ບອກເຕັກນິກການລ້ຽງກົບນາ ຮຽນຮູ້ເປັນອາຊີບຫຼັກໄດ້

685

ກົບນາ ຫຼື ກົບພື້ນເມືອງ ພົບເຫັນເປັນປະຈຳຕາມທຳມະຊາດຂອງທຸກພາກໃນລາວ ເຊິ່ງກົບນາຈະມີລັກສະນະດ້ານຫຼັງມີສີນ້ຳຕານ, ມີຈຸດສີດຳເປັນຈຸດໆ ລຸ່ມຄາງມີຈຸດດຳ ຫຼື ລາຍ ເມື່ອເຕີບໂຕເຕັມທີ່ຈະມີນ້ຳໜັກຢູ່ທີ່ 200 – 400 ກຣາມ.

ກົບນາໂຕແມ່ຈະມີຂະໜາດໃຫຍ່ກວ່າໂຕຜູ້ ແລະ ຖ້າຫາກວ່າມັນພ້ອມທີ່ຈະປະສົມພັນທ້ອງຂອງມັນຈະໃຫຍ່ ຂຶ້ນ ພ້ອມເຄື່ອນໄຫວໄປ – ມາຊ້າລົງ ແລະ ຈະເກີດມີຕຸ່ມເກີດຂຶ້ນຕາມລຳຕົວ ເມື່ອເຮົາເອົາມືໄປສຳຜັດຈະຮູ້ສຶກໄດ້, ກົບຕົວຜູ້ຈະມີຂະໜາດນ້ອຍກວ່າຕົວແມ່ ເຊິ່ງມີນ້ຳໜັກຢູ່ທີ່ 150 – 25 ກຣາມ ເມື່ອເຕີບໂຕເຕັມທີ່ ແລະ ພ້ອມທີ່ຈະປະສົມພັນ ຈະສັງເກດເຫັນໄດ້ວ່າມີຖົງສຽງເປັນຮອຍຢ່ອນລົງມາຢູ່ລຸ່ມຄາງຂອງມັນ ເຊິ່ງຖົງສຽງນັ້ນແມ່ນເກີດຈາກການທີ່ກົບນາໂຕຜູ້ສົ່ງສຽງຮ້ອງຕົວແມ່ໃນໄລຍະລະດູປະສົມພັນ ( ລະດູຝົນ ) ໂດຍສະເພາະມື້ທີ່ມີຝົນຕົກໜັກໆ ແລະ ພວກມັນຈະປະສົມພັນໃນກາງຄືນ, ວາງໄຂ່ໃນເວລາເຊົ້າຕາມແຫຼ່ງນ້ຳທີ່ບໍ່ເລິກຫຼາຍຢູ່ທີ່ປະມານ 10 – 20 ຊັງຕີແມັດ, ຫຼັງຈາກນັ້ນປະມານ 24 ຊົ່ວໂມງ ໄຂ່ຈະເລີ່ມຟັກອອກເປັນໂຕ ແຕ່ຍັງຈະບໍ່ເປັນກົບເລີຍ ເຊິ່ງເຮົາມັກຈະເອີ້ນວ່າ: ລູກຮວກ ຫຼື ຮວກ ນັ້ນເອງ.

ລັກສະນະຂອງຮວກຈະມີຫາງ ແລະ ບໍ່ມີຂາ ( ຄ້າຍໆລູກປາ ) ເມື່ອຮວກມີອາຍຸຮອດ 15 ວັນ ກໍຈະເລີ່ມມີຂາອອກມາທັງ 2 ຂ້າງ, ຕໍ່ຈາກນັ້ນປະມານອີກ 7 ວັນ ຈະເລີ່ມມີຂາໜ້າອອກມາ ແລະ ຫາງກໍຈະໝົດໄປໃນເວລາ 30 ວັນ ແລ້ວກົບກໍເລີ່ມຂຶ້ນມາຢູ່ເທິງບົກ, ດັ່ງນັ້ນຈຶ່ງເອີ້ນວ່າ: ກົບເປັນສັດເຄິ່ງບົກເຄິ່ງນ້ຳ.

No photo description available.

