ແຈ້ງຂ່າວດີ! ລາວຈະໄດ້ຮັບວັກຊີນເພີ່ມອີກ 2 ຊະນິດ ໃນເດືອນສິງຫານີ້

598

ເວົ້າໄດ້ວ່າວັກຊິນເປັນຄວາມຫວັງຂອງປະຊາຊົນຊາລາວຫຼາຍທີ່ສຸດໃນຂະນະນີ້ ເນື່ອງຈາກຈິຊ່ວຍສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ອັນເປັນການຫຼຸດຜ່ອນຄວາມສ່ຽງໃນອາການເຈັບຮຸນແຮງ ແລະປິ່ນປົວຫາຍໄວຂຶ້ນຖ້າຫາກຕິດເຊື້ອໂຄວິດ-19 ແລະມື້ນີ້ກໍ່ໄດ້ຮັບການຢືນຢັນຈາກກະຊວງສາທາລະນະສຸກແລ້ວວ່າ ໄວໆນີ້ ສປປ ລາວ ຈະໄດ້ຮັບວັກຊີນເພີ່ມ 2 ຊະນິດນັ້ນຄື ຊີໂນຟາມ (Sinopharm) ແລະ ແອັສຕຣາ ເຊເນກາ (Astra Zeneca) ໃນຈຳນວນ 1.415.000 ໂດສ ໂດຍການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ແລະ ອັງກິດ.


ຈາກການລາຍຂອງຄະນະສະເພາະກິດໃນວັນທີ 27 ກໍລະກົດ ຈາກ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃນໂອກາດຖະແຫລງຂ່າວປະຈໍາ ວັນທີ 27 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ ແມ່ນພວກເຮົາຈະໄດ້ຮັບວັກຊີນໃນເດືອນສິງຫານີ້ ໃນນັ້ນປະກອບມີ ວັກຊີນ ຊີໂນຟາມ (Sinopharm) ຈຳນວນ 1.000.000 ໂດສ ໂດຍໄດ້ຮັບການຊ່ວຍເຫຼືອລັດຖະບານ ສປ ຈີນ ແລະ ວັກຊີນ ແອັສຕຣາ ເຊເນກາ (Astra Zeneca) ຈຳນວນ 415.000 ໂດສ ແມ່ນການຊ່ວຍເຫຼືອຈາກລັດຖະບານປະເທດອັງກິດ.


ກ່ຽວກັບການສັກວັນຊິນປ້ອນກັນໂຄວິດ-19 ຕາມຂໍ້ມູນຫຼ້າສຸດ ສປປ ລາວໄດ້ຮັບການສັກວັກຊີນທັງທັງໝົດ ເຊິ່ງຕົວເລກທີ່ໄດ້ຮັບເຂັມທີ 1 ແມ່ນ 1.070.856 ແລະ ຕົວເລກເຂັມທີ 2 ຢູ່ທີ່ 842.091 ( ຂໍ້ມູນ 26 ກໍລະກົດ 2021) ແຕ່ຕົວເລກຄາດໝາຍຈາກລັດຖະບານແມ່ນໝົດປີ 2021 ນີ້ແມ່ນຈະໃຫ້ປະຊາຊົນລາວປະມານ 50% ໄດ້ຮັບການສັກຢາກັນໂຄວິດ-19.


ການສັກວັກຊີນ ກໍ່ແມ່ນເພື່ອຫຼຸດຜ່ອນຄວາມສ່ຽງໃນການເຈັບເປັນຂັ້ນຮຸນແຮງ ແລະ ເສຍຊີວິດຈາກການຕິດເຊື້ອດັ່ງກ່າວແຕ່ຄຽງຄູ່ກັນນັ້ນພວກເຮົາທຸກຄົນກໍ່ຄວນສືບຕໍ່ປະຕິບັດຕາມມາດຕະການປ້ອງກັນຄືຮັກສາໄລຍະຫ່າງ, ໃສ່ໜ້າກາກອະນາໄມເປັນປະຈຳ, ໝັ້ນລ້າງມື, ຫຼີກລ້ຽງການຢູ່ຮ່ວມກັນເປັນຈຳນວນຫຼາຍ ເພື່ອປ້ອງກັນຕົນເອງ ແລະ ຄອບຄົວ.