ແຈ້ງປິດການສັນຈອນຊົ່ວຄາວ ເສັ້ນທາງ 13 ເໜືອ ເພື່ອປັບປຸງຂົວນ້ຳແຈ້ງ ເມືອງໂພນໂຮງ ເລີ່ມ 29 ເດືອນນີ້

878

ເນື່ອງຈາກຕ້ອງປັບປຸງຂົວນ້ຳແຈ້ງທີ່ມີການຊຸດໂຊມເປ່ເພໃຫ້ສາມາດກັບຄືນມາໃຊ້ງານໄດ້ປົກກະຕິ ທັງຮັບປະກັນຄວາມປອດໄພແກ່ພໍ່ແມ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ກະຊວງໂຍທາທິການ ແລະຂົນສົ່ງແມ່ນໄດ້ແຈ້ງປິດເສັ້ນທາງເລກທີ 13 ເໜືອ ເປັນການຊົ່ວຄາວນັບແຕ່ວັນທີ 29 ເປັນຕົ້ນໄປ.

ການປິດການສັນຈອນ ເສັ້ນທາງເລກທີ 13 ເໜືອ ທີ່ວ່ານີ້ແມ່ນເລີ່ມຈາກທາງແບ່ງນາໂພ ຈຸດບ້ານ ໂພນສະຫວ່າງ ກິໂລແມັດທີ 60 ຫາ 3 ແຍກໂພນໂຮງ ກິໂລແມັດທີ 70 ເນື່ອງຈາກວ່າ ມີການກໍ່ສ້າງຂົວນ້ຳແຈ້ງຄືນໃໝ່ ເຊິ່ງການກໍ່ສ້າງຈະເລີ່ມແຕ່ທີ 29 ກໍລະກົດ 2021 ເປັນຕົ້ນໄປ ຈົນກວ່າຈະສຳເລັດ ແລະ ເປີດໃຊ້ງານ.

ກະຊວງໂຍທາທິການ ແລະຂົນສົ່ງ, ກົມຂົວທາງ ຈິ່ງອອກມາແຈ້ງການສະບັບເລກທີ 249/ຄກ 13ໜ ລົງວັນທີ 23 ກໍລະກົດ 2021 ລະບຸວ່າ: ຈະມີການປັບປຸງເສັ້ນທາງເລກທີ 13 ເໜືອ ຊ່ວງສີເກີດ-ໂພນໂຮງ ໂດຍນັບຕັ້ງແຕ່ວັນພະຫັດວັນທີ 29 ກໍລະກົດ ຈະໄດ້ປິດສັນຈອນຊົ່ວຄາວ ເນື່ອງຈາກຈະບູລະນະສ້ອມແປງ ຂົວນ້ຳແຈ້ງທີ່ມີການເປ່ເພຫຼາຍໃນປັດຈຸບັນ ເພື່ອໃຫ້ການກໍ່ສ້າງມີຄວາມສະດວກ ແລະ ມີຄວາມປອດໄພໃນການສັນຈອນ ດັ່ງນັ້ນ, ຈຶ່ງສະເໜີໃຫ້ຜູ້ໃຊ້ລົດໃຊ້ຖະໜົນນຳໃຊ້ເສັ້ນທາງເວັ້ນລຸ່ມນີ້:
1. ເສັ້ນທາງໂພນສະຫວ່າງ-ນາໂພ-ປາກແຈ້ງ-ໂພນໂຮງ
2. ເສັ້ນທາງເລກທີ 10
3. ເສັ້ນທາງດ່ວນຈາກ ນະຄອນຫຼວງວຽງຈັນ-ວັງວຽງ