“ ຖໍ້າກອງລໍ ” ສະຖານທີ່ທ່ອງທ່ຽວເລິກລັບ ແຕ່ເຕັມໄປດ້ວຍຄວາມງົດງາມ ແລະ ມົນສະເໜ່

1467

ຄວາມງົດງາມຈາກທໍາມະຊາດສ້າງຂຶ້ນຢ່າງຖໍ້າກອງລໍ ເຕັມໄປດ້ວຍມົນສະເໜ່ ແລະ ກາຍເປັນສະຖານທີ່ໆມີຊື່ສຽງລະດັບໂລກ; ເປັນຖໍ້າທີ່ໃຫຍ່ ແລະ ມີຄວາມສວຍງາມຈາກຫີນງອກ, ຫີນຍ້ອຍທີ່ເກີດຂຶ້ນໂດຍທໍາມະຊາດເປັນຮູບຊົງຕ່າງໆແບບໜ້າອັດສະຈັນໃຈ ບໍ່ພຽງແຕ່ເທົ່ານັ້ນທີ່ຖໍ້າກອງລໍແຫ່ງນີ້ ມີສາຍນໍ້າຫີນບູນໄຫຼຜ່ານລ່ອງໄຫຼໃສເຢັນຕະຫຼອດປີ.

ຖໍ້າກອງລໍມີຄວາມຍາວປະມານ 7.500 ແມັດ, ຄວາມກວ້າງປະມານ 30 ແມັດ ແລະ ສູງ ນັບຕັ້ງແຕ່ 20 ແມັດ ຫາ 100 ແມັດ. ນອກຈາກນັ້ນ, ຖໍ້າກອງລໍ ຍັງເປັນຖໍ້າທີ່ສວຍງາມຫຼາຍ ເພາະພາຍໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍຢັ່ງຢາຍໄປຫຼາຍຈຸດ ເຊິ່ງນັກທ່ອງທ່ຽວສາມາດເກັບພາບງາມໆໄວ້ໄດ້ຕະຫຼອດການເດີນທາງ ໃຜທີ່ໄດ້ໄປສໍາຜັດກັບບັນຍາກາດຕົວຈິງຈະຮູ້ສຶກປະທັບໃຈບໍ່ຮູ້ເບື່ອ ໂດຍສະເພາະໃນຕອນທີ່ມີແສງໄຟກະທົບຝາຫີນເຫຼື້ອມລະຍິບລະຍັບຄືດັ່ງເພັດນິນຈິນດາ.

ເມື່ອບໍ່ດົນມານີ້ ແຂວງຄໍາມ່ວນ ກໍໄດ້ຄົ້ນພົບຖໍ້າໃໝ່ໃນຖໍ້າກອງລໍ ໃຊ້ເວລາຂີ່ເຮືອເຂົ້າໄປປະມານ 10 ນາທີ ແລະ ຕອນນີ້ແມ່ນຢູ່ໃນຂັ້ນຕອນການສຶກສາສຳຫຼວດ ເພື່ອຈະພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃໝ່ຄູ່ຂະໜານກັບຖ້ຳກອງລໍ – ນາຕານ ແລະ ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້ເທື່ອ.

ສະຖານທີ່ຕັ້ງແມ່ນຢູ່ລະຫວ່າງ ບ້ານກອງລໍ ແລະ ບ້ານນາຕານ ເມືອງຄູນຄໍາ ແຂວງຄໍາມ່ວນ ຫ່າງຈາກເທສະບານເມືອງຄູນຄໍາ ປະມານ 46 ກິໂລແມັດ ສາມາດເດີນທາງຜ່ານທາງເລກທີ 13 ໃຕ້ ແລ້ວຂີ່ໄປຕາມເສັ້ນທາງເລກ 8 ຂຶ້ນກັບແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງຂອງນັກເດີນທາງເລີຍກໍວ່າໄດ້ ແລະ ຖໍ້າກອງລໍ ກໍເປັນຖໍ້າໜຶ່ງທີ່ສ້າງຊື່ສຽງໃນຄວາມງົດງາມ ເຮັດໃຫ້ນັກທ່ອງທ່ຽວທຸກສາລະທິດທັງພາຍໃນ ແລະ ຕ່າງປະເທດຢາກໄປຢ້ຽມຢາມທີ່ແຫ່ງນີ້.

ໃນການໄປທ່ອງທ່ຽວຖໍ້າກອງລໍ ຈະໄດ້ເຫັນຄວາມງົດງາມຂອງທໍາມະຊາດ ພູຜາປ່າໄມ້ຈາກສອງຝາກຂ້າງຕະຫຼອດການເດີນທາງ ພ້ອມທັງຈະໄດ້ເຫັນວິຖີຊີວິດຂອງຊາວເມືອງ ກໍຄືປະຊາຊົນໃນເຂດນັ້ນ ທີ່ຍັງຮັກສາ ຄວາມເປັນເອກະລັກໃນການດໍາລົງຊີວິດ.
ຫຼາຍຄົນຮູ້ກັນດີວ່າຖໍ້າກອງລໍ ເປັນອີກໜຶ່ງມົນສະເໜ່ຂອງການທ່ອງທ່ຽວແຂວງຄໍາມ່ວນ ທີ່ມີແຮງດຶງດູດບໍ່ສະເພາະແຕ່ຄວາມງົດງາມຂອງຖໍ້າ; ທຳມະຊາດ ພູຜາທີ່ອ້ອມກອດໝູ່ບ້ານ ແລະ ທົ່ງນາ ກໍເປັນອີກຈຸດເດັ່ນຂອງດິນແດນແຫ່ງນີ້ທີ່ໃຜໄດ້ເຫັນຜ່ານຮູບພາບແລ້ວກໍຢາກທີ່ຈະໄປສໍາຜັດດ້ວຍຕົນເອງ ຍິ່ງປັດຈຸບັນໄດ້ຮັບການເບິ່ງແຍງເອົາໃຈໃສ່ຈົນເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ບໍ່ງຽບເຫງົາ.

