ມາແລ້ວ OPPO Reno6 Z 5G ຈະຈໍາໜ່າຍໃນລາວ ໄວໆນີ້

897

ບໍລິສັດ ອັອບໂປ ລາວ ກຽມພ້ອມຈໍາໜ່າຍຢ່າງເປັນທາງການ ກັບຜະລິດຕະພັນໃໝ່ຄຸນນະພາບດີ OPPO Reno6 Z 5G ທີ່ມາພ້ອມກັບຄວາມທັນສະໄໝ ສ້າງຄວາມວ່ອງໄວ ສະດວກສະບາຍໃນການໃຊ້ງານ ແທດເໝາະກັບໄວໜຸ່ມ – ສາວ ແລະ ນັກທຸລະກິດ; ແບັດສາກເຕັມໄວ ໃຊ້ທົນນານ ຖ່າຍຮູບງາມ ຈະເປັນວິດີໂອ ຫຼື ພາບນິ້ງ ສາມາດປັບແຕ່ງໄດ້ໃນເຄື່ອງດຽວ.

ສໍາລັບສະເປັກ Reno6 Z 5G ຄື: ການອອກແບບທີ່ມີເອກະລັກງາມຢ່າງມີລະດັບ, ກ້ອງຫຼັງ 3 ກ້ອງ ທີ່ເປັນ AI ຄວາມລະອຽດສູງເຖິງ 64 ລ້ານພິກເຊວ ແລະ ກ້ອງໜ້າ 32 ລ້ານ, ແບັດທົນ ແຖມມີການສາກ 30W VOOC Flash Charge, ຄວາມຈໍາຫຼາຍເຖິງ 128 GB ບວກກັບຄວາມແຮງ Ram 8GB.

ໃນວັນທີ 27 ກໍລະກົດ 2021 ນີ້ ທີ່ບັດດີ້ນ້ອງ ສະຕູດີໂອ ບ້ານໜອງທາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຕໂທລະສັບ 5G ຄັ້ງທໍາອິດຢ່າງເປັນທາງການ, ມີແຂກບຸກຄົນສໍາຄັນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ຜ່ານມາຜະລິດຕະພັນ OPPO ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມລາວທາງບໍລິສັດກໍມີຄວາມພາກພູມໃຈທີ່ໄດ້ຕອບໂຈດຄວາມຕ້ອງການຂອງສັງຄົມ ທັງສົ່ງຜົນໃຫ້ບໍລິສັດ ຂະຫຍາຍຕົວແທນຈໍາໜ່າຍໄດ້ທັງໃນນະຄອນຫຼວງ ແລະ ຕ່າງແຂວງ ເພື່ອໃຫ້ຜູ້ບໍລິໂພກສາມາດເຂົ້າເຖິງຜະລິດຕະພັນໄດ້ສະດວກສະບາຍຕາມຈຸດປະສົງເປົ້າໝາຍນໍາເອົາສິ່ງດີໆມາມອບໃຫ້ຄົນລາວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ໃນລາວຢ່າງທົ່ວເຖິງ ແລະ ຕໍ່ເນື່ອງ.

OPPO Reno6 Z 5G ໂທລະສັບທີ່ຄູ່ຄວນກັບທ່ານ ຄວາມງົດງາມຢ່າງມີລະດັບ ຈັບຕ້ອງໄດ້ ຄຸນຄ່າເໜືອລາຄາ.
– ການອອກແບບ Front 2D Back 3D
– ຂະໜາດ 7.92mm ( Black ) 7.97mm ( Aurora ) 173g
– ກ້ອງໜ້າ 64 MP + 8MP ( Ultra Wide Angle ) + 2MP ( Macro )
– ກ້ອງຫຼັງ 32 MP Selfie
– ຄວາມຈໍາ 8GB + 128GB
ຈອງໄດ້ແລ້ວມື້ນີ້ 27/07/2021 – 01/08/2021 ໃນລາຄາພຽງ 4.899.000 ກີບ ແລະ ຖ້າຈອງມື້ນີ້ຮັບຟຣີທັນທີລຳໂພງ Bluetooth ລາຄາລວມ 680.000 ກີບ
ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເຟສບຸ໊ກແຟນເພຈ໌ OPPO LAOS.
ໂທ: 021 228 789