ແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 27 ກໍລະກົດ 2021 ນໍ້າເຊໂດນ, ເຊບັ້ງໄຟ ແລະ ເຊຈໍາພອນ ຂຶ້ນສູ່ເຂດອັນຕະລາຍ

696

ເນື່ອງຈາກສະພາບຝົນແມ່ນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ໜັກ, ຊຶ່ງຍັງຈະເຮັດໃຫ້ມີລະດັບນໍ້າຕາມແມ່ນໍ້າສາຂາດັ່ງກ່າວຈະສືບຕໍ່ສູງຂຶ້ນໃກ້ເຂດລະວັງໄພ ແລະ ສືບຕໍ່ຢູ່ເຂດອັນຕະລາຍເຊັ່ນ ລະດັບນໍ້າມະຫາໄຊ (ເຊບັ້ງໄຟ), ນໍ້າຊອງ (ວັງວຽງ) ແມ່ນຍັງຢູ່ໃກ້ເຂດລະວັງໄພ.ສ່ວນລະດັບນໍ້າເຊໂດນ (ສຸວັນນະຄີລີ), ຂົວເຊ (ເຊບັ້ງໄຟ) ແລະ ແກ້ງກອກ (ເຊຈໍາພອນ) ແມ່ນຈະສືບຕໍ່ໃນເຂດອັນຕະລາຍ ຊຶ່ງຈະເຮັດໃຫ້ເກີດມີນໍ້າຖ້ວມ.

ດັ່ງນັ້ນ ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມເຊບັ້ງໄຟ, ເຊຈໍາພອນ, ເຊໂດນ ແລະ ນໍ້າຊອງ ຈົ່ງມີສະຕິຕໍ່ສະພາບນໍ້າຖ້ວມຍື່ງ ແລະ ກຽມຍົກຍ້າຍ ເກັບມ້ຽນວັດຖຸຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.


ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 17-30 ອົງສາ.


ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 20-29 ອົງສາ.


ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 25-30 ອົງສາ.


ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 22-31 ອົງສາ.


ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງແຂວງ, ອຸນຫະພູມໃນລະຫວ່າງ 18-25 ອົງສາ.


ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 23-26 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 14-22 ອົງສາ.