ວິທີນັບຄະແນນຂອງກີລາ ເທັນນິສ ເປັນຍັງຈິ່ງນັບ 15, 30 ແລະ 40

436

ກີລາເທັນນິສ ເປັນອີກກີລາໜຶ່ງທີ່ບັນຈຸເຂົ້າໃນ ກີລາແຫ່ງຊາດ ແລະ ມື້ນີ້ເຮົາຈະໄປຮູ້ກົດລະບຽບ ແລະ ວິທີການຈັດການແຂ່ງຂັນກີລາເທັນິສ ໃນ ກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ກ່ອນທີ່ຄັ້ງທີ 11 ແຂວງຊຽງຂວາງ ທີ່ເລື່ອນຈັດມາຫຼາຍຄັ້ງ ຈະກໍານົດວັນເວລາແຂ່ງຂັນອີກຄັ້ງໜຶ່ງ.

ອີງຕາມຂໍ້ກໍານົດວ່າດ້ວຍ ການຈັດງານມະຫາກໍາກີລາແຫ່ງຊາດ ເລກທີ 748 / ສສກ.ກສ, ນະຄອນຫຼວງວຽງຈັນ ລົງວັນທີ 23 ພຶດສະພາ 2013 ລະບຸວ່າ ການແຂ່ງຂັນເທັນນິສໃນງານມະຫາກໍາກີລາແຫ່ງຊາດ ແມ່ນກໍານົດເອົາກະຕິກາການແຂ່ງຂັນຂອງ ສະຫະພັນເທັນນິສນາໆຊາດ ເຊິ່ງການນັບຄະແນນກີລາເທັນນິສຂອງ ສະຫະພັນກີລາເທັນນິສນາໆຊາດ ມີດັ່ງນີ້:

ການນັບຄະແນນຕາມກະຕິກາສາກົນຄື: ຄະແນນທີ 1 ນັບເປັນ 15 ຄະແນນ, ທິີ 2 ນັບເປັນ 30 ຄະແນນ ແລະ ຄະແນນທີ 3 ນັບເປັນ 40 ຄະແນນ ເຊິ່ງຜູ້ຫຼິ້ນຄົນໃດໄດ້ຄະແນນທີ 4 ກ່ອນຈະເປັນຜູ້ຊະນະ, ແຕ່ຖ້າຫາກກໍລະນີຜູ້ຫຼິ້ນທັງສອງຝ່າຍໄດ້ 3 ຄະແນນເທົ່າກັນກໍຈະຕໍ່ແຂ່ງຂັນໄປຕໍ່ ກ່ອນທີ່ອີກຝ່າຍຈະຊະນະໄດ້ 2 ຄະແນນລວດ ຈິ່ງຈະເປັນຜູ້ຊະນະໃນເກມນັ້ນ.

ສ່ວນທີ່ມາຂອງການນັບຄະແນນ 15, 30 ແລະ 40 ມາຈາກສະໄໝກ່ອນໃຊ້ໂມງໃນການຂຶ້ນຄະແນນ ໂດຍເຂັມໂມງ ແລະ ມີວິທີການນັບດັ່ງນີ້:
-ຄະແນນທີ 1 ນັບເປັນ 15 ເລື່ອນເຂັມໂມງໄປເລກທີ 3 ເອີ້ນຄະແນນວ່າ 15 ຫຼື Fifteen
-ຄະແນນທີ 2 ນັບເປັນ 30 ເລື່ອນເຂັມໂມງໄປທີ່ເລກ 6 ເອີ້ນຄະແນນວ່າ 30 ຫຼື Thirty
-ຄະແນນທີ 3 ໃນກີລາເທັນນິສຈະນັບເປັນ 45 ເລື່ອນເຂັມໂມງໄປທີ 9 ເອີ້ນຄະແນນວ່າ Forty-five ຈົນກະທັ້ງປີ 1875 ສະໂມສອນ Marylebone Cricket Club (MCC) ໃນປະເທດອັງກິດເປັນຜູ້ອອກກົດລະບຽບສະໄໝໃໝ່ ໄດ້ປ່ຽນມານັບຄະແນນທີ 3 ເປັນ 40 ຫຼື Forty ແທນ ເພື່ອໃຫ້ກໍາມະການໄດ້ອອກສຽງໄດ້ງ່າຍຂຶ້ນ.

