ນະຄອນໂຮ່ຈິມິນ ຄຸມເຂັ້ມຫ້າມປະຊາຊົນອອກຈາກທີ່ພັກອາໄສ

418

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນະຄອນໂຮ່ຈິມິນ ສສ ຫວຽດນາມ ໄດ້ຍົກລະດັບການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ອີກລະດັບ ໂດຍຫ້າມປະຊາຊົນອອກຈາກທີ່ພັກອາໄສ ນັບແຕ່ເວລາ 18:00 ຫາ 6:00 ໂມງ ໂດຍມີຜົນຕັ້ງແຕ່ 26 ກໍລະກົດ 2021 ເປັນຕົ້ນໄປ ຈົນກວ່າສະຖານະການຈະຜ່ອນຄາຍລົງ.

ທ່ານ ຫງວຽນ ແທັງ ຟອງ ເຈົ້າຄອງນະຄອນໂຮ່ຈິມິນ ເປີດເຜີຍວ່າ: ມາດຕະການຫ້າມປະຊາຊົນອອກຈາກທີ່ພັກອາໄສ ຕັ້ງແຕ່ 18:00 ໂມງ ຫາ 6:00 ໂມງ ມີຜົນນັບແຕ່ວັນທີ 26 ກໍລະກົດເປັນຕົ້ນໄປ ຫາກຜູ້ໃດຝ່າຝືນຈະມີໂທດຕາມລະບຽບກົດໝາຍ ໂດຍທາງການຈະໃຫ້ເຈົ້າໜ້າທີ່ອອກລາດຕະເວນຕະຫຼອດ 24 ຊົ່ວໂມງ ເຊິ່ງມາດຕະການດັ່ງກ່າວນີ້ ຈະປະເມີນສະຖານະການເປັນແຕ່ລະໄລຍະ.

ນັບແຕ່ເກີດການລະບາດຮອບໃໝ່ຂອງສາຍພັນເດວຕ້າ ນະຄອນໂຮ່ຈິມິນ ໄດ້ອອກມາດຕະການປິດເມືອງມາແຕ່ຕົ້ນເດືອນກໍລະກົດ 2021 ເປັນຕົ້ນມາ ໂດຍຫ້າມປະຊາຊົນອອກຈາກເຮືອນ ຫາກບໍ່ມີຄວາມຈຳເປັນແທ້ໆ, ໃນຂະນະທີ່ລະບົບຂົນສົ່ງມວນຊົນໄດ້ຢຸດຕິຊົ່ວຄາວ.

ທັງນີ້, ຫວຽດນາມ ໄດ້ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມມາຮອດວັນທີ 26 ກໍລະກົດ 2021 ຢູ່ທີ່ 1 ແສນກວ່າຄົນ ແລະ ເສຍຊີວິດສະສົມ 524 ຄົນ.