ການນຳເມືອງເຊບັ້ງໄຟ ເຄື່ອນໄຫວຢ້ຽມຢາມ ພໍ່-ແມ່ປະຊາຊົນລຽບແຄມແມ່ນໍ້າເຊບັ້ງໄຟ ກຽມພ້ອມຮັບມືໄພນໍ້າຖ້ວມ

565

ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳເມືອງເຊບັ້ງໄຟ ທີ່ມີຕໍ່ພໍ່ແມ່ປະຊາຊົນ ດັ່ງນັ້ນ ໃນວັນທີ 24-25 ກໍລະກົດຜ່ານມານີ້ ການນຳເມືອງເຊບັ້ງໄຟ ເຊິ່ງນຳໂດຍທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ, ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງ ພ້ອມດ້ວຍຄະນະນຳຂອງເມືອງ ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ພົບປະໂອ້ລົມ ການຈັດຕັ້ງ ພໍ່-ແມ່ປະຊາຊົນລຽບແຄມນໍ້າເຊບັ້ງໄຟ.


ໃນການເຄື່ອນໄຫວຄັ້ງນີ້ໄດ້ພາກັນເດີນທາງດ້ວຍເຮືອ ເລີ່ມແຕ່ ບ້ານຂົວເຊ ເມືອງເຊບັ້ງໄຟ ຮອດ ບ້ານ ນໍ້າພຸ ເຂດເມືອງໜອງບົກ ໂດຍມີການຈັດຕັ້ງບ້ານ ນາພອກ,ຍາງຄຳ ແລະ ບ້ານ ຫາດຄຳຮຽງ ຮ່ວມເດີນທາງສໍາຫຼວດການເຊາະເຈື່ອນຂອງຕະຝັ່ງເຊ ເຊິ່ງມີຫຼາຍບ້ານ ທີ່ໄດ້ຮັບຜົນກະທົບ ພ້ອມທັງຮັບຟັງການລາຍງານຂອງການຈັດຕັ້ງໃນແຕ່ລະບ້ານ ເຊິ່ງໄດ້ຍົກໃຫ້ເຫັນສະພາບການຮັບມືກ່ອນເກີດ, ຕອນເກີດ ແລະ ຫຼັງເກີດນໍ້າຖ້ວມ, ການແຈ້ງເຕືອນໃຫ້ພໍ່-ແມ່ປະຊາຊົນ,ການກະກຽມ ການອົບພະຍົບສັດລ້ຽງ ອຸປະກອນ ເຄື່ອງໃຊ້ທີ່ຈຳເປັນ ຂຶ້ນໄວ້ຢູ່ບ່ອນສູງ, ການຕິດຕາມລະດັບນໍ້າເຊຂຶ້ນ-ລົງໃນແຕ່ລະມື້, ການກະກຽມພາຫະນະຮັບໃຊ້ທາງບົກ ແລະ ທາງນໍ້າໃນຍາມສຸກເສີນ.


ທ່ານເຈົ້າເມືອງເຊບັ້ງໄຟ ຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງ ບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການ ໃນການກະກຽມຮັບມືຈາກຜົນກະທົບທີ່ຈະເກີດຂຶ້ນ,ຊ່ວຍກັນເປັນເຈົ້າການປົກປັກຮັກສາຊີວິດ ແລະ ຊັບສິນບໍ່ໃຫ້ເສຍຫາຍ. ຈາກນັ້ນ,ການນຳຂອງເມືອງຍັງໄດ້ໄປເບິ່ງປະຕູນໍ້າຢູ່ຫ້ວຍພອກ ບ້ານນາພອກ ແລະ ຫ້ວຍສາຍພາຍ ບ້ານດ້າງທ່າ ພ້ອມທັງຕິດຕາມທົດລອງການລະບາຍນໍ້າອອກ.


ໃນວັນທີ 26 ກໍລະກົດ 2021 ນີ້ ທ່ານທອງໄຊມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ ທ່ານ ພອນແກ້ວ ໃສແສງບຸນ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ລົງຕິດຕາມເບິ່ງລະດັບນໍ້າ ຢູ່ບ້ານແກ້ງແປ ແລະ ຈຸດວັດແທກນໍ້າ ຢູ່ບ້ານ ທ່າຄໍ້ນຳອີກ.


ລາຍງານລະດັບນໍ້າເຊ ໃນວັນທີ 24 ກໍລະກົດ ລະດັບນໍ້າເຊແມ່ນ 16ແມັດ73 ຊັງຕີແມັດ ທີ 25 ກໍລະກົດ 17ແມັດ30 ຊັງຕີແມັດ ຢູ່ໃນເຂດເຕືອນໄພ, ວັນທີ 26 ກໍລະກົດ ລະດັບນໍ້າເຊແມ່ນ 18ແມັດ50 ຊັງຕີແມັດ ເປັນເຂດອັນຕະລາຍ ແລະ ຄາດຄະເນ ໃນວັນທີ 27-28 ກໍລະກົດ ລະດັບນໍ້າເຊຈະຢູ່ໃນ 18ແມັດ79 ຊັງຕີແມັດ ຫາ 18ແມັດ81 ຊັງຕີແມັດ.