ເມີເຣ ເຈັບຕົ້ນຂາປະກາດຖອນຕົວຈາກ ໂອແລມປິກ ພາດໂອກາດຄວ້າຫຼຽນຄໍາ 3 ສະໄໝຊ້ອນ

440
Andy Murray, of Britain, played in a doubles match during the first round of the tennis competition at the 2020 Summer Olympics, Saturday, July 24, 2021, in Tokyo, Japan. (AP Photo/Seth Wenig)

ແອນດີ ເມເຣ ນັກເທັນນິສຕົວຄວາມຫວັງຂອງ ສະຫະຣາຊາອະນາຈັກ ປະກາດຖອນຕົວຈາກການແຂ່ງຂັນປະເພດດ່ຽວໃນງານມະຫາກໍາກີລາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນທີ່ຮຽບຮ້ອຍ ເມື່ອວັນທີ 25 ກໍລະກົດ 2021 ເພື່ອເນັ້ນແຕ່ປະເພດຄູ່ຕໍ່ໄປ.

ເມເຣ ເປີດເຜີຍວ່າ: “ ຂ້ອຍຜິດຫວັງເຫຼືອເກີນທີ່ຕ້ອງຖອນຕົວ ເນື່ອງຈາກທີມແພດແນະນໍາໃຫ້ຂ້ອຍວ່າຢ່າຝືນຫຼິ້ນທັງ 2 ປະເພດ. ຢ່າງໃດກໍຕາມຂ້ອຍຕັດສິນຂໍຖອນຕົວຈາກປະເພດດ່ຽວ ເພື່ອເລັ່ງເປົ້າພຽງແຕ່ການແຂ່ງຂັນປະເພດຄູ່ກັບ ໂຈ ຫຼັງຈາກທີ່ໄດ້ປຶກສາກັບທີມແພດທີ່ຮັກສາອາການເຈັບກ້າມຊີ້ນຕົ້ນຂາ ”.

ສໍາລັບ ເມີເຣ ເຄີຍເປັນອະດີດມື 1 ຂອງໂລກ ເປັນນັກເທັນນິສພຽງຄົນດຽວທີ່ຄວ້າຫຼຽນຄໍາໃນໂອແລມປິກ ໄດ້ເຖິງ 2 ສະໄໝຕິດຕໍ່ກັນຄື ໃນນະຄອນລອນດອນ ປະເທດອັງກິດ ເມື່ອປີ 2012 ແລະ ໃນຣິໂອ ເດິ ຈາເນໂຣ ປະເທດບຣາຊິນ ເມື່ອປີ 2016.
ຮູບຈາກ: AP