2 ເກົາຫຼີ ກຽມຟື້ນຟູການສື່ສານຂ້າມແດນ

235

ສຳນັກຂ່າວ ເອເອັຟພີ ລາຍງານເມື່ອວັນທີ 27 ກໍລະກົດ 2021 ວ່າ ສປປ ເກົາຫຼີ ແລະ ສາທາລະນະລັດເກົາຫຼີ ກຽມຟື້ນຟູສາຍພົວພັນລະຫວ່າງສອງປະເທດອີກຄັ້ງ ດ້ວຍການປະກາດຟື້ນຟູລະບົບການສື່ສານຂ້າມຊາຍແດນທີ່ຖືກຕັດຂາດໄປເມື່ອປີຜ່ານມາ, ຫຼັງຈາກທີ່ນັກເຄື່ອນໄຫວຫວ່ານໃບປິວຂ້າມຊາຍແດນ ສປປ ເກົາຫຼີ.

ນອກຈາກນີ້, ຍັງມີການເປີດເຜີຍວ່າ: ຜູ້ນຳທັງ 2 ປະເທດໄດ້ປຶກສາຫາລືແລກປ່ຽນຄວາມເຫັນຫຼາຍຄັ້ງຜ່ານທາງຈົດໝາຍ ນັບແຕ່ເດືອນເມສາຜ່ານມາ ພ້ອມທັງເຫັນດີໃນການຟື້ນຟູລະບົບການສື່ສານດັ່ງກ່າວ ເຊິ່ງນັບວ່າເປັນການຟື້ນຟູສາຍພົວພັນອີກຄັ້ງ ຫຼັງຈາກທີ່ເມື່ອປີ 2018 ຜູ້ນຳຂອງສອງປະເທດໄດ້ພົບປະຫຼາຍຄັ້ງ ແຕ່ຍັງບໍ່ສາມາດບັນລຸຂໍ້ຕົກລົງທີ່ສຳຄັນໄດ້.