ບັນຍາກາດຊ້ອມຍັງດຸເດືອດ ບາດແຂ່ງແທ້ຈະມັນຂະໜາດໃດ ເຫຼົ່າຮົບຊ່າງແສງລາວ

368

ເຫຼົ່າຮົບຊ່າງແສງຂອງລາວກຽມໂຕເຕັມທີ່ຊ້ອມເປັນປົກກະຕິ ເພື່ອຮັບປະກັນສີໄມ້ລາຍມືວິຊາສະເພາະ ກຽມພ້ອມສູ່ບັ້ນແຂ່ງຂັນກິລາການທະຫານສາກົນທີ່ຣັດເຊຍ ແລະຫວຽດນາມພາຍໃນປີນີ້ ເບິ່ງບັນຍາກາດຊ້ອມຍັງຂະໜາດນີ້ ມື້ແຂ່ງແທ້ຕ້ອງມັນແນ່ນອນ ເປັນກຳລັງໃຈໃຫ້ເດີ້.


ວັນທີ 23 ກໍລະກົດ 2021 ພົນຈັດຕະວາ ສາຍໃຈ ກົມມະສິດຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ທັງເປັນຫົວໜ້າຊີ້ນຳການແຂ່ງຂັນ ລົງຊີ້ນຳຕິດຕາມ ທິມນັກກິລາ ເຫຼົ່າຮົບຊ່າງແສງ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588 ເພຶ່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ ( ARMY GAMES 2021 ) ຈະຈັດຂຶ້ນຢູ່ສະຫະພັນຣັດເຊຍ ແລະ ສສ ຫວຽດນາມ.


ພັນໂທ ອານຸສັກ ພົມວົງສາ ຫົວໜ້າພະແນກ ອົບຮົມ-ສູ້ຮົບ ຄະນະຮັບຜິດຊອບ ຄູຝຶກທິມນັກກິລາ ການທະຫານຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ລາຍງານກ່ຽວກັບການຝຶກຊ້ອມວ່າ: ເພື່ອເປັນກະກຽມຄວາມພ້ອມຮອບດ້ານຂອງທິມນັກກິລາແຕ່ລະສະຫາຍໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຝຶກແອບໃຫ້ມີຄວາມຊຳນານຄ່ອງແຄ້ວ, ທັງເປັນການວັດແທກລະດັບ ຄວາມຮູ້ ຄວາມສາມາດທາງດ້ານເຕັກນິກ ຂອງແຕ່ລະພາກສ່ວນ ເຊັ່ນ : ພາກສ່ວນເຕັກນິກ ແລະ ພາກສ່ວນກວດກູ້ມີນ ພາຍຫຼັງໄດ້ຜ່ານການອົບຮົມ ພາກທິດສະດີ ແລະ ພາກປະຕິບັດຕົວຈິງເປັນເວລາ 01 ເດືອນ ຜ່ານມາ.


ການເຂົ້າຮ່ວມແຂ່ງຂັນກິລາການທະຫານ (ARMYGAMES2021)ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ ຈະເຂົ້າຮ່ວມ ແຂ່ງຂັນປະເພດກິລາ (SAFE ROUTE) ຫຼືເອີ້ນວ່າ : (ເສັ້ນທາງທີ່ປອດໄພ) ແລະໄດ້ປະກອບມີ 02 ພາກສ່ວນຄື: ພາກສ່ວນພາຫະພາເຕັກນິກ ແລະ ພາກ ສ່ວນ ເກັບກູ້ມີນ , ພາກສ່ວນເຕັກນິກ ປະກອບມີ 01 ຈຸ ປະກອບມີ ຈຳນວນພົນ 12 ສະຫາຍ, ຫະນະທີ່ນຳເຂົ້າມາຝຶກອົບຮົມໃນຄັ້ງນີ້ປະກອບມີ ລົດກ່າຍຂົວ TMM-3 ຈຳນວນ 03 ຄັນ, ລົດ PTS ຈຳນວນ 02 ຄັນ.ມີໜ້າທີ່ ຮັບປະກັນ ກ່າຍຂົວຂ້າມຜ່ານແມ່ນ້ຳ, ຜ່ານສີ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ ມິນ ປະກອບມີ 01 ຈຸ ,ມີຈຳນວນພົນ 05 ສະຫາຍ, ປະກອບມີຈັກກວດມີນ 05 ເຄື່ອງ, ເຮັດໜ້າທີ່ ທຳລາຍສີ່ງກີດຂວາງ , ກວດກູ້ມີນ ຕາມເສັນທາງເຄື່ອນທັບ ແລະຮັບປະກັນຄວາມປອດໄພໃຫ້ແກ່ ບັນດາພາຫະນະຕ່າງໆ.


ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ​ໄດ້ມີຄຳເຫັນເນັ້ນໜັກທາງດ້ານວິຊາການແຕ່ລະສະຫາຍໃຫ້ເອົາ ໃຈໃສ່ຕື່ມທາງດ້ານເນື້ອໃນການຈັດຕັ້ງປະຕິບັດ ຕ້ອງເປັນເອກະພາບກັນຢ່າງໜັກແໜ້ນ ແລະ ການປະສານສົມທົບກັນລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ຕ້ອງໄດ້ສຶບຕໍ່ອົບຮົມ – ຫັດແອບຕາມແຜນການທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດໄພ100% ພ້ອມກັນນີ້ກໍ່ຕ້ອງໄດ້ເອົາໃຈໃສ່ຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜ້າເຂົ້າໃນການຝຶກຊ້ອມ ກໍ່ຄືໃນໄລຍະເຂົ້າໃນການແຂ່ງຂັນໃນຄັ້ງນີ້ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.


Cr: ເກນ ວິໄລສານ