ເມືອງປາກລາຍສຳເລັດການດຳເນີນກອງປະຊຸມວຽກງານກວດກາທົ່ວເມືອງປະຈຳປີ 2020

353

ໃນວັນທີ 23 ກໍລະກົດ 2021 ທີ່ຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການເມືອງປາກລາຍ ແຂວງໄຊຍະບູລີ ໄດ້ມີກອງປະຊຸມວຽກງານກວດກາທົ່ວເມືອງປາກລາຍ ປະຈຳປີ 2020 ແລະ 5 ປີ ( 2016-2020 ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມດີ ຄົງສະຫວັນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງປາກລາຍ, ເປັນກຽດເຂົ້າຮ່ວມມີສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງປະທານກວດກາພັກ-ປະທານກວດກາລັດແຂວງໄຊຍະບູລີ, ສະຫາຍ ກອງສີ ວົງສີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກລາຍ, ມີກະມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ, ອົງການ, ກົມກອງ, ລັດວິສາຫະກິດ ຕະຫລອດຮອດເລຂາພັກບ້ານ ແລະ ຜູ້ເຮັດວຽກງານກວດກາໃນທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈຳປີ 2020, 5 ປີ (2016-2020) ຜ່ານມາ ແລະ ທິດທາງແຜນການປີ 2021 ຜ່ານບົດສະຫຼູບຫຍໍ້ວຽກງານກວດກາທົ່ວແຂວງ ປະຈໍາປີ 2020 ແລະ 5 ປີ (2016-2020), ທິດທາງແຜນການປີ 2021 ຂອງຄະນະກວດກາພັກແຂວງ ໄຊຍະບູລີ ສະເໜີໂດຍສະຫາຍ ນາງ ພິມມະສອນ ສີບົວຈັນ ແລະ ສະຫາຍ ສົມພອນ ພາລີໄບ ຮອງປະທານກວດພັກເມືອງ ເຊິ່ງເປັນການສະຫລຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາທົ່ວເມືອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ-ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄຳຮ້ອງສະເໜີ, ຍົກໃຫ້ເຫັນດ້ານດີ ແລະ ຜົນສຳເລັດທີ່ຄວນເສີມຂະຫຍາຍ ໂດຍການຊີ້ນຳ-ນຳພາຂອງຄະນະກວດກາພັກ ແລະ ຄະນະກວດກາແຕ່ລະຂັ້ນຕໍ່ການຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ, ການປະຕິບັດບັນດາມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ພ້ອມທັງຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂຢ່າງເຂັ້ມງວດ ແລະ ທັນສະພາບການ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ໄປສູ່ຄຸນນະພາບໃໝ່ ເປັນຕົ້ນແມ່ນການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂື້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານແຕ່ລະຂັ້ນຕ້ອງເປັນແບບຢ່າງນຳໜ້າຂອງບຸກຄົນສະມາຊິກພັກ ເພື່ອເປັນການສະກັດກັ້ນ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນໃນຕໍ່ໜ້າ.

