ເປີດດວງ 12 ລາສີ ສົ່ງທ້າຍເດືອນກໍລະກົດ ພ້ອມເຜີຍ 2 ລາສີສຸດເຮັງ

913

ກ້າວເຂົ້າສູ່ອາທິດສຸດທ້າຍຂອງເດືອນກໍລະກົດແລ້ວ ແນ່ນອນວ່າຜູ້ຂຽນບໍ່ພາດທີ່ຈະມາເປີດດວງຊາຕາຂອງທັງ 12 ລາສີເກີດ ເຊິ່ງມີ 2 ລາສີທີ່ໂດດເດັ່ນຫຼາຍ ມາແຮງ ແລະ ເຮັງສຸດໃນອາທິດນີ້.

May be an image of text that says 'Libra'

ສໍາລັບ 2 ລາສີທີ່ດວງສຸດເຮັງແມ່ນລາສີຕຸນ ( ຜູ້ທີ່ເກີດລະຫວ່າງວັນທີ 16 ຕຸລາ ຫາ 15 ພະຈິກ ) ດວງຂ້ອນຂ້າງໂດດເດັ່ນ, ວຽກງານມີຄວາມໝັ້ນຄົງ, ວຽກຫຼາຍຂຶ້ນມີເກນໄດ້ໂຊກໃຫຍ່ ຈະໄດ້ໂອກາດດີໆ, ມີໂຊກເຂົ້າມາແບບງ່າຍໆ; ອີກລາສີທີ່ດວງເຮັງສຸດແມ່ນລາສີພະຈິກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ ) ໂດດເດັ່ນເລື່ອງວຽກງານ ໃຜຖ້າວຽກໃໝ່ ຫຼື ສະໝັກວຽກໄປມີໂອກາດໄດ້, ຄົນໂສດມີເກນພົບຮັກໃນບ່ອນເຮັດວຽກ.

May be an image of text that says 'Scorpio'

ທັງນີ້ພາບລວມ 10 ລາສີມີດັ່ງນີ້:

ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 16 ມັງກອນ ຫາ 15 ກຸມພາ ) ຄົນໂສດມີເກນພົບຮັກ ມີຄົນແນະນໍາໃຫ້; ສ່ວນຄົນມີຄູ່ມີໂອກາດໄດ້ເຮັດຫຍັງຮ່ວມກັນ ແລະ ເປັນໄປໃນທິດທາງທີ່ດີ ວຽກງານມີໂອກາດໄດ້ໂປຣເຈັກໃໝ່ໆ.

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 16 ກຸມພາ ຫາ 15 ມີນາ ) ຄົນຮັກ, ຫຸ້ນສ່ວນຈະນໍາພາເງິນທອງ ເລື່ອງດີໆເຂົ້າມາ ທັງຄວາມຮັກ ຄວາມສຸກເກີດຂຶ້ນ ຄົນຮັກຫາເງິນເກັ່ງ ມີສະເໜ່ຫຼາຍໃນໄລຍະນີ້ມີຫຼາຍສິ່ງເຂົ້າມາໃຫ້ໄດ້ເຮັດ.

ລາສີມີນ ( ຜູ້ທີ່ເກີດລະ ຫວ່າງວັນທີ 16 ມີນາ ຫາ 15 ເມສາ ) ຈະມີຄວາມກັງວົນເກີດຂຶ້ນໃນວຽກງານ ເລື່ອງໝູ່ ຫຼື ຄູ່ແຂ່ງ ເຮັດຫຍັງໃຫ້ໃຈເຢັນໆ ລະວັງເງິນເສຍ ເຄື່ອງເສຍ, ນອກຈາກນີ້ຍັງມີເກນຈະໄດ້ຜິດຖຽງກັບຄົນໃກ້ຕົວ.

