ຮາຟນາອຸຍ ມາມືດຄວ້າຫຼຽນຄໍາທີ 5 ໃຫ້ກັບ ຕູນິເຊຍ ຈາກລອຍນໍ້າຟຣີສະຕາຍ 400 ແມັດໃນໂອແລມປິກ

350
Ahmed Hafnaoui, of Tunisia, celebrates after winning the final of the men's 400-meter freestyle at the 2020 Summer Olympics, Sunday, July 25, 2021, in Tokyo, Japan. (AP Photo/Charlie Riedel)

ອາເໝັດ ຮາຟນາອຸຍ ນັກກີລາລອຍນໍ້າທີມຊາດຕູນິເຊຍ ຄວ້າຫຼຽນຄໍໃນງານມະຫາກໍາກີລາ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 25 ກໍລະກົດ 2021 ຈາກກີລາລອຍນໍ້າປະເພດຟຣີສະຕາຍ 400 ແມັດ.

ຮາຟນາອຸຍ ປັດຈຸບັນອາຍຸ 18 ປີກາຍເປັນມ້າມືດທັນທີ ຫຼັງຈາກທີ່ຮອບຄັດເລືອກຜ່ານເຂົ້າຮອບໄດ້ເປັນອັນດັບສຸດທ້າຍ, ແຕ່ໃນຮອບຊີງຊະນະເລີດສ້າງຜົນງານໂດດເດັ່ນເຂົ້າເສັ້ນໄຊດ້ວຍເວລາ 3 ນາທີ 43,36 ວິນາທີບຽດເອົາຊະນະ ແຈັກ ແມັກຄລາຟລິນ ຈາກອົດສະຕຣາລີ 16 ວິນາທີ ຄວ້າຫຼຽນຄໍາໄປຄອງ.

ຜົນງານດັ່ງກ່າວເຮັດໃຫ້ ຮາຟນາອຸຍ ຍາດຫຼຽນຄໍາຫຼຽນທໍາອິດໃຫ້ກັບ ທີມຊາດຕູນິເຊຍ ໃນໂອແລມປິກ 2020 ກ່ອນທີ່ ຮາຟນາອຸຍ ເປີດເຜີຍວ່າ: “ ຂ້ອຍບໍ່ຢາກເຊື່ອວ່ານີ້ຄືຄວາມຝັນ, ມັນກາຍເປັນຈິງ, ມັນພິເສດຫຼາຍ ແລະ ນີ້ເປັນການແຂ່ງຂັນທີ່ດີທີ່ສຸດຕະຫຼອດຊີວິດຂອງຂ້ອຍ ”.
ຮູບຈາກ: AP