ທະນາຄານໂລກ ຄາດເສດຖະກິດມຽນມາ ຈະຫົດຕົວ 18%

262

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກໍລະກົດວ່າ: ທະນາຄານໂລກໄດ້ອອກບົດລາຍງານຄາດການເສດຖະກິດຂອງມຽນມາ ຈະຫົດຕົວ 18% ໃນປີ 2021 ນີ້, ຂະນະທີ່ນັກເສດຖະສາດອາວຸໂສຂອງທະນາຄານໂລກ ປະຈຳມຽນມາ ເຕືອນວ່າເສດຖະກິດມຽນມາ ອາດຈະຫົດຕົວຫຼາຍກວ່ານີ້ ຫຼັງຈາກທີ່ມຽນມາ ປະເຊີນກັບການລະບາດຂອງພະຍາດໂຄວິດຮອບໃໝ່.

ບົດລາຍງານຂອງທະນາຄານໂລກ ລະບຸວ່າ: ເສດຖະກິດຂອງມຽນມາ ຈະຫົດຕົວ 18% ໃນປີນີ້ ເນື່ອງຈາກເປັນຜົນພວງຈາກຄວາມວຸ່ນວາຍທາງການເມືອງ ບວກກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບ 3 ໄດ້ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາ. ກ່ອນໜ້ານີ້ທະນາຄານໂລກໄດ້ຄາດການວ່າເສດຖະກິດມຽນມາ ຈະຂະຫຍາຍຕົວ 5,9% ເຊິ່ງເປັນການຂະຫຍາຍຕົວທີ່ເຂັ້ມແຂງອີກປະເທດໜຶ່ງ ກ່ອນຈະປັບການຄາດການລົງເປັນຫົດຕົວ 18% ຄັ້ງວັນທີ 26 ກໍລະກົດ 2021.

ບົດລາຍງານຂອງທະນາຄານໂລກ ຍັງລະບຸວ່າ: ອັດຕາເງິນເຟີ້ຂອງມຽນມາ ຈະຢູ່ທີ່ 6% ໃນປີນີ້ ຈາກ 5,8% ໃນປີຜ່ານມາ ແຕ່ອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນອາດເປັນ 2 ຕົວເລກໃນ 6 ເດືອນທ້າຍປີນີ້ ຫຼັງຈາກທີ່ມີສັນຍານເຕືອນເງິນເຟີ້ ເນື່ອງຈາກລັດຖະບານໄດ້ພິມທະນະບັດໃໝ່ອອກມາຈໍລະຈອນສູ່ລະບົບເສດຖະກິດ, ນອກຈາກນີ້ລາຄາເຊື້ອເພີງໄດ້ເພີ່ມຂຶ້ນເຖິງ 50% ນັບແຕ່ຕົ້ນປີເປັນຕົ້ນມາ, ຂະນະທີ່ຄ່າເງິນຈາດຂອງມຽນມາ ກໍອ່ອນຄ່າລົງເຖິງ 23% ນັບແຕ່ເດືອນກຸມພາເປັນຕົ້ນມາ ເມື່ອທຽບກັບເງິນໂດລາສະຫະລັດ, ປະກອບກັບການຂາດແຄນອາຫານທ່າມກາງຄວາມວິຕົກກັງວົນເຖິງຄວາມປອດໄພໃນພື້ນທີ່ທີ່ມີຄວາມຂັດແຍ່ງ.