ກະຊວງ​ ອຄ​ ຈັດຕັ້ງເຊື່ອມຊຶມ,​ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນ​ທົ່ວປະເທດ​ ຄັ້ງທີ​ XI​ ຂອງພັກ

370

ໃນວັນທີ​ 28​ ກໍລະກົດ​ 2021​ ນີ້​ ທີ່​ກະຊວງອຸດສາຫະກຳ​ ແລະ​ ການຄ້າ​ (ອຄ)​ ໄດ້ຈັດກອງປະຊຸມຈັດຕັ້ງ​ເຊື່ອມຊຶມ​ ແລະ​ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແຜນແທນທົ່ວປະເທດ ຄັ້ງທີ​ XI​ ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ​ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ​ ອຄ​ ແລະ​ ໃຫ້ກຽດເຂົ້າຮ່ວມໂດຍ​ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ,​ ຜູ້ຊີ້ນຳຊີ້ນຳວຽກງານຂົງເຂດເສດຖະກິດ,​ ມີ ສະຫາຍ ສົມຈິດ ອິນທະມິດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ​ກະຊວງ​ ອຄ,​ ພ້ອມດ້ວຍບັນດາສະຫາຍເລຂາ,​ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ສັງກັດບັນດາກົມ, ຫ້ອງການ, ສະຖາບັນ, ລັດວິສາຫະກິດ, ບໍລິສັດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ການຄ້າ ເຂົ້າຮ່ວມ.​

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວງປວງຊົນລາວ ທັງຊາດພວມອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງຂະແໜງການຕົນຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງລັດ ຄັ້ງທີ 9; ປະຕິບັດຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 038/ຄລສພ, ລົງວັນທີ 9​ ມີນາ 2021 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ​ ຄັ້ງທີ XI ຂອງພັກ ກໍ່ຄືແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.​


ກະຊວງ​ ອຄ ໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂຶ້ນ ຈຸດປະສົງຂອງການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຢ່າງເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍ; ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດຕົວຈິງ ຕໍ່ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ​ ແລະ​ ສ້າງຄວາມຮັບຮູ້, ເຂົ້າໃຈ, ຄວາມເຊື່ອໝັ້ນ, ຄວາມຕັດສິນໃຈສູງ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ກໍ່ຄື ພະນັກງານ, ສະມາຊິກພັກ ແລະ ບັນດາຊັ້ນຄົນໃນທົ່ວສັງຄົມເຂົ້າສູ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ໄດ້ຮັບຜົນດີ.

ໃນ​ກອງປະຊຸມ,​ ສະຫາຍ ປອ ຄຳແພງ ໄຊສົມແພງ ໄດ້ເຜີຍແຜ່ເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ຜ່ານບົດຜັນຂະຫຍາຍວຽກງານຂະແໜງອຸດສາຫະກໍາ ແລະການຄ້າ ເຂົ້າສູ່ມະຕິກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XI ຂອງພັກ​ ໂດຍເນັ້ນດ້ານການພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ; ປັບປຸງລະບົບການຈັດຕັ້ງ,​ ກົງຈັກ​ ແລະ​ ກົນໄກການເຄື່ອນໄຫວຂອງອຳນາດລັດໃຫ້ເຂັ້ມແຂງ ແລະ​ ມີປະສິດທິຜົນ; ຈັດຕັ້ງຜັນຂະຫຍາຍມະຕິ XI​ ຂອງພັກ​ ເຂົ້າສູ່ວຽກງານວິຊາສະເພາະຂອງຂະແໜງອຸດສາຫະກຳ ແລະ​ ການຄ້າ.​