ຜ່ານການຕິດຕາມ, ກວດກາ ທົ່ວເມືອງ, ໃນປີ 2016 ມີ 9 ຄະນະພັກຮາກຖານ , ມີ 138 ໜ່ວຍພັກ .ໃນນີ້ໄດ້ຍຸບ 4 ຄະນະພັກຮາກຖານກຸ່ມບ້ານ,ຍັງເຫຼືອ 5 ຄະນະພັກຮາກຖານ : ມີຄະນະພັກຮາກຖານບ້ານໃ່ຫຍ 3 ບ້ານ ແລະ ປກສ, ປກຊ ; ມາຮອດ ປີ 2019-2020 ໄດ້ຂະຫຍາຍຄະນະພັກຮາກຖານ 1 ຮາກຖານ ຄື: ຄະນະພັກຮາກຖານຫ້ອງການສາທາລະນະສຸກເມຶອງປະຈຸບັນ ມີ 6 ຄະນະພັກຮາກຖານ , ມີ 153 ໜ່ວຍພັກ,ໃນນີ້ ໜ່ວຍພັກສຳນັກງານ 26 ໜ່ວຍພັກ,ໜ່ວຍພັກ,ໂຮງຮຽນ 34 ໜ່ວຍພັກ,ສຸກສາລາ,ໂຮງໝໍນ້ອຍ 4 ໜ່ວຍພັກ,ລັດວິສາຫະກິດ 1 ໜ່ວຍພັກໜ່ວຍກໍາລັງປະກອບອາວຸດ 8 ໜ່ວຍພັກ,ຮາກຖານບ້ານ 72 ໜ່ວຍພັກ,ມີຜູ້ເຮັດວຽກກວດກາ 160 ສະຫາຍ,ຍິງ14 ສະຫາຍໜ່ວຍ,ສະມາຊິກພັກທັງໝົດ 2.490 ສະຫາຍ,ຍິງ 661 ສະຫາຍ,ສົມບູນ 2.297 ສະຫາຍ,ຍິງ 576 ສະຫາຍ,ສຳຮອງ 193 ສະຫາຍ,ຍິງ 87 ສະຫາຍ,ທຽບໃສ່ກອງປະຊຸມໃຫຍ່ ຄັ້ງທີVII ອົງຄະນະພັກເມືອງ ເພີ່ມຂຶ້ນ 15 ໜ່ວຍພັກ,ມີສະມາຊິກໃໝ່ເພີ້ມຂື້ນ 276 ສະຫາຍ. ການຕີລາຄາຄຸນນະພາບການຈັດຕັ້ງຮາກຖານພັກ, ສະມາຊິກພັກ-ພະນັກງານ ໄດ້ປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ( ປະເພດແຂງ 133 ໜ່ວຍ ), ປະເພດກາງ 13 ໜ່ວຍ, ບໍ່ແບ່ງ 07 ໜ່ວຍ, ສາຍເຫດ ( ສ້າງຕັ້ງໃໝ່ ) ແລະ ມີສະມາຊິກພັກທີ່ຖືກກວດກາທັງໝົດ 2.377 ສະຫາຍ, ຍິງ 613 ສະຫາຍ, ອ່ອນ 8 ສະຫາຍ, ບໍ່ແບ່ງ 115 ສະຫາຍ( ສາເຫດ ຍົກຍ້າຍມາໃໝ່, ຂະຫຍາຍໃໝ່ ; ການຈັດຕັ້ງປະຕິບັດ ໃນປີ 2019 ). ຕິດຕາມ ກວດກາການຄຸ້ມຄອງເງິນສະຕິພັກ ທີ່ຄະນະຈັດຕັ້ງເມືອງຄຸ້ມຄອງປັດຈຸບັນມີເງີນ 61,530,520 ກີບ,ຈ່າຍເປີດກອງປະຊຸມຈັດຕັ້ງກວດກາ 24,354,000 ກີບ, ເງິນຍັງເຫຼືອໃນປັດຈຸບັນ 33,183,520 ກີບ.ຕິດຕາມການຄະນະກຳມະການຮັບຜິດຊອບກອງທຶນພັກ,ໃນການເຄືອນໄຫວວຽກງານກອງທຶນພັກເຊີ່ງຜ່ານມາມີເງິນສະສົມຂອງສະມາຊິກກອງທຶນມີທັງໝົດ 84,759,000 ກິບ,ໄດ້ຈັດຕັ້ງນະໂຍບາຍໃຫ້ສະມາຊິກກອງທຶນເຈັບເປັນ,ພົບຄວາມຫຍຸ້ງຫຍາກຕ່າງໆ ເປັນເງິນ 22,353,000 ກິບ,ປະຈຸບັນມີເງິນຍັງເຫືຼອທັງໝົດ 62,406,000 ກິບ.