ລາສີເມກ ( ຜູ້ທີ່ເກີດລະ ຫວ່າງວັນທີ 16 ເມສາ ຫາ 15 ພຶດສະພາ ) ມີສິ່ງສັກສິດໜູນນໍາ ເລື່ອງການຕິດຕໍ່ສື່ສານເປັນໄປໄດ້ດ້ວຍດີ, ມີທິດທາງທີ່ດີຂຶ້ນ ມີຄວາມກ້າວໜ້າ.

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພຶດສະພາ ຫາ 15 ມິຖຸນາ ) ມີເກນຄົນໃກ້ຕົວຍື່ນມືເຂົ້າມາຊ່ວຍເຫຼືອໃນເລື່ອງວຽກໄປໃນທິດທາງທີ່ດີຂຶ້ນ ລວມທັງເລື່ອງເງິນນໍາ.

ລາສີເມຖຸນ ( ຜູ້ທີ່ເກີດລະຫວ່າງວັນທີ 16 ມິຖຸນາ ຫາ 15 ກໍລະກົດ ) ຈະພົບທິດທາງທີ່ດີຕໍ່ຍອດໄດ້ ພົບຊ່ອງທາງໃນການເຮັດວຽກ ເພີ່ມມີໂອກາດໄດ້ເງິນຄືນ.

ລາສີກໍລະກົດ ( ຜູ້ທີ່ເກີດລະຫວ່າງວັນທີ 16 ກໍລະກົດ ຫາ 15 ສິງຫາ ) ມີໂອກາດພົບວຽກທີ່ດີ ດວງດີຂຶ້ນໃນຫຼາຍເລື່ອງ ແຕ່ໃຫ້ລະວັງບັນຫາເລື່ອງສຸຂະພາບດ້ວຍ.

ລາສີສິງ(ຜູ້ທີ່ເກີດລະຫວ່າງວັນທີ 16 ສິງຫາ ຫາ 15 ກັນຍາ) ເຮັດຫຍັງໃຫ້ມີສະຕິ ຮອບຄອບໃຫ້ຫຼາຍ ເລື່ອງການຂັບລົດ ເອກະສານ ລະວັງເຄື່ອງເສຍ ຄວາມຂີ້ລືມ ແຕ່ດວງດີສິ່ງສັກສິດໜູນນໍາ ມີຄົນອຸປະຖໍາ.

ລາສີກັນ ( ຜູ້ທີ່ເກີດລະ ຫວ່າງວັນທີ 16 ກັນຍາ ຫາ 15 ຕຸລາ ) ລະວັງຄົນອື່ນເຮັດໃຫ້ເດືອດຮ້ອນ ຫາກມີຄົນເຂົ້າມາຢືມສິ່ງໃດກໍແລ້ວແຕ່ ຫາກປະຕິເສດໄດ້ໃຫ້ປະຕິເສດໄປກ່ອນ, ທັງນີ້ຍັງຈະມີໂຊກເລື່ອງການເດີນທາງ ເຖິງແມ່ນວ່າການເງິນຈະມີລາຍຈ່າຍຢູ່ຫຼາຍ ແຕ່ຈະມີໂຊກມາແບບບໍ່ຮູ້ຕົວ.

ລາສີທະນູ ( ຜູ້ທີ່ເກີດລະ ຫວ່າງວັນທີ 16 ທັນວາ ຫາ 15 ມັງກອນ ) ມີເກນພົບຫຸ້ນສ່ວນທີ່ດີ ມິດທີ່ດີ ຜູ້ໃຫຍ່ອຸປະຖໍາຊ່ວຍເຫຼືອ ວຽກງານເປັນໄປໃນທິດທາງທີ່ດີຂຶ້ນ ເຖິງແມ່ນວ່າມີເລື່ອງອຶດອັດໃຈຢູ່ ແຕ່ກໍຈະຜ່ານໄປໄດ້ດ້ວຍດີ.

ທີ່ມາ: https://www.thebangkokinsight.com/news/lifestyle/horoscope/675430/