ຖໍ້າກອງລໍ ແມ່ນຖືກໂອບອ້ອມປົກຫຸ້ມດ້ວຍຕົ້ນໄມ້ທີ່ອຸດົມສົມບູນ ມີແມ່ນໍ້າໄຫຼຜ່ານອຸມົງຫີນປູນ; ການຈະເຂົ້າໄປຊົມຄວາມງົດງາມຢູ່ພາຍໃນຖໍ້າທີ່ມີແກ້ງ, ຫີນງອກ ຫີນຍ້ອຍ ແລະ ຫາດຊາຍ ເຊິ່ງເຮົາສາມາດຂີ່ເຮືອເຂົ້າໄປຊື່ນຊົມຄວາມມະຫັດສະຈັນຢູ່ພາຍໃນຖໍ້າໄດ້ຢ່າງຕື່ນຕາຕື່ນໃຈ.

ການທ່ຽວຊົມຄວາມງົດງາມຂອງຖໍ້າກອງລໍແມ່ນໃນລະດູແລ້ງ ເປັນລະດູທີ່ເໝາະສົມທີ່ສຸດ ເພາະໃນໄລຍະນັ້ນແມ່ນລະດັບນໍ້າໄດ້ຫຼຸດລົງ ເມື່ອຂີ່ເຮືອຫາງຍາວເຂົ້າໄປກໍສາມາດລົງຍ່າງເລາະຫຼິ້ນຕາມຫາດຊາຍຂາວ ສໍາຜັດກັບບັນຍາກາດທີ່ເຢັນສະບາຍ ພາຍໃນຖໍ້າທີ່ມີສາຍນໍ້າໃສເຢັນໄຫຼຜ່ານຢູ່ຕະຫຼອດເວລາ ສາມາດຂີ່ເຮືອເຂົ້າທາງດ້ານໜຶ່ງ ແລະ ອອກອີກດ້ານໜຶ່ງໄດ້ເລີຍ ເຊິ່ງເປັນການຫຼຸດຜ່ອນເວລາໃນການເດີນທາງ ເຮັດໃຫ້ປະຊາຊົນໃນເຂດບ້ານກອງລໍ ແລະ ບ້ານນາຕານ ໃຊ້ເປັນເສັ້ນທາງໃນການໄປ – ມາຫາສູ່ກັນໄດ້ຢ່າງສະດວກ.

ເລົ່າກັນວ່າ: ທີ່ມາຂອງຄໍາວ່າ “ ກອງລໍ ” ມີຄວາມໝາຍມາຈາກ “ ກອງທັບລໍຖ້າ ” ໃນສະໄໝທີ່ກອງທັບຂອງອານາຈັກລ້ານຊ້າງ ພວມສະກັດລັດຕີຕ້ານການເຂົ້າມາຮຸກຮານ ຂອງກອງທັບສັກດີນາສະຫຍາມ.
ປັດຈຸບັນສະຖານທີ່ທ່ອງທ່ຽວຖໍ້າກອງລໍ ໄດ້ຮັບການພັດທະນາ ແລະ ມີຄວາມສະດວກສະບາຍຫຼາຍຢ່າງ ນັບແຕ່ເສັ້ນທາງຕະຫຼອດຮອດທີ່ພັກພາອາໄສ, ມີທັງໂຮງແຮມ, ເຮືອນພັກ ແລະ ໂຮມສະເຕ ພ້ອມກັບການບໍລິການຮ້ານອາຫານຕ່າງໆ ຮອງຮັບນັກທ່ອງທ່ຽວໄດ້ຫຼາຍຮ້ອຍຄົນເລີຍ ສາມາດນອນພັກແຮມຄືນເພື່ອຊື່ນຊົມ ແລະ ຢູ່ກັບທໍາມະຊາດໄດ້ຢ່າງເຕັມທີ່, ມີຮ້ານອາຫານແຊບໆ ພ້ອມບັນຍາກາດທີ່ສຸດແສນຈະບໍລິສຸດບວກກັບວິວທີ່ງົດງາມໄວ້ບໍລິການນັກທ່ອງທ່ຽວທີ່ມາທ່ຽວຊົມ ແລະ ຢ້ຽມຢາມສະຖານທີ່ແຫ່ງນີ້ໄດ້ປະທັບໃຈຢ່າງແນ່ນອນ.

ຢ່າລືມພາຄອບຄົວ ແລະ ຄົນທີ່ທ່ານຮັກໄປສໍາຜັດທໍາມະຊາດທີ່ງົດງາມ ແລະ ອຸດົມສົມບູນທີ່ “ ຖໍ້າກອງລໍ ” ສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງ ແຂວງຄໍາມ່ວນ ເກັບພາບຄວາມຊົງຈໍາກັບສະຖານທີ່ງົດງາມນີ້ໄວ້ເບິ່ງຫວນຄືນໃນວັນຂ້າງໜ້າ ຈະໄດ້ນຶກເຖິງວັນເວລາ ແລະ ຄວາມຊົງຈໍາດີໆໃນວັນນັ້ນໄດ້ອີກດົນນານ.