ຜ່ານມາກວດກາພົບກໍລະນິໜ່ວຍພັກ ມີ 7 ກໍລະນີ ມີ 17 ໜ່ວຍພັກ,ແກ່ຍາວສະໄໝສຳຮອງ 2 ໜ່ວຍ,ໜ່ວຍພັກບໍ່ຮູ້ຂະຫຍາຍພັກ 3 ໜ່ວຍ,ກໍລະນີໜ່ວຍພັກບໍ່ແບ່ງຄວາມຮັບຜິດຊອບ ແລະ ແບບແຜນການນຳພາ 2 ໜ່ວຍ.(ວີທີແກ້ໄຂລົງປັບປຸງແກ້ໄຂໃຫ້ເຂົ້າເຈົ້າເຄື່ອນໄຫວຕາມພາລະບົດບາດ). ກໍລະນີສະມາຊິກພັກ: ມີ 08 ກໍລະນີ,ມີ 48 ສະຫາຍ,ຍິງ 06 ສະຫາຍໄລ່ອອກຈາກພັກ 38 ສະຫາຍ,ຍິງ 03 ສະຫາຍ,ລືບຊື່ອອກຈາກພັກ 09 ສະຫາຍ,ຍິງ 03 ສະຫາຍ,ໂຈະຮວ່ມສະມາຊິກພັກຊົ່ວຄາວ 01 ສະຫາຍ.ຕິດຕາມ-ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ມີຜົນສຳເລັດຫຼາຍດ້ານ, ຫຼາຍຄາດໝາຍໄດ້ຖືກຈັດຕັ້ງປະຕິບັດມີຜົນສຳເລັດ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ບັນລຸໄດ້ 1.695,24 ຕື້ກວ່າກີບ% ລາຍຮັບສະເລ່ຍໃສ່ຫົວຄົນ2.766 ໂດລາ ທຽບໃສ່ປີ2014-2015 ເພີ້ມຂື້ນ 894 ໂດລາ, ໃນປີ 2020 ລວມຍອດຜະລິດຕະພາບພາຍໃນບັນລຸ 1.852,30 ຕື້ ສະເລ່ຍໃສ່ຫົວຄົນໄດ້ 24,58 ລ້ານກີບ ເທົ່າກັບ 2.672 ໂດລາສະຫະລັດ,ທຽບໃສ່ປີຜ່ານມາ ເຫັນວ່າຫຼຸດຄາດໝາຍ 94 ໂດລາສະຫະລັດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາໄດ້ຮັບຜົນສໍາເລັດເປັນກ້າວໆ, ຜ່ານການຈັດຕັ້ງປະຕິບັດມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມ 348/ລບ,ໃນທົ່ວເມືອງມີຄອບຄົວພົ້ນທຸກ 14.353 ຄອບຄົວ, ໃນປີ 2020 ຄອບຄົວບໍພົ້ນທຸກເຫຼືອພຽງແຕ່ 2,24% (ທຽບໃສ່ ປີ ຜ່ານມາ ຫຼຸດລົງ 1,47%) ການເຕົ້າໂຮມບ້ານ ແລະ ສ້າງບ້ານພັດທະນາມີທ່າຂະຫຍາຍຕົວ, ມີຫຼາຍບ້ານໃຫຍ່ໄດ້ກາຍເປັນໃຈກາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ມີເງື່ອນໄຂສ້າງບ້ານໃຫ້ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ, ມາຮອດປັດຈຸບັນໄດ້ສ້າງບ້ານໃຫ່ຍເປັນຕົວເມືອງນ້ອຍໄດ້ 3 ບ້ານ ແລະ ບ້ານພັດທະນາບັນລຸ 16 ບ້ານ, ກວມເອົາ 24./.% ຂອງຈຳນວນບ້ານທັງໝົດ.