ໂດຍທຳມະຊາດແລ້ວກົບນາອາໄສຢູ່ຕາມແຫຼ່ງນ້ຳ ເຊັ່ນ: ລຳຫ້ວຍ, ໜອງ ຫຼື ບຶງ ແລະ ຕາມໄຮ່ນາເປັນຕົ້ນ. ກົບຈະກິນປາ, ກຸ້ງ, ແມງໄມ້ຕ່າງໆ ແລະ ສັດທີ່ມີຂະໜາດນ້ອຍເປັນອາຫານ ແຕ່ສຳລັບກົບທີ່ລ້ຽງໃນອ່າງແມ່ນສາມາດນຳໃຊ້ອາຫານທີ່ສຳເລັດຮູບ ແລະ ຈາກທຳມະຊາດ, ອາຫານສຳເລັດຮູບໄດ້ແກ່ອາຫານທີ່ໃຊ້ລ້ຽງປາດຸກ ເຊິ່ງເລີ່ມຈາກອາຫານທີ່ໃຊ້ລ້ຽງປາດຸກໃນໄວອ່ອນຊະນິດເມັດພິເສດ ໄປຈົນເຖິງອາຫານຊະນິດມາດຕະຖານຕາມຂະໜາດຂອງກົບ, ສຳລັບອາຫານທີ່ໄດ້ຈາກທຳມະຊາດກໍຈະສາມາດຫຼຸດຕົ້ນທຶນລົງຫຼາຍສຳລັບການຜະລິດ ແຕ່ການລ້ຽງອາຫານດ້ວຍທຳມະຊາດຈຳເປັນຕ້ອງຝຶກໃຫ້ລູກກົບກິນອາຫານສຳເລັດຮູບເສຍກ່ອນ ເພາະເມື່ອກົບເຕີບໃຫຍ່ມາຈະເຮັດໃຫ້ອາດບໍ່ກິນອາຫານສຳເລັດຮູບ.

ສຳລັບບໍ່ລ້ຽງກົບນາແມ່ນສາມາດເຮັດໄດ້ຫຼາຍແບບ ເຊັ່ນ: ອ່າງຊີມັງທີ່ມີລັກສະນະສີ່ຫຼ່ຽມ ປະມານ 2.0 x 2.5 x 1.2 ແມັດ ຫາ 3.0×4.0x1.0 ແມັດ ຂອບອ່າງລ້ຽງກົບສູງປະມານ 1 ແມັດ, ລະບາຍນ້ຳສະດວກສະບາຍ, ບໍ່ຖືກແດດຮ້ອນຈົນເກີນໄປ ແລະ ທຳເລອ່າງກົບຕ້ອງໂລ່ງແຈ້ງ.

May be an image of indoor

ການເບິ່ງແຍງອ່າງລ້ຽງກົບນາ ແລະ ການຂະຫຍາຍພັນ ໃນການປ້ອງກັນຮັກສາ ຕ້ອງທຳຄວາມສະອາດອ່າງ ໂດຍການຂ້າເຊື້ອ ແລະ ພັກອ່າງໂດຍການຕາກແດດບາງຄັ້ງຄາວ ສາມາດໃຊ້ປູນຂາວຟໍມາລິນ ຫຼື ນ້ຳຢາຂ້າເຊື້ອ, ສ່ວນການຂະຫຍາຍພັນຂໍແນະນຳໃຫ້ເອົາກົບນາທີ່ມີອາຍຸຕັ້ງແຕ່ 1 ປີຂຶ້ນໄປ ມາໃຊ້ເປັນພໍ່ແມ່ພັນ ( ຄວນປ່ຽນພໍ່ແມ່ພັນທຸກປີຈະດີທີ່ສຸດ ) ໂດຍຄັດເລືອກແມ່ພັນທີ່ສົມບູນ ແລະ ມີຄວາມພ້ອມໃນການປະສົມພັນຈະເຮັດໃຫ້ກົບມີໄຂ່ ແລະ ເຊື້ອທີ່ສົມບູນ.

ສະຫຼຸບເຄັດລັບການລ້ຽງກົບນາ: ເລືອກທຳເລທີ່ເໝາະສົມ, ຕ້ອງໝັ້ນຄັດສາຍພັນຢູ່ສະເໝີ ແລະ ສິ່ງທີ່ສຳຄັນການລ້ຽງກົບນາຕ້ອງມີໃຈຮັກ ແລະ ພະຍາຍາມເຂົ້າໃຈພຶດຕິກຳຂອງກົບ ຄືກັບການເອົາໃຈໃສ່ຕໍ່ສັດລ້ຽງອື່ນໆ ເພາະເຖິງຢ່າງໃດກໍຕາມກົບນາກໍຖືໄດ້ວ່າເປັນສິ່ງທີ່ນິຍົມບໍລິໂພກຫຼາຍ ຖ້າຫາກດຳເນີນຖືກວິທີກໍຈະໄດ້ຜົນຕອບແທນສູງ.

( ແຫຼ່ງທີ່ມາ: www.nfc.or.th )