ການຕິດເຊື້ອໂຄວິດ-19 ຂອງກໍລະນີນຳເຂົ້າຍັງສູງ, 27 ກໍລະກົດ ເພີ່ມ 169 ຄົນ

416

ການຕິດເຊື້ອໂຄວິດ-19 ຂອງກໍລະນີນຳເຂົ້າຍັງສູງ ໂດຍວັນທີ 27 ກໍລະກົດ ເພີ່ມ 169 ຄົນ ໃນນີ້ຫຼາຍກວ່າໝູ່ຍັງແມ່ນແຂວງສະຫວັນນະເຂດ ແລະ ຈຳປາສັກ.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ປະຈໍາວັນທີ 27 ກໍລະກົດ 2021 ກ່າວວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປັດຈຸບັນເຫັນວ່າມີລາຍງານການຕິດເຊື້ອໃນແຮງງານ ແລະ ບຸກຄົນ ທີ່ເດີນທາງເຂົ້າປະເທດໃນແຕ່ລະວັນຈຳນວນຫຼາຍ. ໃນວັນທີ 26 ກໍລະກົດ ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 1.483 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 169 ຄົນ ໃນນີ້ຈາກນະຄອນຫຼວງວຽງຈັນ 10 ຄົນ, ຈຳປາສັກ 60 ຄົນ, ສະຫວັນນະເຂດ 85 ຄົນ, ສາລະວັນ 8 ຄົນ ແລະ ຄໍາມ່ວນ 6 ຄົນ.

ຂໍ້ມູນກ່ຽວກັບກໍລະນີຕິດເຊື້ອໃໝ່ 169 ຄົນ ສໍາລັບແຂວງສະຫວັນນະເຂດ 2 ກໍລະນີ ແມ່ນພົບໃນແຮງງານລາວທີ່ກຳລັງຢູ່ໃນໄລຍະຈໍາກັດບໍລິເວນໃນສະຖານທີ່ຈຳກັດບໍລິເວນຂອງແຂວງ, ສ່ວນ 167 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ. ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປລາວ ທັງໝົດ 5.154 ຄົນ, ເສຍຊີວິດສະສົມ 5 ຄົນ ແລະ ຍັງສືບຕໍ່ປິ່ນປົວ 2.442 ຄົນ.

ຮອດປັດຈຸບັນທົ່ວປະເທດ ມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 57 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 9.154ຄົນ.
ໃນຂະນະທີ່ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຕາມການລາຍງານຕົວເລກການຕິດເຊື້ອປະຈຳວັນ ເຫັນວ່າເລີ່ມແຕ່ວັນທີ 5 ກໍລະກົດ 2021 (22 ວັນ) ຢູ່ນະຄອນຫຼວງວຽງຈັນ ບໍ່ມີການຕິດເຊື້ອໃນຊຸມຊົນ (ເພາະການຕິດເຊື້ອ 1 ກໍລະນີ ໃນວັນທີ 14 ນັ້ນແມ່ນການຕິດຈາກຄົນເຈັບ ແຕ່ບໍ່ໄດ້ແຜ່ລະບາດໃນຊຸມຊົນ ) ແລະ ເລີ່ມແຕ່ ຕົ້ນເດືອນກໍລະກົດ 2021 ເປັນຕົ້ນມາ ເຫັນວ່າຈໍານວນການຕິດເຊື້ອ ໃນບຸກຄົນ ແລະ ແຮງງານທີ່ເດີນທາງເຂົ້າມາປະເທດ ແມ່ນມີຈຳນວນເພີ່ມຂຶ້ນຫຼາຍເທົ່າ.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ເນັ້ນວ່າ: ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານກໍຄື ຄະນະສະເພາະກີດ ຈຶ່ງໄດ້ມີການສືບຕໍ່ ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15\ນຍ ຢ່າງເຂັ້ມງວດ ແລະ ຮັດກຸມທີ່ສຸດ ແລະ ໂດຍອີງໃສ່ສະພາບການລະບາດຕົວຈິງຂອງພະຍາດໃນແຕ່ລະໄລຍະ ເຊິ່ງມີບາງມາດຕະການທີ່ຍັງຕ້ອງໄດ້ ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີການຜ່ອນບາງມາດຕະການເພື່ອຫຼຸດຜ່ອນຜົນກະທົບ ທາງດ້ານເສດຖະກິດ ແລະ ສັງຄົມ.

ຂ່າວ-ພາບ: ສັນຕິ