ຕິດຕາມ – ກວດກາໂຄງການລົງທືນຂອງລັດທັງພາຍໃນ ແລະ ຕ່າງປະເທດທີ່ສະພາແຫ່ງຊາດຮັບຮອງ ແລະ ສະພາປະຊາຊົນແຂວງອານຸມັດ 5ປີ ມີ 151 ໂຄງການ ມູນຄ່າ 787,28 ຕື້ກີບ,ໃນໄລຍະຜ່ານມາໃຫ້ຈັດຕັ້ງປະຕິບັດໄດ້ 96,72./. ໃນນີ້: ການລົງທຶນຂອງລັດມີ 91ໂຄງການມູນຄ່າ 580,29ຕື້ກີບ,ໃນປີ 2020 ການລົງທຶນຂອງລັດມີ 52 ໂຄງການມູນຄ່າ 527,80 ຕື້ກ່ວາກີບ,ການກວດກາໂຄງການປະຕິບັດໄດ້100%ມີ 18 ໂຄງການ,ມູນຄ່າ 363,88 ຕື້ກ່ວາກີບ,ພວມຈັດຕັ້ງປະຕິບັດ 34 ໂຄງການ,ມູນຄ່າ 163,92 ຕື້ກີບ.ໂຄງການທີ່ສະພາປະຊາຊົນແຂວງອານຸມັດມີ 15 ໂຄງການມູນຄ່າ 40,20 ຕື້ກີບ ຕິດຕາມ – ກວດກາວຽກງານພະລັງງານ ແລະ ບໍ່ແຮ່,ໂດຍສະເພາະຄຸ້ມຄອງການຄົ້ນຄ້ວາ,ສໍາຫຼວດແຮ່ທາດ ມີໂຄງ ການ,ໃນນີ້ຂັ້ນສູນການຄຸ້ມຄອງມີ 7 ໂຄງການ,ເທົ່າກັບ 9,855,623(ໂດລາ) ມີເນື້ອທີສໍາປະທານ 2.389,34 ກິໂລແມ້ດ. ພ້ອມນີ້ : ໄດ້ຕິດຕາມ – ກວດກາຜູ້ລະເມີດຂຸດຄົ້ນແຮ່ທາດທີ່ຜິດຕໍ່ລະບຽບກົດໝາຍ ໄດ້ 30 ຄັ້ງ , ພົບເຫັນອຸປະກອນຂຸດຄົ້ນແຮ່ທາດ(ຫົວບົດ)ໄດ້ 21 ຊຸດ,ພົບແຮທາດ 9.690 ກິໂລ , ໃນນີ້ເປັນແຮ່ທີ່ປະຊາຊົນບົດແລ້ວ 3.870 ກິໂລກະລາມ ແລະ ໄດ້ຜູ້ກະທໍາຜິດມາສຶກສາອົບຮົມ ແກ້ໄຂຕາມລະບຽບກົດໝາຍ 61 ຄົນ .ຕິດຕາມ – ກວດກາການຈັດຕັ້ງປະຕິບັດຄໍາສັ່ງເລກທີ່ 15/ນຍ,ຄໍາສັ່ງເລກທີ່ 839/ຈມ. ກ່ຽວກັບການຕ້ານການລັກ ລອບຊື້-ຂາຍ ການເຄື່ອນຍ້າຍໄມ້ທຸລະກິດບໍ່ຖືກຕ້ອງ ໄດ້ທຳຜິດມາສຶກສາອົບຮົມແກ້ໄຂຕາມລະບຽບກົດໝາຍ 37 ຄັ້ງ,ລວມບໍລິມາດໄມ້ທັງໝົດ 81,025ແມ້ດກ້ອນ ມູນຄ່າ 448,726,833 ລ້ານກີບ, ໃນນັ້ນ ມີໄມ້ແປຮູບ ແລະ ໄມ້ທ່ອນຈຳນວນໜື່ງ. ຕິດຕາມແຜນມອບເໝົາລາຍຮັບງົບປະມານມີ 35,653,850,000 (ສາມສິບຫ້າຕື້ກວ່າກີບ), ປະຕິບັດໄດ້ 28,986,865,985 (ຊາວແປດຕື້ກວ່າກີບ ), ເທົ່າກັບ 406,5%.ຕິດຕາມ ການຄຸ້ມຄອງກອງທືນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ, ໂດຍສະເພາະແມ່ນກອງທືນພັດທະນາຂັ້ນບ້ານໃນທົ່ວເມືອງມີກອງທືນພັດທະນາທັງໝົດ 27 ກອງທືນ,ກວມເອົາ27 ບ້ານ,ມີທຶນທັງໝົດ 22,037 ຕື້ກວ່າກີບ ແລະ ກອງທຶນພັດທະນາກະສິກໍາຢືນຍົງ ປະຈຸບັນມີເງິນທັງໝົດ 220,561,000 ກີບ, ຕິດຕາມຄຸ້ມຄອງການນໍາໃຊ້ ກອງທືນມັນຕົ້ນເຊີ່ງປະຈຸບັນມີເງິນສະສົມທັງໝົດ 339,882,000 ກີບ ແລະ ກອງທືນໄພທິບັດຂັ້ນເມືອງ,ໃນປັດຈຸບັນມີເງິນສະສົມທັງໝົດ 34,906,500 ກີບ
ຂ່າວ: ແສງເພັດ