ໃນນັ້ນ,​ ເຊື່ອ​ມໂຍງ ແລ​ະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ​ ສາກົນ,​ ພັດທະນາອຸດສາຫະກຳ​ ແລະ​ ການຜະລິດເປັນສິຍຄ້າຕິດພັນກັບຕະຫຼາດ,​ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍ​ ແລະ​ ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ,​ ສົ່ງເສີມ​ ແລະ​ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່,​ ເພື່ອທະວີປະສິດທິພາບການຄຸ້ມຄອງມະຫາພາກຂອງກະຊວງ ອຄ​ ແລະ​ ແບ່ງຂັ້ນຄຸ້ມຄອງກັບທ້ອງຖິ່ນ ແລະ​ ການນຳພາການຈັດຕັ້ງທຸລະກິດ ແລະ​ ຫົວໜ່ວຍທຸລະກິດທີ່ຂຶ້ນກັບອົງຄະນະພັກກະຊວງ​ ໂດຍຈັດຕັ້ງປະຕິບັດບົນຈິດໃຈ ເອກະສານເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ​ ການຜັນຂະຫຍາຍມິຕີ XI ຂອງພັກ ເຂົ້າສູ່ວຽກງານຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ພວກເຮົາໂດຍສະເພາະແມ່ນ ການທີ່ພວກເຮົາຈະໄດ້ເລີ່ມຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການ​ຄ້າ 5 ປີ (2021-2025) ນັ້ນ, ຄະນະພັກແຕ່ລະຂັ້ນຕ້ອງໄດ້ນຳໄປຄົ້ນຄ້ວາ, ເຊື່ອມຊືມ, ກໍາແໜ້ນ ແລະ ຜັນຂະຫຍາຍ ຢ່າງເປັນເອກະພາບເຂົ້າສູ່ວຽກງານຕົວຈິງ.

ໃນໂອກາດດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ໄດ້ໂອ້ລົມຕໍ່ກອງປະຊຸມ ໃນບາງຕອນວ່າ: ການເຊື່ອມຊຶມເນື້ອໃນເອກະສານໃນກອງປະຊຸມໃນຄັ້ງນີ້ ແມ່ນເຕັມໄປດ້ວຍເນື້ອໃນສຳຄັນ ໃນການກໍານົດບາດກ້າວເດີນທີ່ເປັນບາດລ້ຽວສຳຄັນແຫ່ງການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ເພື່ອນໍາພາທົ່ວພັກ, ທົ່ວປວງຊົນທັງຊາດ ປະຕິບັດເຫດການປະຫວັດສາດໃນເງື່ອນໄຂໃໝ່ຂອງການປະຕິວັດ, ນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມປະເທດດອຍພັດທະນາ. ມາຮອດມື້ນີ້ການຄົ້ນຄວາມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນໄດ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ພ້ອມກັນນີ້, ຜ່ານການລາຍງານໂດຍສັງເຂດ ຕໍ່ກັບສະພາບການຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ສະເໝີໂດຍ ສະຫາຍ ເລຂາຄະນະພັກ, ລັດຖະມົນຕີກະຊວງ ອຄ ເຫັນວ່າ ພວກສະຫາຍ ໄດ້ພ້ອມເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ບົນພື້ນການຖາມການເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນຢ່າງເຕັມສ່ວນເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຕໍ່ເນື່ອງໃນເອກະສານຢ່າງກົງໄປກົງມາ ແລະ ມີຈຸດສຸມ ໂດຍສຸມໃສ່ສະພາບຄວາມເປັນຈິງໃນຂົງເຂດວຽກງານຂອງຕົນ, ມີຄວາມຈິງໃຈ ແລະ ກ້າຫານໃນການສະເໜີທັດສະນະແນວຄິດຕໍ່ແຕ່ລະບັນຫາ ໂດຍລົງເລິກດ້ານຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ໃນໄລຍະຜ່ານມາ. ພ້ອມນັ້ນ, ກໍ່ຍັງມີຂໍ້ສະຫຼຸບທີ່ຈະແຈ້ງໃນການແກ້ໄຂແຕ່ລະບັນຫາທີ່ຈະເປັນທິດທາງໃນການປະຕິບັດວຽກງານຂອງຕົນ ແລະ ສືບຕໍ່ກ່າວສູ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ບັນລຸໝາກຜົນຕົວຈິງໃນຕໍ່ໜ້າ.