-ຄະແນນທີ 4 ເຂັມໂມງໄປທີ່ເລກ 12 ເອີ້ນຄະແນນວ່າ: ເກມ ຫຼື Game ເປັນຄະແນນຈົບເກມ
#ໄດ້ຄະແນນ
+ຜູ້ເສີບຈະໄດ້ຄະແນນ: ເມື່ອລູກໄປສໍາພັດຜູ້ຮັບ ຫຼື ໄມ້ເທັນນິສຂອງຄູ່ແຂ່ງ ກ່ອນຈະສໍາຜັດພື້ນ ແລະ ຜູ້ຮັບເຮັດເສຍຄະແນນ.
+ຜູ້ຮັບທີ່ຈະໄດ້ຄະແນນ: ຜູ້ເສີບເສຍສອງລູກຕິດຕໍ່ກັນ ແລະ ຜູ້ເສີບເສຍເອງ

#ເສຍຄະແນນ
-ຜູ້ຫຼິ້ນບໍ່ສາມາດຕີໝາກເທັນນິສໃນການຫຼິ້ນໃຫ້ຂ້າມຕາໜ່າງກັບໄປກ່ອນທີ່ໝາກເທັນນິສຈະສໍາຜັດພື້ນສອງຄັ້ງໄດ້
-ຜູ້ຫຼິ້ນຕີໝາກເທັນນິສທີ່ຢູ່ໃນການຫຼິ້ນໄປສໍາຜັດພື້ນ, ສິ່ງຕິດຕັ້ງຖາວອນ ຫຼື ວັດຖຸໃດ ເຊິ່ງຢູ່ນອກເສັ້ນທີ່ອ້ອມຮອບສະໜາມຂອງຄູ່ແຂ່ງ.
-ຜູ້ຫຼິ້ນຕີໝາກເທັນນິສ ກ່ອນລູກຕົກເຖິງພື້ນ ກໍຈະຖືວ່າເສຍ ເຖິງວ່າຈະຢືນຢູ່ນອກສະໜາມກໍຕາມ
-ຜູ້ຫຼິ້ນໃຊ້ໄມ້ເທັນນິສສໍາຜັດໝາກເທັນນິສ ຫຼື ຕີໝາກເທັນນິສໃນການຫຼິ້ນຫຼາຍກວ່າ 1 ຄັ້ງ

-ໄມ້ເທັນນິສ ຫຼື ສິ່ງທີ່ຜູ້ຫຼິ້ນສວມ ຫຼື ຖືຢູ່ສໍາຜັດຕາໜ່າງ, ເສົາ, ໄມ້ຄໍ້າຕາໜ່າງ, ເຊືອກດືງຕາໜ່່າງ ແລະ ອັນຫຸ້ມຕາໜ່າງ ລວມເຖິງສະໜາມຂອງຄູ່ແຂ່ງ ໃນຂະນະທີ່ລູກຢູ່ໃນການຫຼິ້ນ
-ຜູ້ຫຼິ້ນຕີໝາກເທັນນິສ ກ່ອນທີ່ລູກຈະຕົກເຖິງພື້ນ ຫຼື ກ່ອນທີ່ໝາກເທັນນິສຈະຂ້າມຕາໜ່າງ
-ໝາກເທັນນິສທີ່ຢູ່ໃນການຫຼິ້ນ ສໍາຜັດຮ່າງກາຍຂອງຜູ້ຫຼິ້ນ ຫຼື ສິ່ງທີ່ຜູ້ຫຼິ້ນໃສ່ຢູ່ ນອກຈາກໄມ້ເທັນນິສທີ່ຖືຢູ່
-ຜູ້ຫຼິ້ນຖິ້ມໄມ້ເທັນນິສໄປຖືກໝາກເທັນນິສ

-ຜູ້ຫຼິ້ນຕັ້ງໃຈເຮັດໃຫ້ຮູບຮ່າງຂອງໄມ້ເທັນນິສທີ່ໃຊ້ຕີຢູ່ປ່ຽນແປງໃນລະຫວ່າງການຫຼິ້ນ
#ເກມໄທເບຣກ: ຄືການຫຼິ້ີ້ນເກມສຸດທ້າຍ ຫຼື ເກມຕັດສິນ ໃນກໍລະນີທີ່ເກມດໍາເນີນມາເທົ່າກັນ 6-6 ໂດຍຈະຕັດສິນຈົນກວ່າຜູ້ຫຼິ້ນເກັບຄະແນນໄດ້ເໜືອຄູ່ແຂ່ງ 2 ຄະແນນ ຫຼື ຖ້າຫາກສູສີກັນກໍຈະນັບຮອດພຽງຄະແນນທີ 7 ໃຜໄດ້ຄະແນນທີ 7 ກ່ອນກໍຈະຖືວ່າເປັນຜູ້ຊະນະໃນເຊັດນັ້ນທັນທີ.
ຮູບຈາກ: MKP