u-money ແລະ LVB DigiBank ຮ່ວມມືໃນການເຊື່ອມຕໍ່ບັນຊີ – ກະເປົາເງິນໃນແອັບ ແລະ ການຊໍາລະຮ່ວມກັນ

326

ໃນວັນທີ 28 ກໍລະກົດ ປີ 2021, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການຊຳລະ ລະຫວ່າງ u-money ຂອງ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ແລະ LVB DigiBank ຂອງ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ.


ການເຊັນສັນຍາຄັ້ງນີ້ ລົງນາມເຊັນໂດຍ ທ່ານ ຟາມ ກ໋ວກ ກົ່ງ ຮອງຜູ້ອໍານວຍການ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ແລະ ທ່ານ ເຈິນ ມິງ ດຶກ ຮອງຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ (u-money) ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ສຸລິສັກ ທໍານຸວົງ ຫົວຫນ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ, ທ່ານ ລິວ ແມງ ຮ່າ ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ແລະ ທັງເປັນ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາຣ ໂທລະຄົມ ຈໍາກັດ ແລະ ທ່ານ ຫວຽ້ນ ດຶກ ວູ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວ-ຫວຽດ ພ້ອມດ້ວຍຄະນະພະແນກ ຂອງ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ, ບໍລິສັດ ສະຕາ ຟີນເທັກ ແລະ ບໍລິສັດ ສະຕາ ໂທລະຄົມ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.


ຈຸດປະສົງ ໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອນໍາໃຊ້ຮ່ວມກັນລະຫວ່າງ ແອັບ u-money ແລະ ແອັບ LVB DigiBank ໝາຍຄວາມວ່າ ລູກຄ້າສາມາດເລືອກໃຊ້ບັນຊີ u-money ໄດ້ໂດຍບໍ່ຕ້ອງ ລ໋ອກອີນເຂົ້າ ແອັບ u-money ກໍລະນີ ຫາກມີແອັບ LVB DigiBank ກໍ່ສາມາດລ໋ອກອິນເຂົ້າ ແລະ ໃຫ້ເລືອກເຊື່ອມໂຍງ ບັນຊີ u-money ແລະ ບັນຊີທະນາຄານລາວຫວຽດ ຂອງລູກຄ້າເອງໄດ້ເລີຍ, ເຊີ່ງໃນ ແອັບ u-money ກໍ່ສາມາດ ເຊື່ອມໂຍງກັບ ບັນຊີທະນາຄານລາວຫວຽດ ໄດ້ເຊັ່ນດຽວກັນ, ເຊິ່ງການຮ່ວມກັນໃນຄັ້ງນີ້ຈະສ້າງຄວາມສະດວກ ໃນການນໍາໃຊ້ບໍລິການຫຼາຍຂຶ້ນ ສໍາລັບ ບັນຊີຂອງ ລູກຄ້າລະດັບອົງກອນຂອງທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ແອັບ LVB DigiBank ແລະ ການໂອນເງິນຫາກັນໂດຍໄດ້ສິດທິພິເສດ.

ນອກຈາກນີ້ຍັງສາມາດ ນໍາໃຊ້ໄດ້ຢ່າງງ່າຍດາຍດ້ວຍການຊຳລະ QR Code ຂອງ ທະນາຄານ ຮ່ວມທຸລະກິດລາວ ຫວຽດ ຄື ລູກຄ້າ LVB DigiBank ກໍ່ສາມາດໃຊ້ QR Code ຂອງ u-money ເພື່ອສະແກນຊໍາລະຄ່າບໍລິການຕາມຮ້ານທີ່ມີຈຸດໃຫ້ຊໍໍາລະຄິີວອາໂຄດຂອງທັງສອງພາກສ່ວນ ອໍານວຍຄວາມສະດວກຫຼາຍແກ່ ລູກຄ້າບໍ່ຕ້ອງເສຍເວລາໃນການລ໋ອກອິນເຂົ້າ ແອັບຫຼາຍຄັ້ງ ເຮັດໃຫ້ລູກຄ້າສາມາດໂອນເງິນຫາຄອບຄົວ ຫຼື ຊໍາລະຄ່າຕ່າງໆໄດ້ຢ່າງວ່ອງໄວ ແລະ ປອດໄພ.


ທະນາຄານ ຮ່ວມທຸລະກິດລາວ ຫວຽດ ເປັນທະນາຄານທີ່ໄດ້ຮັບການສ້າງຕັ້ງວັນທີ 22 ມິຖຸນາ1999 ຂຶ້ນຂອງສອງພັກ, ລັດຖະບານ ສປປ ລາວ ແລະ ຫວຽດນາມ ເຊິ່ງຕາງໜ້າໂດຍ BCEL (ຝ່າຍລາວ) ແລະ BIDV (ຝ່າຍຫວຽດນາມ) ດ້ວຍພາລະກິດ ໜ້າທີ່ເປັນຂົວຕໍ່ການຊຳລະສະສາງ ແລະ ແລກປ່ຽນ ເງິນດົງ ແລະ ກີບລາວ ແລະ ຮັບໃຊ້ເສດຖະກິດ, ການຄ້າ, ການລົງທຶນ ຂອງສອງປະເທດ ມາຮອດປັດຈຸບັນ LaoVietBank ໄດ້ກາຍເປັນທະນາຄານແຖວໜ້າຂອງ ສປປ ລາວ.


ໃນຂະນະທີ່ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u – money), ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາໂທລະຄົມ ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນ ອີເລັກໂຕຼນິກ ຢ່າງເປັນທາງການຕັ້ງແຕ່ ປີ 2019, ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດທົົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບ ດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ.

ສະນັ້ນ, ການຮ່ວມມືໃນຄັ້ງນີ້ຖືເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້ານັບມື້ນັບເພີ່ມຂຶ້ນ ແລະ ຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃຫ້ແກ່ສັງຄົມໃນອະນາຄົດ ເພື່ອເປັນສ່ວນໜຶ່ງໃນການສົ່ງເສີມການພັດທະນາດ້ານການເງິນ- ການທະນາຄານ, ກະເປົາເງິນ ອີເລັກໂທຼນິກ ເທິງມືຖື ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ ໂດຍຄໍານຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ ເພື່ອໃຫ້ລູກຄ້າ ນັ້ນກໍຄື ສັງຄົມໄດ້ຮັບຄວາມສະດວກ ປອດໄພ, ວ່ອງໄວ ແລະ ຜົນປະໂຫຍດສູງສຸດ.