ ເອັກປອດຈຳກັດ: 300 ຄົນ (ໂທ 021 63206875)
  12. ບໍລິສັດຊານຕິກສ໌ ແລະ ບໍລິສັດຊັນເຕ້ລາວ2: 200 ຄົນ ເງິນເດືອນ 1.300.000-1.400.000 ກີບ (ໂທ 201 671011
  13. ບໍລິສັດຕຣີມາກສ໌ຈຳກັດ: 200 ຄົນ (ໂທ 021 212089, 020 5431 7748, 020 5868 1725)
  • ສຳລັບຕ່າງແຂວງຕິດຕໍ່ສອບຖາມທີ່:
  1. ນະຄອນຫຼວງວຽງຈັນ (856-21) 2640498
  2. ແຂວງ ຫຼວງນ້ຳທາ (856-30) 4826 725
  3. ແຂວງ ອຸດົມໄຊ (856-30) 4601 389
  4. ແຂວງ ບໍ່ແກ້ວ (856-84) 211 897
  5. ແຂວງ ຫຼວງພະບາງ (856-71) 260 346
  6. ແຂວງ ຫົວພັນ (856-30) 5206 446
  7. ແຂວງ ໄຊຍະບູລີ (856-74) 211 085
  8. ແຂວງ ຊຽງຂວາງ (856-30) 567 110
  9. ແຂວງ ວຽງຈັນ (856-23) 431 018
  10. ແຂວງ ບໍລິຄຳໄຊ (856-54) 791 022
  11. ແຂວງ ຄຳມ່ວນ (856-51) 212 185
  12. ແຂວງ ສະຫວັນເຂດ (856-41) 212 023
  13. ແຂວງ ສາລະວັນ (856-34) 211 045
  14. ແຂວງ ເຊກອງ (856-38) 211 019
  15. ແຂວງຈຳປາສັກ (856-31) 212 050
  16. ແຂວງ ອັດຕະປື (856-36) 211 037